ໃນຕອນເຊົ້າ ຂອງວັນທີ 5 ມີນາ 2026 ເວລາ 9:00 ຫາ 11:00 ໂມງ ຢູ່ທີ່ຫ້ອງການບ້ານ ທ່າເຮືອ ໄດ້ມີກອງປະຊຸມແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານຂອງ ບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ ໂດຍມີເລກຂາພັກບ້ານ, ຮອງນາຍບ້ານ, ປກຊ-ປກສ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ ຈຳນວນ 7 ທ່ານ, ຍິງ 3 ທ່ານ. ກອງປະຊຸມດັ່ງກ່າວ ແມ່ນໄດ້ສຸມໃສ່ ແລະລົງເລິກ 4 ວຽກງານຕົ້ນຕໍ ຄື: 1) ວຽກງານການເມືອງ-ແນວຄິດ, 2) ວຽກງານເສດຖະກິດ-ການເງິນ, 3) ວຽກງານວັດທະນະທຳ-ສັງຄົມ ແລະ 4) ວຽກງານ ປກຊ-ປກສ. ທີມງານລົງກໍ່ສ້າງຮາກຖານການເມືອງ ນຳພາໂດຍ ທ່ານ ນາງ ປທ ຈອນນີ້ ໄຊຍະຈັກ, ຫົວໜ້າໜ່ວຍ 2 ຂອງນັກສຶກສາ ປທ ຮຸ່ນທີ XXI ທີ່ລົງຝຶກງານກໍ່ສ້າງຮາກຖານການເມືອງ ຢູ່ບ້ານດັ່ງກ່າວ ຊຶ່ງມີນັກສຶກສາເຂົ້າຮ່ວມ ຈຳນວນ 12 ທ່ານ, ຍິງ 2 ທ່ານ. ຈຸດປະສົງ, ແມ່ນເພື່ອແລກປ່ຽນສະພາບການຈັດຕັ້ງເຄື່ອນໄຫວວຽກງານ ຂອງບ້ານຕາມ 4 ເນື້ອໃນ ໃນໄລຍະຜ່ານມາ ແລະຄຳຄິດເຫັນ ກ່ຽວກັບການກະກຽມການສ້າງຕັ້ງຕາແສງ ຕາມແນວທາງປ່ຽນແປງໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII.




ໃນຕອນບ່າຍ ຂອງດຽວກັນ ເວລາ 13:30 ຫາ 14:00 ໂມງ. ສະຫາຍ ຮອງ ສຈ ປອ ດາວສະຫວັນ ເຄືອມີໄຊ, ກໍາມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ພ້ອມຄະນະພັກເມືອງ ໄດ້ລົງມາຕິດຕາມ, ຢ້ຽມ ຢາມ ແລະໃຫ້ທິດຊີ້ນຳ ແກ່ຄະນະນັກສຶກສາທິດສະດີການເມືອງ ລະບົບປະລິຍາໂທ ຮຸ່ນທີ XXI, ໜ່ວຍ 2 ຫ້ອງ ກໍທີ່ລົງຝຶກງານກໍ່ສ້າງຮາກຖານ ຢູ່ບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ; ຊຶ່ງສະຫາຍ ໄດ້ໃຫ້ທີ່ຊີ້ນໍາຕໍ່ຄະນະນັກສຶກສາເອົາໃຈໃສ່ຢ່າງຕັ້ງໜ້າດັ່ງນີ້:
“ປະກອບສ່ວນຊ່ວຍບ້ານ ແລະປະຊະຊົນໃນການປັບປຸງປົວແປງບ້ານ, ອອກແຮງງານຕາມກຳລັງແຮງ ແລະຄວາມສາມາດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກສະໄໝທີ XII ໂດຍສະ ເພາະ ໂຄງການການເມືອງສະບັບທີ III ຂອງພັກ ໃນ 11 ແຜນນະໂບບາຍໃຫຍ່, ຊ່ວຍບ້ານສ້າງແບບສອບຖາມເກັບກໍາຂໍ້ມູນສະຖິຕິບ້ານ, ກ່ອນກັບໃຫ້ມີເອກະສານສຳເນົາ ເພື່ອໃຫ້ບ້ານໄດ້ສືບຕໍ່ຈັດຕັ້ງປະຕິບັດ. ພ້ອມນີ້, ສະຫາຍ ສຈ ປອ ດາວສະຫວັນ ເຄືອມີໄຊ ຍັງສະແດງຄວາມເປັນຫ່ວງເປັນໄຍ ຕໍ່ຄະນະນັກສຶກສາໃນດ້ານການຮັກສາສຸຂະພາບຕົນເອງຕະຫຼອດໄລຍະ ຂອງການລົງກໍ່ສ້າງຮາກຖານການເມືອງ ຕາມໜ້າທີ່ ແລະພາລະບົດບາດທີ່ມອບໝາຍ ໃຫ້ສຳເລັດຕາມຈຸດປະສົງ ແລະລະດັບຄາດໝາຍ”.
ຂ່າວ/ພາບ: ທີມງານລົງກໍ່ສ້າງຮາກຖານການເມືອງ ທີ່ບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
