ໃນວັນທີ 25 ກຸມພາ 2026, ທີ່ສະໂມສອນຫ້ອງວ່າການປົກຄອງເມືອງເຟືອງ ແຂວງວຽງຈັນ, ໄດ້ມີການຈັດພິທີເປີດບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XXI ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງວຽງຈັນ ແລະ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

         ການລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ແມ່ນມີຈຸດປະສົງອັນເລິກເຊິ່ງທາງດ້ານການເມືອງ ເພື່ອໃຫ້ນັກສຶກສາໄດ້ນໍາເອົາຄວາມຮູ້ທາງດ້ານຫຼັກມູນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ທີ່ໄດ້ສຶກສາຮໍ່າຮຽນ ມາໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ຢູ່ຂັ້ນທ້ອງຖິ່ນຮາກຖານ. ໂດຍສະເພາະແມ່ນການສຸມໃສ່ຈັດຕັ້ງປະຕິບັດ ແລະ ປະເມີນຜົນການເຄື່ອນໄຫວຂອງ “ຕາແສງ” ເຊິ່ງເປັນຫົວໜ່ວຍການປົກຄອງຂັ້ນພື້ນຖານ ຕາມລັດຖະທຳມະນູນ ສະບັບປັບປຸງໃໝ່ ປີ 2025. ບັ້ນລົງຮາກຖານນີ້ ຍັງເປັນການປະຕິບັດຕາມທິດນໍາຂອງພັກທີ່ວ່າ: “ທິດສະດີຕ້ອງຕິດພັນກັບພຶດຕິກໍາຕົວຈິງ” ແລະ ເພື່ອໃຫ້ນັກສຶກສາໄດ້ລົງໃກ້ຊິດຕິດແທດກັບປະຊາຊົນຢ່າງແທ້ຈິງ, ພ້ອມທັງຊ່ວຍນໍາພາປະຊາຊົນແກ້ໄຂບັນຫາຕ່າງໆ.

         ໃນພິທີ, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ເນັ້ນໜັກວ່າ: ການລົງກໍ່ສ້າງຮາກຖານການເມືອງຄັ້ງນີ້ ດຳເນີນໄປໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນ ກໍາລັງສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ແຂວງວຽງຈັນເອງ ກໍພວມສ້າງບາດກ້າວໃໝ່ ໂດຍໄດ້ຮັບການອະນຸມັດໃຫ້ເປັນແຂວງທີ 10 ທີ່ສາມາດດຸ່ນດ່ຽງງົບປະມານໄດ້ດ້ວຍຕົນເອງ. ທ່ານຍັງໄດ້ຊີ້ໃຫ້ເຫັນເຖິງຜົນສຳເລັດຂອງວຽກງານ 3 ສ້າງ ແລະ ການພັດທະນາຊົນນະບົດຮອບດ້ານ ໂດຍປັດຈຸບັນທົ່ວແຂວງມີບ້ານພົ້ນທຸກແລ້ວ 100%. ພ້ອມທັງຮຽກຮ້ອງໃຫ້ອົງການປົກຄອງທຸກຂັ້ນ ໃຫ້ຄວາມຮ່ວມມື ແລະ ຖືເອົາບັ້ນຝຶກງານນີ້ເປັນເວທີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານ.

         ໃນພິທີ, ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ທິດຊີ້ນຳອັນສໍາຄັນ ໂດຍຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປຢ່າງສັບສົນ, ແຕ່ ສປປ ລາວ ຍັງສາມາດຮັກສາສະຖຽນລະພາບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ ເຊິ່ງປັດໄຈສຳຄັນໜຶ່ງແມ່ນການເອົາໃຈໃສ່ວຽກງານກໍ່ສ້າງຮາກຖານ ເຊິ່ງຖືເປັນວິທີປະຕິວັດຂອງພັກ. ທ່ານໄດ້ມອບໝາຍໃຫ້ນັກສຶກສາ ລົງເລິກວິເຄາະ-ໄຈ້ແຍກ ຊອກໃຫ້ເຫັນຈຸດແຂງ, ຈຸດອ່ອນ, ໂອ ກາດ ແລະ ສິ່ງທ້າທາຍ ໃນການສ້າງຕັ້ງຕາແສງ ເພື່ອເປັນຂໍ້ມູນພື້ນຖານອັນສຳຄັນໃຫ້ແກ່ພັກ-ລັດ ໃນການປັບປຸງການປົກຄອງທ້ອງຖິ່ນ. ນອກຈາກນີ້, ຍັງໄດ້ເນັ້ນໃຫ້ນັກສຶກສາຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ, ມີທັດສະນະຫຼັກໝັ້ນຊົນຊັ້ນອັນໜັກແໜ້ນ ແລະ ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ໃນໄລຍະລົງຮາກຖານ.

         ບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງຄັ້ງນີ້ ປະກອບມີນັກສຶກສາປະລິນຍາໂທ ຮຸ່ນທີ XXI ຈໍານວນ 139 ສະຫາຍ (ຍິງ 31 ສະຫາຍ) ພ້ອມດ້ວຍພະນັກງານ-ຄູອາຈານນໍາພາ 21 ສະຫາຍ, ລວມທັງໝົດ 160 ສະຫາຍຈາກ ສມປຊ. ໄລຍະເວລາຂອງການລົງຮາກຖານຄັ້ງນີ້ ໃຊ້ເວລາທັງໝົດ …. ວັນ, ການລົງເຄື່ອນໄຫວ ແມ່ນຈະແບ່ງອອກເປັນ 12 ໜ່ວຍ ລົງສູ່ 12 ບ້ານເປົ້າໝາຍໃນເມືອງເຟືອງ. ບັນດານັກສຶກສາຈະໄດ້ແບ່ງຄວາມຮັບຜິດຊອບຕາມ 4 ກຸ່ມວຽກໃຫຍ່ ຄື: ວຽກງານການເມືອງ-ແນວຄິດ, ວຽກງານເສດຖະກິດ, ວຽກງານວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

         ພາຍຫຼັງສໍາເລັດການເປີດພິທີຢ່າງເປັນທາງການ, ບັນດານັກສຶກສາ ພ້ອມດ້ວຍຄະນະຮັບຜິດຊອບ ໄດ້ລົງປະຈຳການແຕ່ລະບ້ານ ເພື່ອປະສານສົມທົບກັບອົງການປົກຄອງບ້ານ ສ້າງແຜນການເຄື່ອນໄຫວລະອຽດ. ຂະບວນການນີ້ຖືເປັນຂີດໝາຍອັນສຳຄັນ ໃນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເມືອງຂັ້ນຮາກຖານ ຂອງພັກ ແລະ ລັດ ເຮົາຢ່າງແທ້ຈິງ.

                                                      ຂ່າວ: ປທ ຕາອັອດ ແສນທະວີສຸກ
ພາບ: ແສງອາລຸນ ຂັນເງິນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

                                           

ຂ່າວອື່ນໆ