ໃນທ່າມກາງບັນຍາກາດແຫ່ງຄວາມປິຕິຊົມຊື່ນ ທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ພວມສ້າງຂະບວນການຢ່າງຟົດຟື້ນ ເພື່ອສະເຫຼີມສະຫຼອງວັນປະຫວັດສາດສຳຄັນຂອງຊາດ. ໃນຕອນເຊົ້າ ຂອງວັນທີ 3 ກຸມພາ 2026 ນີ້, ຢູ່ທີ່ສະຖານທູດ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ; ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ນໍາໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າອວຍພອນ ສະຫາຍ ຫວຽນ ມິງ ເຕິມ (Nguyen Minh Tam), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (03/02/1930 – 03/02/2026) ແລະ ຕ້ອນຮັບປີໃໝ່ປະຈໍາຊາດ ປີມະເມຍ 2026.

         ໃນໂອກາດອັນມີຄວາມໝາຍສຳຄັນນີ້, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຂອງ ສມປຊ ໄດ້ມອບກະຕ່າດອກໄມ້ ແລະ ກ່າວສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ສະຫາຍ ເອກອັກຄະລັດຖະທູດ ແລະ ຜ່ານສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.

         ໃນໂອກາດດັ່ງກ່າວ ທ່ານຮອງຫົວໜ້າ ສມປຊ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ ທີ່ພັກກອມມູນິດຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 96 ປີ ຜ່ານມາ. ພາຍໃຕ້ການນໍາພາກໍ່ຕັ້ງ ແລະ ຝຶກຝົນຫຼໍ່ຫຼອມ ຂອງ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ພັກກອມມູນິດຫວຽດນາມ ໄດ້ນໍາພາປະຊາຊົນຫວຽດນາມ ຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກລຳບາກ ແລະ ການເສຍສະຫຼະເລືອດເນື້ອ ເພື່ອຍາດເອົາເອກະລາດ, ອິດສະຫຼະພາບ ແລະ ໂຮມປະເທດຊາດເປັນເອກະພາບ. ບໍ່ພຽງແຕ່ເທົ່ານັ້ນ, ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກກອມມູນິດຫວຽດນາມ ຍັງສືບຕໍ່ເປັນຄັນທຸງນໍາໜ້າ, ວາງແນວທາງປ່ຽນແປງໃໝ່ຢ່າງຖືກຕ້ອງ ແລະ ສ້າງສັນ, ນໍາພາປະເທດຫວຽດນາມ ກ້າວຂຶ້ນສູ່ຄວາມຈະເລີນຮຸ່ງເຮືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ ແລະ ບົດບາດອິດທິພົນ ຂອງຫວຽດນາມ ນັບມື້ນັບສູງຂຶ້ນໃນເວທີສາກົນ.

         ພິເສດໃນໂອກາດນີ້, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ຍັງໄດ້ກ່າວສະແດງຄວາມຊົມເຊີຍຢ່າງລົ້ນເຫຼືອ ຕໍ່ຜົນສຳເລັດຢ່າງຈົບງາມ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຫາກໍສຳເລັດລົງໃນມໍ່ໆນີ້. ຜົນສຳເລັດດັ່ງກ່າວ ແມ່ນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດ, ເປັນຂີດໝາຍສໍາຄັນທີ່ສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນປຶກແຜ່ນ, ຄວາມເປັນເອກະພາບສູງພາຍໃນພັກ ແລະ ຄວາມເຊື່ອໝັ້ນ ຂອງປະຊາຊົນທີ່ມີຕໍ່ການນໍາພາ ຂອງພັກ. ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຈະເປັນເຂັມທິດເຍືອງທາງອັນສຳຄັນໃຫ້ແກ່ການສືບຕໍ່ພາລະກິດປ່ຽນແປງໃໝ່, ນໍາພາປະເທດຫວຽດນາມ ກ້າວໄປສູ່ການເປັນປະເທດອຸດສາຫະກໍາທັນສະໄໝ ແລະ ບັນລຸເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ອາລິຍະທໍາ”.

         ໃນການພົບປະຄັ້ງນີ້, ທ່ານ ຮອງຫົວໜ້າ ສມປຊ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ແລະ ບັນດາສະຖາບັນການເມືອງຕ່າງໆ ຂອງຫວຽດນາມ ທີ່ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງ ແລະ ບໍາລຸງພະນັກງານນໍາພາ-ຄຸ້ມຄອງ ຂອງທັງສອງປະເທດ.

         ໃນວາລະດຽວກັນ, ສະຫາຍ ຫວຽນ ມິງ ເຕິມ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ສຶກຕື້ນຕັນໃຈ ຕໍ່ຄໍາອວຍພອນອັນປະເສີດ ແລະ ໄມຕີຈິດມິດຕະພາບ ທີ່ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ພ້ອມດ້ວຍຄະນະ ສມປຊ ມອບໃຫ້. ສະຫາຍເອກອັກຄະລັດຖະທູດ ໄດ້ຢືນຢັນວ່າ ຈະສືບຕໍ່ເຮັດສຸດຄວາມສາມາດຂອງຕົນ ເພື່ອເສີມຂະຫຍາຍສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງຈະສືບຕໍ່ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານທິດສະດີການເມືອງ, ການກໍ່ສ້າງຊັບພະຍາກອນມະນຸດ ລະຫວ່າງ ສມປຊ ແລະ ພາກສ່ວນກ່ຽວຂ້ອງ ຂອງຫວຽດນາມ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່.

         ການເຂົ້າອວຍພອນໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງຄວາມຊົມເຊີຍ ຕາມຮີດຄອງປະເພນີ ແລະ ການທູດເທົ່ານັ້ນ, ແຕ່ຍັງເປັນການຢືນຢັນຄືນອີກຄັ້ງໜຶ່ງ ເຖິງຄວາມຜູກພັນແບບ “ເຂົ້າເມັດຫັກ ຜັກເສັ້ນແບ່ງ” ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ແລະ ສະຖານເອກອັກຄະລັດຖະທູດຫວຽດນາມ ກໍຄືສອງຊາດ ລາວ-ຫວຽດນາມ ທີ່ຈະສືບຕໍ່ຄຽງບ່າຄຽງໄຫຼ່ກັນ ໃນການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ.

                                               ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ