ໃນວັນທີ 28 ກຸມພາ 2026ຢູ່ຫ້ອງການ ບ້ານ ໂພນທອນ ເມືອງເຟືອງ, ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ບ້ານໂດຍເປັນປະທານໂດຍ: ສະຫາຍ ບຸນຊູ ອິນທະວົງ ເລຂາຄະນະພັກ-ນາຍບ້ານ ໂພນທອນ, ມີສະຫາຍ ປທ ນ ນຸດສີດາ ພິມມະຈັນ ຮອງຫົວໜ້າພາກວິຊາຂົນຂວາຍ ແລະກໍ່ສ້າງຮາກຖານ, ຫົວໜ້າທິມງານໜ່ວຍ 2ບ້ານໂພນທອນ, ມີທິມງານນັກສຶກສາທີລົງກໍ່ສ້າງຮາກຖານ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ 132ທ່ານ 65 ທ່ານ.

       ຂະບວນການອອກແຮງງານໃນຄັ້ງນີ້ໄດ້ພ້ອມກັນອະນາໄມເກັບຂີ້ເຫຍື້ອ ຕາມເສັ້ນທາງຫຼວງຂອບເຂດຄວາມຮັບ ຜິດຊອບຂອງ ບ້ານ ປະມານ 1,5 ກິໂລແມັດ, ອະນາໄມສະໂມສອນ, ສ້ອມແປງໄຟສະໂມສອນບ້ານ ແລະ ເຮືອນຄົວບ້ານເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ, ນອກຈາກນີ້ ຍັງໄດ້ປູກຈິດສຳນຶກໃຫ້ພໍ່ແມ່ປະຊາຊົນສ້າງຂະບວນການອອກແຮງງານອະນາໄມລວມບ້ານເພື່ອສະເຫຼີມສະຫຼອງວັນບຸນສຳຄັນຕ່າງໆ ຂອງພັກ, ຂອງຊາດເຊັ່ນ: ຕ້ອນ ຮັບວັນທີ 8ມີນາ ວັນແມ່ຍິງສາກົນ…ຯ

       ພາບ/ຂ່າວ: ທິມງານລົງກໍ່ສ້າງການເມືອງໜ່ວຍ 2 ປທ ຮຸ່ນທີ 21 ຫ້ອງ ຂ ບ້ານໂພນທອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ