ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການເມືອງ-ແນວຄິດ ໃນໄລຍະໃໝ່, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຳເລັດການຈັດຊຸດຝຶກອົບຮົມ ໃນຫົວຂໍ້: “ຍົກສູງຄຸນນະພາບການສິດສອນວິຊາລັດທິສັງຄົມນິຍົມວິທະຍາສາດໃນເງື່ອນໄຂໃໝ່ ໃຫ້ພະນັກງານ, ຄູ-ອາຈານ” ປີ 2026 ຢ່າງເປັນທາງການ ຢູ່ທີ່ແຂວງອຸດົມໄຊ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນໃນລະຫວ່າງວັນທີ 2-6 ມີນາ 2026. ພິທີເປີດ ແລະ ປິດຊຸດຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ຄຳໃບ ມາລາສິງ ຄະນະປະຈຳພັກ ສມປຊ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ.
ການຍົກລະດັບຄວາມສາມາດໃນການສິດສອນວິຊາລັດທິສັງຄົມນິຍົມວິທະຍາສາດ ແມ່ນຄວາມຈຳເປັນພາວະວິໄສ ເພື່ອຮັບປະກັນຄຸນນະພາບການບຳລຸງ-ກໍ່ສ້າງພະນັກງານຄຸ້ມຄອງ ແລະ ບໍລິຫານ ໃຫ້ນັບມື້ສູງຂຶ້ນ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຢູ່ພາຍໃຕ້ຄວາມຮັບຜິດຊອບໂດຍກົງຂອງຄະນະລັດທິສັງຄົມນິຍົມວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ການຈັດຕັ້ງປະຕິບັດຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມວິທະຍາກອນຂຶ້ນບັນຍາຍທັງໝົດ ຈຳນວນ 4 ທ່ານ (ຍິງ 1 ທ່ານ) ເຊິ່ງລ້ວນແຕ່ແມ່ນຜູ້ທີ່ມີບົດຮຽນ ແລະ ປະສົບການຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສຳມະນາກອນເຂົ້າຮ່ວມທັງໝົດ 31 ທ່ານ (ຍິງ 13 ທ່ານ). ໃນນັ້ນ, ມີສຳມະນາກອນທີ່ມາຈາກບັນດາໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນໃນພາກເໜືອ ຈຳນວນ 17 ທ່ານ (ຍິງ 9 ທ່ານ).


ຕະຫຼອດໄລຍະການຝຶກອົບຮົມ, ບັນດາວິທະຍາກອນ ແລະ ສຳມະນາກອນ ໄດ້ລົງເລິກຄົ້ນຄວ້າ ແລະ ແລກປ່ຽນບົດຮຽນໃນ 5 ຫົວຂໍ້ສຳຄັນ ທີ່ຕິດພັນກັບສະພາບການເມືອງ-ສັງຄົມ ໃນປັດຈຸບັນ ເຊິ່ງປະກອບມີ:
- ພາລະກຳປະຫວັດສາດ ຂອງຊົນຊັ້ນກຳມະກອນ: ສຶກສາກ່ຽວກັບການຍາດເອົາອຳນາດ ແລະ ການສ້າງສັງຄົມນິຍົມໃນເງື່ອນໄຂປັດຈຸບັນ.
- ການກໍ່ສ້າງສັງຄົມນິຍົມໃນໂລກປັດຈຸບັນ: ສຸມໃສ່ຖອດຖອນບົດຮຽນຈາກ 5 ປະເທດທີ່ພັກກອມມູນິດເປັນພັກກຳອຳນາດ ແລະ ນຳພາການກໍ່ສ້າງສັງຄົມນິຍົມ.
- ລະບອບປະຊາທິປະໄຕປະຊາຊົນ ຢູ່ ສປປ ລາວ: ເນັ້ນໜັກຢ່າງພາວະວິໄສເຖິງພຶດຕິກຳແຫ່ງການສ້າງສາພັດທະນາປະເທດຊາດ ບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ໃນສະພາບ ແລະ ເງື່ອນໄຂຕົວຈິງ ຂອງປະເທດເຮົາ.
- ວຽກງານຊົນເຜົ່າ ແລະ ສາສະໜາ: ຄົ້ນຄວ້າຈຸດພິເສດ ແລະ ສະພາບການຈັດຕັ້ງປະຕິບັດວຽກງານຊົນເຜົ່າ ແລະ ສາສະໜາ ໃນລະບອບປະຊາທິປະໄຕປະຊາຊົນໃນໄລຍະປັດຈຸບັນ.
- ນະວັດຕະກຳການສິດສອນ: ສຶກສາວິທີການສິດສອນແບບຕັ້ງໜ້າ ແລະ ການຈັດສຳມະນາທີ່ຖືເອົານັກສຶກສາເປັນໃຈກາງ ເພື່ອນຳໄປໝູນໃຊ້ຕົວຈິງໃນການສິດສອນລະບົບທິດສະດີການເມືອງຂັ້ນຕົ້ນ ແລະ ຂັ້ນກາງ.
ຜ່ານການດຳເນີນງານ, ຊຸດຝຶກອົບຮົມໄດ້ຮັບຜົນສຳເລັດຕາມຄາດໝາຍ ຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດຈາກຄະນະພັກ ແລະ ຄະນະນຳແຕ່ລະຂັ້ນ. ຜູ້ເຂົ້າຮ່ວມທີ່ເຄີຍສິດສອນວິຊານີ້ມາກ່ອນ ກໍໄດ້ມີຄວາມເຂົ້າໃຈເລິກເຊິ່ງຂຶ້ນກວ່າເກົ່າ, ສ່ວນຜູ້ທີ່ຍັງບໍ່ທັນເຄີຍສິດສອນ ກໍສາມາດກຳແໜ້ນຄວາມຮູ້ພື້ນຖານເພື່ອນຳໄປຄົ້ນຄວ້າ ແລະ ສິດສອນໄດ້ເປັນຢ່າງດີ. ເພື່ອຮັບປະກັນຄວາມຕໍ່ເນື່ອງໃນວຽກງານການເມືອງ-ແນວຄິດ, ທາງຄະນະຮັບຜິດຊອບ ໄດ້ມີຂໍ້ສະເໜີໃຫ້ຄະນະພັກ ແລະ ຄະນະນຳສະຖາບັນ ສືບຕໍ່ໃຫ້ຄວາມສຳຄັນໃນການບຳລຸງສ້າງຖັນແຖວຄູ-ອາຈານຢ່າງເປັນປົກກະຕິ. ພ້ອມດຽວກັນນັ້ນ, ຍັງໄດ້ສະເໜີໃຫ້ມີການຂະຫຍາຍເປົ້າໝາຍຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງຕໍ່ໄປ ໃຫ້ກວມເອົາຖັນແຖວຄູ-ອາຈານ ທີ່ສິດສອນວິຊາລັດທິສັງຄົມນິຍົມວິທະຍາສາດ ຢູ່ບັນດາວິທະຍາຄານການເມືອງກຳລັງປະກອບອາວຸດຕື່ມອີກ.
ຂ່າວ ປທ ຕາອັອດ ແສນທະວີສຸກ
ຮູບພາບ: ນ. ສອນເມລີ ສີລິພອນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
