ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ສະພາບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃຫ້ແກ່ ນັກສຶກສາທິດສະດີການເມືອ-ການປົກຄອງ ລະບົບປະລິນຍາເອກ ຮຸ່ນທີ I ທີ່ ສມປຊ

ນັບແຕ່ເດືອນທັນວາ 2025 ເປັນຕົ້ນມາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ລະບົບປະລິນຍາເອກ ຮຸ່ນທີ I ຢ່າງເປັນທາງການ ຊຶ່ງຖືເປັນເຫດການທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ແລະ ການເມືອງຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກ່ຽວກັບການກໍ່ສ້າງ ແລະ ບຳລຸງພະນັກງານນຳພາ-ຄຸ້ມຄອງ. ມາຮອດປັດຈຸບັນ, ການຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວ ໄດ້ດຳເນີນໄປ 4 ເດືອນປາຍ ມີໝາກຜົນ ແລະ ມີຄວາມຄືບໜ້າຢ່າງຕັ້ງໜ້າ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະພັກ, ຄະນະອຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.…

ຄະນະບໍລິຫານງານຊາວໜຸ່ມ ສມປຊ ມອບປຶ້ມ “ການທູດລາວ ຄົບຮອບ 80 ປີ” ເພີ່ມທະວີແຫຼ່ງຄົ້ນຄວ້າແນວທາງການຕ່າງປະເທດຂອງພັກ ໃຫ້ແກ່ຫໍສະໝຸດ ສມປຊ

ໃນຕອນເຊົ້າຂອງວັນທີ 30 ມີນາ 2026, ຢູ່ທີ່ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີມອບ-ຮັບປຶ້ມປະຫວັດສາດການທູດ ທີ່ມີຊື່ວ່າ: “ການທູດລາວ ຄົບຮອບ 80 ປີ” ຈຳນວນ 5 ຫົວ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ປອ ນ. ຄຳຮູ້ ວິລະທອນ ຕາງໜ້າຄະນະບໍລິຫານງານຊາວໜຸ່ມ ສມປຊ ແລະ ກ່າວຮັບໂດຍ ທ່ານ ປທ…

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຊາວໜຸ່ມ ສມປຊ ປະຈຳໄຕມາດ I ຕິດພັນກັບການຍົກສູງຄຸນທາດການເມືອງ

ໃນຕອນເຊົ້າຂອງວັນທີ 27 ມີນາ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສາຍຄຳ ມູນມະນີວົງ, ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ເຊິ່ງມີບັນດາສະຫາຍ ຄະນະບໍລິຫານງານຊາວໜຸ່ມ ສມປຊ, ພ້ອມດ້ວຍຕາງໜ້າຄະນະຮາກຖານຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ທ່ານ ປອ ນ. ດາວອນ ບຸດທະນຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການລົງເຄື່ອນໄຫວປະເມີນຜົນນັກສຶກສາ ແລະ ກວດກາຄຸນນະພາບໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນ ທົ່ວປະເທດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສຳເລັດການຈັດຕັ້ງປະຕິບັດແຜນການລົງເຄື່ອນໄຫວປະເມີນຜົນນັກສຶກສາ ແລະ ກວດກາຄຸນນະພາບການຮຽນ-ການສອນ ຢູ່ບັນດາໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດຢ່າງເປັນຂະບວນຟົດຟື້ນ ເຊິ່ງໄດ້ເລີ່ມດຳເນີນການມາຕັ້ງແຕ່ວັນທີ 1 ມີນາ 2026 ເປັນຕົ້ນມາ ແລະ ໄດ້ສຳເລັດລົງຕາມລະດັບຄາດໝາຍໃນ 4 ກຸ່ມເປົ້າໝາຍ. ການເຄື່ອນໄຫວໃນຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງສະບັບເລກທີ 117/ສມປຊ, ລົງວັນທີ 26 ມັງກອນ 2026. ຈຸດປະສົງຫຼັກແມ່ນເພື່ອຮັບປະກັນຄວາມໜັກແໜ້ນທາງດ້ານແນວຄິດ-ການເມືອງ ແລະ ຍົກສູງຄຸນນະພາບການສ້າງພະນັກງານນຳພາ-ຄຸ້ມຄອງ…