ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວພວມແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໜ່ວຍພັກຮາກຖານນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ) ໄດ້ໄຂກອງປະຊຸມໃຫຍ່ຂອງຕົນຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າຂອງວັນທີ 4 ກຸມພາ 2026. ກອງປະຊຸມດັ່ງກ່າວ ມີຄວາມໝາຍສຳຄັນ ເພື່ອຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ພ້ອມທັງເລືອກຕັ້ງເອົາຄະນະ ໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນຳ ວຽກງານການເມືອງ-ແນວຄິດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວຊີ້ນຳກອງປະຊຸມໂດຍ ສະຫາຍ ປທ ນາງ ພອນໄຊ ລາດຊະວົງ, ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ສມປຊ. ມີບັນດາສະຫາຍຕາງໜ້າຈາກຄະນະພັກຂັ້ນເທິງ, ແຂກຖືກເຊີນ ແລະ ສະມາຊິກພັກສົມບູນພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ. ການຕີລາຄາ ແລະ ຜົນສຳເລັດໃນການນຳພາ-ຊີ້ນຳ ໃນກອງປະຊຸມ, ສະຫາຍ ສັນມາລາ ຂຸນພິຊິດ ຕາງໜ້າຄະນະໜ່ວຍພັກ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນໃນໄລຍະ 3 ເດືອນທ້າຍປີ 2025 ຜ່ານມາ. ພາຍໃຕ້ແສງສະຫວ່າງ ຂອງແນວທາງປ່ຽນແປງໃໝ່ ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໜ່ວຍພັກຮາກຖານນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ) ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ຕຸລາ 2025 ປະກອບມີສະມາຊິກພັກທັງໝົດ 62 ສະຫາຍ, ຍິງ 14 ສະຫາຍ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ. ຜົນສຳເລັດທີ່ພົ້ນເດັ່ນ ແມ່ນຄະນະໜ່ວຍພັກ ສາມາດນຳພາສະມາຊິກພັກ ເຂົ້າຮ່ວມເຊື່ອມຊຶມບັນດາເອກະສານສຳຄັນ, ມະຕິ ແລະ ຄຳສັ່ງຕ່າງໆຂອງພັກ ໄດ້ເຖິງ 10 ຄັ້ງ, ມີຜູ້ເຂົ້າຮ່ວມ 447 ເທື່ອສະຫາຍ. ດ້ານວິຊາສະເພາະ, ສະມາຊິກພັກທຸກສະຫາຍໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຮ່ຳຮຽນ ຢ່າງມີຄວາມຮັບຜິດຊອບສູງ, ສາມາດສຳເລັດການຮຽນ-ການສອນ 5 ວິຊາ ແລະ ຜ່ານການສອບເສັງວິຊາປັດຊະຍາ ໄດ້ເກຣດ A ເຖິງ 63 ສະຫາຍ (ຄິດເປັນ 98,41%). ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊີ້ນຳອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ກຳມະບານ) ໃຫ້ມີຄວາມເຂັ້ມແຂງ ແລະ ເຄື່ອນໄຫວຕາມພາລະບົດບາດຢ່າງຫ້າວຫັນ, ສ້າງຂະບວນການອອກແຮງງານ, ກິລາ ແລະ ການກຸສົນຢ່າງຟົດຟື້ນ. ສຳລັບທິດທາງໜ້າທີ່ ໄດ້ວາງທິດທາງແຜນການສູ້ຊົນສ້າງໜ່ວຍພັກ ໃຫ້ກາຍເປັນ “ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ” ໂດຍຕັ້ງຄາດໝາຍສູ້ຊົນໃຫ້ການຄົ້ນຄວ້າຮ່ຳຮຽນ ຂອງນັກຄົ້ນຄວ້າບັນລຸໄດ້ 85% ຂຶ້ນໄປ ແລະ ສ້າງສະມາຊິກພັກແຂງ ໃຫ້ໄດ້ 90% ຂຶ້ນໄປ. ພ້ອມທັງຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ແບ່ງງານ-ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ແລະ ເພີ່ມທະວີວຽກງານກວດກາພັກໃຫ້ເປັນປົກກະຕິ.










ການໃຊ້ສິດປະຊາທິປະໄຕ ແລະ ການເລືອກຕັ້ງຄະນະພັກຊຸດໃໝ່ ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ແລະ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານມາດຖານ ແລະ ເງື່ອນໄຂທີ່ກຳນົດໄວ້, ເພື່ອເປັນແກນນຳໃນການສືບຕໍ່ຊີ້ນຳ-ນຳພາ ໜ່ວຍພັກໃນຕໍ່ໜ້າ.

ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີເປັນເອກະພາບເລືອກເອົາບັນດາສະຫາຍ ທີ່ມີມາດຖານຄົບຖ້ວນເຂົ້າໃນ ຄະນະໜ່ວຍພັກຊຸດໃໝ່ ດັ່ງນີ້:
- ສະຫາຍ ສັນມາລາ ຂຸນພິຊິດ ເປັນເລຂາໜ່ວຍພັກ.
- ສະຫາຍ ໜໍ່ຈັນ ພົມມະປັນຍາ ເປັນຮອງເລຂາໜ່ວຍພັກ.
- ສະຫາຍ ແຂກແກ້ວ ໄຊຍະວົງ ເປັນປະທານກວດກາ.
- ສະຫາຍ ນາງ ພອນແສງ ບຸນພິພັກ ເປັນຄະນະໜ່ວຍ.
- ສະຫາຍ ຈັນສະໝອນ ບຸດທະສະວົງ ເປັນຄະນະໜ່ວຍ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ປທ ນາງ ພອນໄຊ ລາດຊະວົງ, ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳອັນລ້ຳຄ່າ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກຍາດມາໄດ້ ແລະ ເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຍົກສູງບົດບາດການນຳພາຂອງພັກໃຫ້ສູງຂຶ້ນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກຢ່າງຕໍ່ເນື່ອງ ແລະ ຖືເອົາການຄົ້ນຄວ້າຮ່ຳຮຽນທິດສະດີການເມືອງ-ການປົກຄອງ ເປັນໜ້າທີ່ການເມືອງໃຈກາງ. ສະຫາຍຍັງໄດ້ເນັ້ນໃຫ້ສະມາຊິກພັກທຸກຄົນ ຕ້ອງເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນ ຂອງ ສມປຊ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງຂະບວນການໃຫ້ຟົດຟື້ນ.
ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ) ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ເຕັມໄປດ້ວຍຄວາມໝາຍໝັ້ນ ຂອງຄະນະພັກຊຸດໃໝ່ ແລະ ສະມາຊິກພັກທຸກສະຫາຍ ທີ່ຈະນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນຕົວຈິງ, ປະກອບສ່ວນເຂົ້າໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃຫ້ແກ່ປະເທດຊາດ.


ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
