ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ກອງປະຊຸມພົບປະແລກປ່ຽນວຽກງານຊາວໜຸ່ມ ແລະ ວຽກງານການຄົ້ນຄວ້າວິທະຍາສາດ ທີ່ ສມປຊ

ໃນຕອນບ່າຍຂອງວັນທີ 12 ມີນາ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນວຽກງານຊາວໜຸ່ມ ແລະ ວຽກງານການຄົ້ນຄວ້າວິທະຍາສາດ ຂຶ້ນຢ່າງຄຶກຄື້ນ ແລະ ມີຄວາມໝາຍສຳຄັນທາງດ້ານການເມືອງຢ່າງເລິກເຊິ່ງ ຊຶ່ງຈັດຂຶ້ນທີ່ສະໂມສອນໃຫຍ່ ສມປຊ. ກອງປະຊຸມດັ່ງກ່າວ ແມ່ນການຮ່ວມມືປະຫວັດສາດ ລະຫວ່າງ 3 ອົງການສຳຄັນ ຄື: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງການຕ່າງປະເທດ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ. ກອງປະຊຸມອັນຊົງກຽດນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມ ແລະ ໂອ້ລົມຊີ້ນຳໂດຍ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກກອມມູນິດຈີນ ແຂວງກຸ່ຍໂຈ. ສປ ຈີນ ຮ່ວມກັນຈັດກອງປະຊຸມສຳມະນາວິທະຍາສາດ ວ່າດ້ວຍວຽກງານກໍ່ສ້າງພັກໃນຍຸກສະໄໝໃໝ່

ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກຳ ລະຫວ່າງ ສອງພັກ ລາວ-ຈີນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໂດຍສະເພາະ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ໄດ້ຮ່ວມກັບ ໂຮງຮຽນພັກກອມມູນິດຈີນ ແຂວງກຸ່ຍໂຈ ສປ ຈີນ ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນ ໃນຕອນເຊົ້າວັນທີ 11 ມີນາ 2026. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ ກູ້ຢ່າງ ສີສົມບຼົ່ງ…

ຄະນະລັດທິສັງຄົມນິຍົມວິທະຍາສາດ  ສຳເລັດຝຶກອົບຮົມວິຊາລັດທິສັງຄົມນິຍົມວິທະຍາສາດ ຢູ່ແຂວງອຸດົມໄຊ

ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການເມືອງ-ແນວຄິດ ໃນໄລຍະໃໝ່, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຳເລັດການຈັດຊຸດຝຶກອົບຮົມ ໃນຫົວຂໍ້: “ຍົກສູງຄຸນນະພາບການສິດສອນວິຊາລັດທິສັງຄົມນິຍົມວິທະຍາສາດໃນເງື່ອນໄຂໃໝ່ ໃຫ້ພະນັກງານ, ຄູ-ອາຈານ” ປີ 2026 ຢ່າງເປັນທາງການ ຢູ່ທີ່ແຂວງອຸດົມໄຊ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນໃນລະຫວ່າງວັນທີ 2-6 ມີນາ 2026. ພິທີເປີດ ແລະ ປິດຊຸດຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ຄຳໃບ ມາລາສິງ ຄະນະປະຈຳພັກ ສມປຊ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ.…

ທີມງານລົງກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມກອງປະຊຸມ ແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ຂອງບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ

ໃນຕອນເຊົ້າ ຂອງວັນທີ 5 ມີນາ 2026 ເວລາ 9:00 ຫາ 11:00 ໂມງ ຢູ່ທີ່ຫ້ອງການບ້ານ ທ່າເຮືອ ໄດ້ມີກອງປະຊຸມແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານຂອງ ບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ ໂດຍມີເລກຂາພັກບ້ານ, ຮອງນາຍບ້ານ, ປກຊ-ປກສ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ ຈຳນວນ 7 ທ່ານ, ຍິງ 3 ທ່ານ. ກອງປະຊຸມດັ່ງກ່າວ ແມ່ນໄດ້ສຸມໃສ່ ແລະລົງເລິກ…