ໃນຕອນແລງ ຂອງ ວັນທີ 2 ກຸມພາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຊ່ຽວຊານຈາກ ມະຫາວິທະຍາໄລ Fulbright (Fulbright University Vietnam) ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ປອ. ວູ ແທ່ງ ຕູ ແອງ (Vu Thanh Tu Anh), ອາຈານອາວຸໂສ, ຜູ້ອໍານວຍການໂຄງການ ພ້ອມດ້ວຍຄະນະ.



ການພົບປະຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງທາງດ້ານການເມືອງ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ, ເຊິ່ງບໍ່ພຽງແຕ່ເປັນການແລກປ່ຽນບົດຮຽນທາງວິຊາການເທົ່ານັ້ນ, ແຕ່ຍັງເປັນການຜັນຂະຫຍາຍແນວທາງການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການກະກຽມເນື້ອໃນຫຼັກສູດ ໃຫ້ແກ່ໂຄງການຝຶກອົບຮົມໄລຍະສັ້ນສຳລັບ “ຜູ້ນຳບໍລິຫານລະດັບສູງ ຂອງ ສປປ ລາວ” ທີ່ຈະຈັດຂຶ້ນໃນເດືອນ ມີນາ 2026 ທີ່ຈະມາເຖິງນີ້. ໃນວາລະການພົບປະ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນຈາກ ມະຫາວິທະຍາໄລ Fulbright ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 2-6 ກຸມພາ 2026. ທ່ານໄດ້ຕີລາຄາສູງຕໍ່ຈຸດປະສົງ ຂອງການມາເຮັດວຽກຄັ້ງນີ້ ເຊິ່ງເປັນການລົງເລິກສຶກສາ ແລະ ເກັບກຳຂໍ້ມູນຕົວຈິງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປັດຈຸບັນ ລວມທັງນະໂຍບາຍທາງການເມືອງ ແລະ ບູລິມະສິດໃນການພັດທະນາປະເທດ. ການປຶກສາຫາລື ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງການແລກປ່ຽນທີ່ສ້າງສັນ ແລະ ກົງໄປກົງມາ ບົນພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງ. ທັງສອງຝ່າຍໄດ້ແລກປ່ຽນທັດສະນະ ກ່ຽວກັບບັນດາຫົວຂໍ້ທີ່ເປັນຍຸດທະສາດສຳຄັນ ຂອງພັກ ແລະ ລັດຖະບານລາວ ເຊິ່ງປະກອບມີ:




- ການປະຕິຮູບໂຄງສ້າງເສດຖະກິດ: ເພື່ອການພັດທະນາແບບຍືນຍົງ ແລະ ສອດຄ່ອງກັບສະພາບການປ່ຽນແປງຂອງໂລກ.
- ການປະຕິຮູບລະບົບການເງິນ ແລະ ທະນາຄານ: ລວມເຖິງມາດຕະການໃນການຄວບຄຸມອັດຕາເງິນເຟີ້ ແລະ ນະໂຍບາຍພາສີ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດມະຫາພາກ.
- ການຫັນເປັນທັນສະໄໝ ແລະ ດີຈີຕອນ: ການນຳໃຊ້ນະໂຍບາຍພະລັງງານ ແລະ ການຫັນປ່ຽນສູ່ລະບົບດີຈີຕອນ ເພື່ອຂັບເຄື່ອນການຜະລິດ ແລະ ການບໍລິຫານລັດ.
- ການປະຕິຮູບລັດວິສາຫະກິດ: ເພື່ອຍົກສູງປະສິດທິພາບການດຳເນີນງານ ໃຫ້ກາຍເປັນກຳລັງແຮງ ຂອງເສດຖະກິດແຫ່ງຊາດ.
ໃນນາມເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ ແລະ ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ຂອງພັກ ແລະ ລັດ, ສມປຊ ໄດ້ຢືນຢັນເຖິງຄວາມສຳຄັນຂອງການເຊື່ອມໂຍງ ລະຫວ່າງ ທິດສະດີການເມືອງ (Political Theory) ແລະ ການບໍລິຫານຈັດການພາກລັດ (Public Administration). ຂໍ້ມູນ ແລະ ບົດຮຽນທີ່ໄດ້ຈາກການແລກປ່ຽນໃນຄັ້ງນີ້ ຈະຖືກນຳໄປສັງລວມ ແລະ ວິເຄາະ ເພື່ອສ້າງເປັນບົດລາຍງານ ແລະ ຫຼັກສູດການຮຽນ-ການສອນ ທີ່ມີຄຸນນະພາບ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດລາວ ໃນໄລຍະໃໝ່.
ໃນຕອນທ້າຍ ຂອງການພົບປະ, ທ່ານ ປອ. ວູ ແທ່ງ ຕູ ແອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການໃຫ້ຂໍ້ມູນທີ່ເປັນປະໂຫຍດ ຂອງ ສມປຊ. ທ່ານຢືນຢັນວ່າ ຂໍ້ມູນທີ່ໄດ້ຮັບຈະເປັນພື້ນຖານສຳຄັນ ໃນການອອກແບບເນື້ອໃນການຝຶກອົບຮົມ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຂອງ ສປປ ລາວ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ກ່າວປິດທ້າຍໂດຍເນັ້ນໜັກວ່າ ການພົບປະຄັ້ງນີ້ ແມ່ນນິມິດໝາຍອັນດີງາມອີກບາດກ້າວໜຶ່ງ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ໂດຍສະເພາະແມ່ນໃນຂົງເຂດການກໍ່ສ້າງ ແລະ ບຳລຸງສ້າງພະນັກງານ ໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ມີຄວາມສາມາດໃນການນຳພາປະເທດຊາດ ກ້າວຂຶ້ນສູ່ຄວາມວັດທະນະຖາວອນ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
