ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກຳ ລະຫວ່າງ ສອງພັກ ລາວ-ຈີນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໂດຍສະເພາະ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ໄດ້ຮ່ວມກັບ ໂຮງຮຽນພັກກອມມູນິດຈີນ ແຂວງກຸ່ຍໂຈ ສປ ຈີນ ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນ ໃນຕອນເຊົ້າວັນທີ 11 ມີນາ 2026. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ ກູ້ຢ່າງ ສີສົມບຼົ່ງ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ (ຝ່າຍລາວ) ແລະ ທ່ານ ເຈີ້ງ ຕົງເຊິ່ງ ຫົວໜ້າພາກວິຊາສ້າງສາພັກ (ຝ່າຍ ສປ ຈີນ) ໂດຍມີບັນດາຄະນະພາກວິຊາ ທັງສອງຝ່າຍ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

         ກອງປະຊຸມສຳມະນາຄັ້ງນີ້ ແມ່ນດຳເນີນໄປພາຍໃຕ້ບັນຍາກາດແຫ່ງການຄົ້ນຄວ້າວິທະຍາສາດການເມືອງຢ່າງເລິກເຊິ່ງ, ເຊິ່ງໄດ້ສຸມໃສ່ປຶກສາຫາລື 2 ຫົວຂໍ້ຫຼັກ ທີ່ຕິດພັນກັບການຍົກສູງຂີດຄວາມສາມາດນຳພາຂອງພັກ ໃນເງື່ອນໄຂໃໝ່ ຄື:

1). ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ: ທີ່ປະຊຸມໄດ້ຍົກໃຫ້ເຫັນເຖິງທິດທາງໃໝ່ໃນວຽກງານກໍ່ສ້າງພັກ ໂດຍອີງໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ຈຸດສຸມແມ່ນການເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພ້ອມກັນນັ້ນ, ຍັງໄດ້ລົງເລິກເຖິງການສ້າງຄວາມໜັກແໜ້ນດ້ານລະບົບແນວຄິດທິດສະດີຂອງພັກ ແລະ ການຍົກສູງປະສິດທິພາບໃນການຕິດຕາມ, ກວດກາ ແລະ ຕ້ານການສໍ້ລາດບັງຫຼວງຢ່າງເດັດຂາດ. ວຽກງານເຫຼົ່ານີ້ ແມ່ນຖືກກຳນົດໄວ້ຢ່າງຈະແຈ້ງໃນໂຄງການການເມືອງ ສະບັບທີ 3 ຂໍ້ທີ 8 ຂອງພັກ.

2).​ ບົດຮຽນການນຳພາຂອງພັກກອມມູນິດຈີນ ໃນການລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງຮາກຖານ: ຜູ້ແທນຈາກໂຮງຮຽນພັກ ສປ ຈີນ ໄດ້ແບ່ງປັນພຶດຕິກຳຕົວຈິງອັນລ້ຳຄ່າ ກ່ຽວກັບຜົນສຳເລັດ ຂອງແຂວງກຸ້ຍໂຈວ ທີ່ເຄີຍເປັນໜຶ່ງໃນແຂວງທີ່ມີຄວາມທຸກຍາກທີ່ສຸດ ແຕ່ສາມາດລຶບລ້າງຄວາມທຸກຍາກໄດ້ຢ່າງສິ້ນເຊີງ. ປັດໄຈຕັດສິນຂອງຜົນສຳເລັດນີ້ ແມ່ນການຢຶດໝັ້ນການນຳພາຮອບດ້ານ ຂອງພັກກອມມູນິດຈີນ ໂດຍຜ່ານລະບົບ “ເລຂາພັກ 5 ຂັ້ນ ຮ່ວມກັນແກ້ໄຂຄວາມທຸກຍາກ” ທີ່ແປງເຈດຈຳນົງຂອງລັດ ໃຫ້ກາຍເປັນການເຄື່ອນໄຫວໃນຮາກຖານຢ່າງເປັນຮູບປະທຳ. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນເຖິງພາລະບົດບາດ ຂອງການຈັດຕັ້ງພັກຂັ້ນຕາແສງ ທີ່ປຽບເໝືອນ “ກະດູກສັນຫຼັງ” ຂອງການຄຸ້ມຄອງຮາກຖານ , ທີ່ເຮັດໜ້າທີ່ຊີ້ນຳນຳພາທຸກວຽກງານ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

         ໃນໂອກາດນີ້, ທ່ານ ປອ ກູ້ຢ່າງ ສີສົມບຼົ່ງ ໄດ້ມີຄຳເຫັນໂອ້ລົມ ແລະ ສະຫຼຸບຕີລາຄາສູງ ຕໍ່ຜົນສຳເລັດ ຂອງກອງປະຊຸມສຳມະນາ. ທ່ານໄດ້ເນັ້ນໜັກວ່າ: ການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ລະຫວ່າງ ສອງສະຖາບັນໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບຄວາມຮູ້, ວິໄສທັດ ແລະ ຄວາມສາມາດ ຂອງຖັນແຖວຄູອາຈານພາຍໃນຄະນະເທົ່ານັ້ນ, ແຕ່ຍັງເປັນການສະໜອງຂໍ້ມູນວິທະຍາສາດທີ່ໜັກແໜ້ນ ເພື່ອນຳໄປປັບປຸງເນື້ອໃນຫຼັກສູດການຮຽນ-ການສອນ ໃຫ້ມີຄວາມອຸດົມສົມບູນ, ແທດເໝາະກັບສະພາບຄວາມເປັນຈິງ.

         ການຮຽນຮູ້ຈາກຮູບແບບ “ການສ້າງຕັ້ງໜ່ວຍພັກຕິດພັນກັບຕ່ອງໂສ້ການຜະລິດ” ແລະ ການນຳໃຊ້ “ການຄຸ້ມຄອງແບບຕາໜ່າງ” (Grid Management) ໃນການຄຸ້ມຄອງຊຸມຊົນຂອງຈີນ ແມ່ນບົດຮຽນທີ່ລ້ຳຄ່າ ທີ່ສາມາດນຳມາເປັນບ່ອນອີງໃນການຄົ້ນຄວ້າ, ປະກອບສ່ວນເຂົ້າໃນການສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງ ຂອງ ສປປ ລາວ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ກ້າຄິດ, ກ້າເຮັດ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຢ່າງແທ້ຈິງ.

                                                      ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

                                                      ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ