ຄະນະບໍລະຫານງານຊາວໜຸ່ມ ສມປຊ ອວຍພອນ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນກຳມະການສຳຮອງສູນກາງພັກ ສະໄໝທີ XII
ໃນຕອນແລງຂອງວັນທີ 12 ມັງກອນ 2026, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຈັດພິທີເຂົ້າອວຍພອນ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເນື່ອງໃນໂອກາດ ທີ່ທ່ານໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ ໃຫ້ດຳລົງຕຳແໜ່ງເປັນ ກຳມະການສຳຮອງສູນກາງພັກ. ໃຫ້ກຽດນຳພາຄະນະເຂົ້າອວຍພອນໃນຄັ້ງນີ້ໂດຍ ທ່ານ…
