ໃນວັນທີ 29 ມັງກອນ 2026, ເວລາ 10:00 ໂມງ, ທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກ 5 ຊັ້ນ ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີພິທີມອບ-ຮັບປື້ມ ແລະ ປະຕິທິນ ລະຫວ່າງ ວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຕາງໜ້າມອບໂດຍ ທ່ານ ນາງ ແສງແກ້ວ (ໂມ້ສຽວຫຼິງ), ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ. ໂດຍມີ ຄະນະພັກ, ຄະນະນຳ ສມປຊ, ຄະນະສູນຂໍ້ມູນຂ່າວສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.


ພິທີມອບ-ຮັບໃນຄັ້ງນີ້ ຖືເປັນນິມິດໝາຍອັນດີງາມ ໃນການສືບຕໍ່ຜັນຂະຫຍາຍສາຍພົວພັນມິດຕະພາບ ບົນຈິດໃຈ “ຄູ່ຮ່ວມຊາຕາກຳ ລາວ-ຈີນ” ໃຫ້ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການແລກປ່ຽນທາງດ້ານວັດທະນະທຳ, ຂໍ້ມູນຂ່າວສານ ແລະ ບົດຮຽນທາງດ້ານທິດສະດີການເມືອງ-ການປົກຄອງ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ປະຕິທິນ ຈຳນວນ 56 ຫົວ ແລະ ປື້ມທີ່ມີເນື້ອຫາສຳຄັນ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການສຶກສາ, ສາທາລະນະສຸກ ແລະ ວິທະຍາສາດເຕັກໂນໂລຊີ ຂອງ ສປ ຈີນ ຈຳນວນ 24 ຫົວ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອ ຂອງວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ. ທ່ານໄດ້ເນັ້ນໜັກວ່າ: ການມອບປື້ມໃນຄັ້ງນີ້ ບໍ່ພຽງແຕ່ເປັນການມອບວັດຖຸສິ່ງຂອງເທົ່ານັ້ນ, ແຕ່ຍັງເປັນການສົ່ງຕໍ່ “ຄັງປັນຍາ” ແລະ ບົດຮຽນອັນເລິກເຊິ່ງ ຂອງ ສປ ຈີນ ໃນການສ້າງສາພັດທະນາປະເທດຊາດ ຈົນກ້າວຂຶ້ນມາເປັນມະຫາອຳນາດທາງດ້ານເສດຖະກິດ ແລະ ເຕັກໂນໂລຊີໃນປັດຈຸບັນ. ບັນດາປື້ມເຫຼົ່ານີ້ ຈະເປັນແຫຼ່ງຂໍ້ມູນທີ່ສຳຄັນ ໃຫ້ແກ່ຄູ-ອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາ ຂອງ ສມປຊ ໃນການສຶກສາຄົ້ນຄວ້າ, ສົມທຽບ ແລະ ຖອດຖອນບົດຮຽນ ຈາກພຶດຕິກຳຕົວຈິງ ຂອງ ສປ ຈີນ ເພື່ອນຳມາໝູນໃຊ້ເຂົ້າໃນການຮຽນ-ການສອນ ແລະ ການຄົ້ນຄວ້າວິທະຍາສາດການເມືອງ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ຂອງ ສປປ ລາວ.
ໃນພິທີ, ທ່ານ ນາງ ແສງແກ້ວ (ໂມ້ສຽວຫຼິງ) ໄດ້ກ່າວວ່າ: ການມອບປື້ມ ແລະ ປະຕິທິນໃນຄັ້ງນີ້ ແມ່ນເພື່ອສະແດງເຖິງໄມຕີຈິດມິດຕະພາບ ແລະ ຄວາມມຸ່ງມາດປາດຖະໜາ ຂອງ CMG ໃນການເປັນຂົວຕໍ່ດ້ານຂໍ້ມູນຂ່າວສານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ. ໂດຍສະເພາະແມ່ນ ການເຜີຍແຜ່ຜົນສຳເລັດ ຂອງການພັດທະນາທີ່ມີຄຸນນະພາບສູງ ແລະ ການແບ່ງປັນອົງຄວາມຮູ້ດ້ານວິທະຍາສາດ-ເຕັກໂນໂລຊີ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ຢູ່ ສມປຊ ເຊິ່ງເປັນສະຖາບັນຫຼັກໃນການກໍ່ສ້າງພະນັກງານການນຳ-ຄຸ້ມຄອງ ຂອງ ສປປ ລາວ.

ການເຄື່ອນໄຫວໃນຄັ້ງນີ້ ຍັງເປັນການຢືນຢັນຄືນ ເຖິງການຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ (ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ແທ້ຈິງ. ປື້ມ ແລະ ເອກະສານເຫຼົ່ານີ້ ຈະຖືກນຳໄປມອບໃຫ້ແກ່ ສູນຂໍ້ມູນຂ່າວສານ ຂອງ ສມປຊ ເພື່ອຄຸ້ມຄອງ ແລະ ໃຫ້ບໍລິການແກ່ການຄົ້ນຄວ້າ ຕໍ່ໄປ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
