ຂ່າວຫຼ້າສຸດ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມ ປປ ລາວ ຄົບຮອບ 71 ປີ ແລະ ຍ້ອງຍໍຜົນງານຊາວໜຸ່ມປະຈຳສົກປີ 2024-2025 ພິທີປິດຊຸດຝຶກອົບຮົມການນຳໃຊ້ລະບົບ G-Chat, G-Share ແລະ AI ເຂົ້າໃນການບໍລິຫານວຽກງານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປະເມີນ ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກຮາກຖານນັກສຶກສາ ທີ່ ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ໝູນໃຊ້ນິພົນ ໂຮ່ຈີມິນ ຄົບຊຸດ ແນໃສ່ຍົກສູງວຽກງານທິດສະດີການເມືອງໃນໄລຍະໃໝ່ ພິທີປິດການຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ປະຈຳປີ 2026 ໃຫ້ແກ່ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ

ກອງປະຊຸມສໍາມະນາວິຊາການສາກົນກ່ຽວກັບ “ບົດຮຽນການກໍາອໍານາດ ຂອງພັກການເມືອງມາກຊິດ-ເລນິນນິດ” ຄັ້ງທີ VI

ກອງປະຊຸມສຳມະນາສາກົນ ຮ່ວມລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ນຳໂດຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ເລຂາພັກ ແລະ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ ແລະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…

ພິທີ​ເປີດ​ຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ

ໃນຕອນເຊົ້າ ຂອງວັນ​ທີ 12 ສິງຫາ 2025 ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ເປີດ​ຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ. ໂດຍ​ເປັນ​ປະທານ ຂອງ​ທ່ານ ປທ ຄຳສີ ດັງສະໄຫວ​ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຂວງ. ​ເປັນ​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ວຽງສະຫວັດ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

ເພື່ອເປັນການສືບຕໍ່ແຜນການບຳລຸງ-ກໍ່ສ້າງ ສະມາຊິກພັກ ພະນັກງານໃຫ້ມີຄວາມຮູ້ທິດສະດີ ແລະສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບ ກ່ຽວກັບທິດສະດີການເມືອງໃຫ້ແກ່ສະມາຊິພັກທີ່ເປັນພະນັກງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງ ເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ. ສະນັ້ນ, ຕອນເຊົ້າຂອງວັນທີ 14 ສິງຫາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ V ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງພະນັກງານ ອອກພັກການຮັບອຸດໜູນບຳນານ

ໃນວັນທີ 14 ສິງຫາ 2025 ​ຢູ່​ທີ່​ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ)​ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານອອກພັກການຮັບອຸດໜູນບໍານານ ໂດຍ​ການ​ເປັນ​ປະທານ ​ຂອງ​ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ແລະພະນັກງານ-ລັດຖະກອນ ຂັ້ນກົມ, ຂັ້ນພະແນກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ. ໃນ​ພິທີ​ ທ່ານ ປທ ນ. ພອນໄຊ ລາດຊະວົງ…