ໃນຕອນບ່າຍຂອງວັນທີ 12 ມີນາ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນວຽກງານຊາວໜຸ່ມ ແລະ ວຽກງານການຄົ້ນຄວ້າວິທະຍາສາດ ຂຶ້ນຢ່າງຄຶກຄື້ນ ແລະ ມີຄວາມໝາຍສຳຄັນທາງດ້ານການເມືອງຢ່າງເລິກເຊິ່ງ ຊຶ່ງຈັດຂຶ້ນທີ່ສະໂມສອນໃຫຍ່ ສມປຊ. ກອງປະຊຸມດັ່ງກ່າວ ແມ່ນການຮ່ວມມືປະຫວັດສາດ ລະຫວ່າງ 3 ອົງການສຳຄັນ ຄື: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງການຕ່າງປະເທດ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ.



ກອງປະຊຸມອັນຊົງກຽດນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມ ແລະ ໂອ້ລົມຊີ້ນຳໂດຍ ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ, ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະຫາຍ ສຸລິຍາ ແກ້ວພິລະວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ພ້ອມດຽວກັນນັ້ນ, ກໍຍັງມີບັນດາຄະນະບໍລິຫານງານຊາວໜຸ່ມ ຈາກທັງ 3 ພາກສ່ວນ, ສະມາຊິກຊາວໜຸ່ມ ແລະ ແຂກຜູ້ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.



ໃນວາລະກອງປະຊຸມ, ຄະນະນຳຂອງທັງ 3 ພາກສ່ວນໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນໂອ້ລົມ, ໂດຍໄດ້ເນັ້ນໜັກເຖິງທັດສະນະຫຼັກການຂອງພັກ ທີ່ຍາມໃດກໍຖືເອົາຊາວໜຸ່ມເປັນກຳລັງຫຼັກ ແລະ ເປັນກຳລັງສຳຮອງທີ່ສຳຄັນຂອງພັກ ແລະ ຂອງຊາດ. ການພົບປະແລກປ່ຽນໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພັກ-ລັດ ຕໍ່ກັບການຮ່ວມມື ແລະ ການປະສານງານຂອງບັນດາອົງການສຳຄັນ. ເພື່ອຮັບປະກັນການກໍ່ສ້າງ ແລະ ພັດທະນາຊາວໜຸ່ມໃຫ້ມີຄວາມຮູ້, ມີຄວາມສາມາດ ແລະ ມີອຸດົມການປະຕິວັດທີ່ໝັ້ນຄົງ ເຊິ່ງເປັນພາລະກິດສຳຄັນຂອງທຸກຂົງເຂດວຽກງານ. ການເຕົ້າໂຮມ ແລະ ສ້າງກຳລັງຂອງຊາວໜຸ່ມ ໃຫ້ມີຄວາມສາມັກຄີ, ມີຈິດໃຈຮັກຊາດ, ຮັກປະຊາຊົນ, ຮັກລະບອບໃໝ່ ແລະ ພ້ອມອຸທິດແຮງກາຍແຮງໃຈຮັບໃຊ້ປະເທດຊາດ ແມ່ນພາລະກິດອັນດັບໜຶ່ງຂອງວຽກງານຊາວໜຸ່ມ.







ໃນສະພາບການທີ່ໂລກກຳລັງມີການປ່ຽນແປງຢ່າງວ່ອງໄວ, ໂດຍສະເພາະການປະຕິວັດດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ດິຈິຕອນ, ການສ້າງຊາວໜຸ່ມໃຫ້ມີຄວາມຮູ້ ແລະ ທັກສະທັນສະໄໝ ຈຶ່ງເປັນພາລະກິດທີ່ຫຼີກລ້ຽງບໍ່ໄດ້. ສະນັ້ນ, ການປະສານງານ ແລະ ການພົວພັນແລກປ່ຽນບົດຮຽນລະຫວ່າງ 3 ພາກສ່ວນນີ້ ຈຶ່ງຖືເປັນມິດໝາຍໃໝ່ທີ່ບໍ່ເຄີຍມີມາກ່ອນ ໃນການຍົກສູງວຽກງານຊາວໜຸ່ມຂອງພວກເຮົາ. ໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີພາ ລະບົດບາດສຳຄັນໃນການຊຸກຍູ້ຂະບວນການຮຽນຮູ້ ແລະ ການປະດິດສ້າງ. ໃນຂະນະດຽວກັນ, ກະຊວງການຕ່າງ ປະເທດ ກໍມີບົດບາດສຳຄັນໃນການເປີດກວ້າງການພົວພັນຮ່ວມມືລະດັບສາກົນ ເພື່ອໃຫ້ຊາວໜຸ່ມລາວໄດ້ຮຽນຮູ້ແລກ ປ່ຽນປະສົບການກັບປະເທດມິດຕະພາບ. ສ່ວນ ສມປຊ ແມ່ນສູນກາງສຳຄັນໃນການກໍ່ສ້າງ, ບຳລຸງຍົກລະດັບພະນັກ ງານນຳພາ-ຄຸ້ມຄອງແຕ່ລະຂັ້ນ ຂອງພັກ-ລັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄົ້ນຄວ້າທາງດ້ານທິດສະດີ ແລະ ພຶດຕິກຳ ເພື່ອປັບປຸງບູລະນະແນວທາງຂອງພັກ-ລັດ ໃຫ້ນັບມື້ບໍລິບູນຂຶ້ນ.

ຈຸດສຸມທີ່ສຳຄັນທີ່ສຸດຂອງກອງປະຊຸມ ແມ່ນການແລກປ່ຽນບົດຮຽນວິຊາການ ເຊິ່ງຕິດພັນຢ່າງແໜ້ນແຟ້ນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທາງດ້ານແນວຄິດ ແລະ ການສ້າງອຸດົມການສັງຄົມນິຍົມ. ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍໃນ ວຽກງານການທູດເສດຖະກິດຂອງ ສປປ ລາວ, ຄວາມຄືບໜ້າໃນການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ, ວຽກງານຂະບວນການຊາວໜຸ່ມ, ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິໃນຖັນແຖວຊາວໜຸ່ມ ໃນຍຸກແຫ່ງຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີທີ່ຂະຫຍາຍຕົວສູງ ແລະ ສ້າງແນວຄິດຈິດຕະສາດຕ້ານປະກົດການຫຍໍ້ທໍ້ ໃນການນຳໃຊ້ສື່ສັງຄົມອອນລາຍ.
ພາຍຫຼັງການບັນຍາຍ, ບັນດາສະມາຊິກຊາວໜຸ່ມທັງສາມອົງການ ກໍໄດ້ຮ່ວມກັນສົນທະນາແລກປ່ຽນຄວາມຄິດເຫັນ, ນຳສະເໜີບົດຮຽນ ແລະ ປະສົບການ ພ້ອມທັງຖາມ-ຕອບ ຢ່າງກົງໄປກົງມາ. ເຊິ່ງຜົນຂອງການແລກປ່ຽນຄຳຄິດຄຳເຫັນນີ້ ຈະຊ່ວຍສ້າງແນວຄິດໃໝ່ ແລະ ວິທີການໃໝ່ ໃນການພັດທະນາວຽກງານຊາວໜຸ່ມໃຫ້ກ້າວໜ້າ ແລະ ມີຄຸນນະພາບຍິ່ງຂຶ້ນ.
ນອກເໜືອຈາກການຍົກລະດັບທາງດ້ານທິດສະດີແລ້ວ, ເພື່ອເປັນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ຜ່ານກິດຈະກຳທີ່ມີຄວາມໝາຍ, ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມີການຈັດກິດຈະກຳກິລາມິດຕະພາບ ເຊິ່ງປະກອບມີ ການແຂ່ງຂັນບານເຕະມິດຕະພາບຊາຍ-ຍິງ ລະຫວ່າງ ທີມປະສົມຊາວໜຸ່ມກະຊວງການຕ່າງປະເທດ ກັບສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ພົບກັບ ທີມຊາວໜຸ່ມ ສມປຊ, ລວມເຖິງກິດຈະກຳແລ່ນໄຖ່. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດ ຍັງໄດ້ຮ່ວມພາເຂົ້າສາມັກຄີຢ່າງອົບອຸ່ນ. ກິດຈະກຳເຫຼົ່ານີ້ເປັນໂອກາດອັນດີໃນການສ້າງສາຍພົວພັນອັນສະໜິດສະໜົມ, ຄວາມຮູ້ຈັກຄຸ້ນເຄີຍ ແລະຄວາມຮັກແພງ ລະຫວ່າງບັນດາຊາວໜຸ່ມຈາກສາມອົງການ ເພື່ອໃຫ້ກາຍເປັນກຳລັງແຮງຮ່ວມກັນໃນການຂັບເຄື່ອນວຽກງານຊາວໜຸ່ມ.

ກອງປະຊຸມພົບປະແລກປ່ຽນໃນຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ. ບໍ່ພຽງແຕ່ເປັນການເປີດກວ້າງການເຄື່ອນໄຫວວຽກງານຊາວໜຸ່ມໃຫ້ມີປະສິດທິຜົນ ສອດຄ່ອງກັບຍຸດທະສາດການພັດທະນາ; ແຕ່ຍັງເປັນອີກກ້າວ ໜຶ່ງທີ່ສຳຄັນ ໃນການເສີມສ້າງ ແລະ ຂະຫຍາຍການຮ່ວມມື ລະຫວ່າງສາມອົງການ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ຜົນສຳເລັດດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນການປະຕິບັດແຜນງານ ແລະ ພາລະກິດ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ວຽກງານການຕ່າງປະເທດ ແລະ ວຽກງານການຮຽນ-ການສອນ ພ້ອມທັງການຄົ້ນຄວ້າວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ຢ່າງສະຫງ່າງາມ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
