ໃນຕອນເຊົ້າ ວັນທີ 26 ກຸມພາ 2026 ໄດ້ມີພິທີພົບປະ ລະຫວ່າງ ນັກສຶກສາປະລິນຍາໂທ ຮຸ່ນທີ XXI ກັບຄະນະ ບ້ານນາມົນ ທີ່ຫ້ອງການປົກຄອງບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ, ເຂົ້າຮ່ວມໃນພິທີພົບປະມີຄະນະພັກ-ອຳນາດການປົກຄອງບ້ານນາມົນ, ຄູ-ອາຈານ, ນັກສຶກສາປະລິນ ຍາໂທຮຸ່ນທີ XXI (ຫ້ອງ ຂ, ໜ່ວຍທີ 4) ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລວມຜູ້ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 4 ທ່ານໃນພິທີດັ່ງກ່າວ ທ່ານ ຄໍາໝັ້ນ ບຸນວົງໄຊ ເລຂາພັກບ້ານ, ນາຍບ້ານນາມົນ ໄດ້ກ່າວຕ້ອນຮັບ ແລະລາຍງານສະພາບລວມຂອງບ້ານ ໂດຍສັງເຂບ ຊຶ່ງໃນໄລ ຍະຜ່ານມາ ບ້ານໄດ້ມີຄວາມເອົາໃຈໃສ່ນຳພາ-ຊີ້ນໍາວຽກງານພາຍໃນບ້ານເປັນປົກກະຕິ ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ, ດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບເຮັດໃຫ້ບ້ານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສະພາບຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການພັດທະນາດີຂຶ້ນ, ຫຼັງຈາກນັ້ນ ຕາງໜ້າຄະນະນັກສຶກສາ ໂດຍແມ່ນ ທ່ານ ປອ ອຸທອນ ຈາວພະລີພັນ ຫົວໜ້າພາກວິຊາວິທະຍາສາດການປົກຄອງ ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ຊຶ່ງເປັນຫົວໜ້ານຳພາຄະນະດັ່ງກ່າວ ໄດ້ຂຶ້ນມີຄຳເຫັນ ຊຶ່ງທ່ານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງຄະນະນຳ-ອຳນາດການປົກຄອງບ້ານ ໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ, ແຜນການເຄື່ອນໄຫວໂດຍຫຍໍ້ຂອງຄະນະເປັນຕົ້ນແມ່ນເພື່ອເປັນການໝູນໃຊ້ດ້ານທິດສະດີ ສົມທຽບກັບພຶດຕິກໍາຕົວຈິງຢູ່ທ້ອງຖິ່ນຮາກຖານ, ພ້ອມທັງເປັນການແລກປ່ຽນຖອດຖອນບົດຮຽນ, ຊຸກຍູ້ການເຄື່ອນໄຫວວຽກງານພາຍໃນບ້ານ ເພື່ອເຮັດໃຫ້ການເຄື່ອນໄຫວທຸກຂົງເຂດວຽກງານຂອງບ້ານ ກໍຄືຄະນະມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດດັ່ງກ່າວ, ຄະນະນັກສຶກສາ ໄດ້ມອບເຄື່ອງທີ່ລະນຶກຈຳນວນໜຶ່ງ ໃຫ້ຄະນະພັກ-ອຳ ນາດການປົກຄອງບ້ານ ປະກອບມີ ປື້ມສັງລວມກົດໝາຍຈຳນວນ 20ຫົວ, ກົດໝາຍວ່າດ້ວຍການດຳ ເນີນຄະນະດີອາຍາ 10ຫົວ, ປື້ມດຳລັດວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ 10ຫົວ, ຄູ່ມືການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ 10ຫົວ, ປື້ມຄູ່ມືການໄກ່ເກ່ຍການກະທຳຜິດຂອງເດັກຈຳນວນ 10ຫົວ, ປະຕິ ທິນ, ວາລະສານ ແລະເສື້ອລວມມູນຄ່າທັງໝົດ 3,810,000 ກີບ(ສາມລ້ານແປດແສນສິບພັນ) ກີບ.
ໃນວັນດຽວກັນ, ຄະນະລົງກໍ່ສ້າງຮາກຖານການເມືອງໄດ້ລົງເຄື່ອນໄຫວອະນາໄມ ຂອບເຂດຫ້ອງການປົກຄອງບ້ານ ເພື່ອເປັນການສ້າງຄວາມສາມັກຄີພາຍໃນຄະນະ, ໄດ້ພົບປະປະຊາຊົນ, ເພື່ອສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ມີສຸຂະນາໄມທີ່ດີ.
ຂ່າວ/ພາບ: ທ່ານ ສຸກ ໄຊຍະວົງ
ບັນນາທິການ: ທ່ານ ປທ ບຸນປັນ ສຸມຸນທອງ
