ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ທິມງານລົງກໍ່ສ້າງຮາກຖານການເມືອງໜ່ວຍ 2 ປທ ຮຸ່ນທີ່ XXI ຫ້ອງ ຂ ບ້ານ ໂພນທອນ ເມືອງເຟືອງ, ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມບ້ານ

ໃນວັນທີ 28 ກຸມພາ 2026ຢູ່ຫ້ອງການ ບ້ານ ໂພນທອນ ເມືອງເຟືອງ, ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ບ້ານໂດຍເປັນປະທານໂດຍ: ສະຫາຍ ບຸນຊູ ອິນທະວົງ ເລຂາຄະນະພັກ-ນາຍບ້ານ ໂພນທອນ, ມີສະຫາຍ ປທ ນ ນຸດສີດາ ພິມມະຈັນ ຮອງຫົວໜ້າພາກວິຊາຂົນຂວາຍ ແລະກໍ່ສ້າງຮາກຖານ, ຫົວໜ້າທິມງານໜ່ວຍ 2ບ້ານໂພນທອນ, ມີທິມງານນັກສຶກສາທີລົງກໍ່ສ້າງຮາກຖານ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ 132ທ່ານ 65 ທ່ານ. ຂະບວນການອອກແຮງງານໃນຄັ້ງນີ້ໄດ້ພ້ອມກັນອະນາໄມເກັບຂີ້ເຫຍື້ອ…

ນັກສຶກສາປະລິນຍາໂທ ຮຸ່ນທີ XXI ລົງເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ

ໃນຕອນເຊົ້າ ວັນທີ 26 ກຸມພາ 2026 ໄດ້ມີພິທີພົບປະ ລະຫວ່າງ ນັກສຶກສາປະລິນຍາໂທ ຮຸ່ນທີ XXI ກັບຄະນະ ບ້ານນາມົນ ທີ່ຫ້ອງການປົກຄອງບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ, ເຂົ້າຮ່ວມໃນພິທີພົບປະມີຄະນະພັກ-ອຳນາດການປົກຄອງບ້ານນາມົນ, ຄູ-ອາຈານ, ນັກສຶກສາປະລິນ ຍາໂທຮຸ່ນທີ XXI (ຫ້ອງ ຂ, ໜ່ວຍທີ 4) ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລວມຜູ້ເຂົ້າຮ່ວມທັງໝົດ 13 ທ່ານ,…

ນັກຂ່າວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຍົກລະດັບເຕັກນິກການຜະລິດຂ່າວ ເພື່ອຮັບໃຊ້ໜ້າທີ່ການເມືອງໃນຍຸກດິຈິຕອນ

ໃນຍຸກສະໄໝທີ່ຂໍ້ມູນຂ່າວສານປຽບເໝືອນສະໜາມຮົບທາງດ້ານແນວຄິດ, ວຽກງານສື່ມວນຊົນຈຶ່ງບໍ່ແມ່ນພຽງແຕ່ການລາຍງານເຫດການທົ່ວໄປ, ແຕ່ຄື “ກະບອກສຽງ” ແລະ “ອາວຸດທາງປັນຍາ” ອັນແຫຼມຄົມ ທີ່ເຮັດໜ້າທີ່ປົກປ້ອງແນວທາງນະໂຍບາຍຂອງພັກ-ລັດ ພ້ອມທັງເຕົ້າໂຮມຄວາມສາມັກຄີຂອງປວງຊົນ. ດ້ວຍເຫດນີ້, ການຍົກລະດັບຄວາມສາມາດໃຫ້ແກ່ນັກຂ່າວ ດ້ານຂໍ້ມູນຂ່າວສານ ຈຶ່ງເປັນວຽກງານຍຸດທະສາດທີ່ສຳຄັນຍິ່ງ. ຫຼ້າສຸດ, ໃນລະຫວ່າງວັນທີ 24-26 ກຸມພາ 2026 ທີ່ຜ່ານມາ, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ຫ້ອງຮຽນຂົງຈື້ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ເປັນເຈົ້າພາບຈັດຊຸດຝຶກອົບຮົມຍົກລະດັບເຕັກນິກການຜະລິດຂ່າວຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຊີ້ນຳໂດຍ ທ່ານ ນາງ ສິມມະນີ ແກ້ວແກ່ນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ  ຮ່ວມກັບແຂວງວຽງຈັນ ເປີດບັ້ນລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາ ປທ ຮຸ່ນທີ XXI ຢູ່ເມືອງເຟືອງ, ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນຕາແສງ

ໃນວັນທີ 25 ກຸມພາ 2026, ທີ່ສະໂມສອນຫ້ອງວ່າການປົກຄອງເມືອງເຟືອງ ແຂວງວຽງຈັນ, ໄດ້ມີການຈັດພິທີເປີດບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XXI ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງວຽງຈັນ ແລະ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ…