ນັບແຕ່ເດືອນທັນວາ 2025 ເປັນຕົ້ນມາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ລະບົບປະລິນຍາເອກ ຮຸ່ນທີ I ຢ່າງເປັນທາງການ ຊຶ່ງຖືເປັນເຫດການທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ແລະ ການເມືອງຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກ່ຽວກັບການກໍ່ສ້າງ ແລະ ບຳລຸງພະນັກງານນຳພາ-ຄຸ້ມຄອງ. ມາຮອດປັດຈຸບັນ, ການຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວ ໄດ້ດຳເນີນໄປ 4 ເດືອນປາຍ ມີໝາກຜົນ ແລະ ມີຄວາມຄືບໜ້າຢ່າງຕັ້ງໜ້າ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະພັກ, ຄະນະອຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.





ນັກສຶກສາທິດສະດີການເມືອງ ລະບົບປະລິນຍາເອກ ຮຸ່ນທີ I ຊຶ່ງປະກອບມີພະນັກງານນຳພາ-ຄຸ້ມຄອງ ຈຳນວນ 8 ທ່ານ, ຍິງ 2 ທ່ານ ທີ່ໄດ້ຜ່ານການຄັດເລືອກ ທັງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ລະດັບຄວາມຮູ້ຄວາມສາມາດ. ນັກສຶກສາໄດ້ຖືກແບ່ງອອກເປັນ 2 ສາຂາວິຊາສະເພາະ ຄື: ສາຂາປັດຊະຍາ ຈຳນວນ 3 ທ່ານ, ຍິງ 1 ທ່ານ ແລະ ສາຂາເສດຖະສາດ ຈຳນວນ 5 ທ່ານ, ຍິງ 1 ທ່ານ.
ຕະຫຼອດໄລຍະເວລາການສຶກສາຄົ້ນຄວ້າຕົວຈິງ ນັບແຕ່ເດືອນ ທັນວາ 2025 ຫາ ປັດຈຸບັນ, ພາຍໃຕ້ການສິດສອນ ຂອງບັນດາຄູ-ອາຈານ ແລະ ຊ່ຽວຊານລະດັບສູງ, ນັກສຶກສາທັງໝົດໄດ້ສຳເລັດການຄົ້ນຄວ້າຮ່ຳຮຽນແລ້ວ ລວມເວລາການຂຶ້ນຫ້ອງຟັງການບັນຍາຍ, ສຳມະນາ ແລະ ຄົ້ນຄວ້າລວມ 585 ຊົ່ວໂມງ. ຕົວເລກດັ່ງກ່າວສະແດງໃຫ້ເຫັນເຖິງຄວາມບຸກບືນ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ຂອງທັງຄູ-ອາຈານ ແລະ ນັກສຶກສາ ໃນການຍົກລະດັບຄວາມຮູ້ທາງດ້ານທິດສະດີ ແລະ ພຶດຕິກຳ.
ນອກຈາກການສຶກສາໃນພາກທິດສະດີຢູ່ໃນຫ້ອງຮຽນແລ້ວ, ຈຸດສຸມສຳຄັນ ຂອງລະບົບການສຶກສາ ແມ່ນການຝຶກຝົນທັກສະການຄົ້ນຄວ້າວິທະຍາສາດ. ໃນໄລຍະຜ່ານມາ, ນັກສຶກສາໄດ້ລົງເລິກການຂຽນບົດລາຍງານ ແລະ ບົດຄົ້ນຄວ້າວິທະຍາສາດຫຼາຍສະບັບ. ການຂຽນບົດເຫຼົ່ານີ້ ບໍ່ພຽງແຕ່ເປັນການປະເມີນຜົນການຮຽນເທົ່ານັ້ນ, ແຕ່ຍັງເປັນການຝຶກແອບໃຫ້ນັກສຶກສາຮູ້ຈັກນຳໃຊ້ທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ ເຂົ້າໃນການວິເຄາະ-ວິໄຈ ບັນຫາຕົວຈິງທີ່ພວມເກີດຂຶ້ນໃນສັງຄົມ. ບັນດາບົດລາຍງານ ແລະ ບົດຄົ້ນຄວ້າ ລ້ວນແຕ່ຕິດພັນກັບບັນຫາການເມືອງ, ການປົກຄອງ, ການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາປະເທດຊາດ ຊຶ່ງເປັນການກະກຽມຄວາມພ້ອມທາງດ້ານຂໍ້ມູນ ແລະ ວິທະຍາສາດ ໃຫ້ແກ່ການຂຽນວິທະຍານິພົນໃນຂັ້ນຕໍ່ໄປ.
ການເປີດຫຼັກສູດສາທິດສະດີການເມືອງ-ການປົກຄອງ ລະບົບປະລິນຍາເອກ ສາຂາປັດຊະຍາ ແລະ ເສດຖະສາດການເມືອງ ແມ່ນຍຸດທະສາດການເມືອງທີ່ສຳຄັນຂອງພັກໃນການສ້າງ “ມັນສະໝອງ” ແລະ “ນັກຄິດ-ນັກທິດສະດີ” ໃຫ້ແກ່ພັກ-ລັດ ລະບົບປົກຄອງຂອງພວກເຮົາ:



- ສຳລັບສາຂາປັດຊະຍາ: ການກໍ່ສ້າງນັກສຶກສາສາຂານີ້ ແມ່ນເພື່ອແນໃສ່ສ້າງຖັນແຖວພະນັກງານທີ່ມີໂລກະທັດ ແລະ ວິທີການວິເຄາະແບບສັດຈະວິພາກວັດຖຸນິຍົມ ແລະ ປະຫວັດວິພາກວັດຖຸນິຍົມຢ່າງເລິກເຊິ່ງ. ພວກເພິ່ນຈະກາຍເປັນກຳລັງຫຼັກໃນການປົກປ້ອງພື້ນຖານແນວຄິດຂອງພັກ, ຕອບໂຕ້ທັດສະນະທີ່ຜິດຕໍ່ແນວທາງຂອງພັກ ແລະ ຊ່ວຍວາງແຜນຍຸດທະສາດການເມືອງທີ່ສອດຄ່ອງກັບຈຸດພິເສດຂອງປະເທດຊາດ ໃນຍຸກແຫ່ງການເຊື່ອມໂຍງ.
- ສຳລັບສາຂາເສດຖະສາດການເມືອງ: ໃນເງື່ອນໄຂທີ່ປະເທດຊາດພວມສືບຕໍ່ສ້າງສາພັດທະນາ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການມີນັກວິຊາການລະດັບປະລິນຍາເອກດ້ານເສດຖະສາດການເມືອງ ແມ່ນມີຄວາມຈຳເປັນພາວະວິໄສ. ນັກສຶກສາສາຂານີ້ ຈະເປັນກໍາລັງສຳຄັນໃນການຄົ້ນຄວ້າກົດເກນເສດຖະກິດ, ການຄຸ້ມຄອງມະຫາພາກ ແລະ ສ້າງບັນດານະໂຍບາຍເສດຖະກິດທີ່ຮັບປະກັນລັກສະນະສັງຄົມນິຍົມ, ສາມາດຍາດແຍ່ງກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຈາກເສດຖະກິດພາກພື້ນ ແລະ ສາກົນ.
ຜົນສຳເລັດໃນເບື້ອງຕົ້ນ ຂອງການຮຽນ-ການສອນ ຮຸ່ນທີ I ນີ້ ໄດ້ສ້າງປະຖົມປັດໄຈອັນໜັກແໜ້ນໃຫ້ແກ່ບາດກ້າວຕໍ່ໄປ. ຄະນະຮັບຜິດຊອບ ແລະ ຄູ-ອາຈານ ຈະສືບຕໍ່ເອົາໃຈໃສ່ຍົກສູງຄຸນນະພາບການສິດສອນ, ໂດຍສະ ເພາະແມ່ນການຊຸກຍູ້ໃຫ້ນັກສຶກສາທັງ 8 ທ່ານ, ຍິງ 2 ທ່ານ ລົງເລິກຄົ້ນຄວ້າຫົວຂໍ້ວິທະຍານິພົນຂອງຕົນ ໃຫ້ມີລັກສະນະວິທະຍາສາດສູງ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ໃນພຶດຕິກຳຕົວຈິງ. ຜົນການເຄື່ອນໄຫວການຮຽນ-ການສອນ ໃນໄລຍະຜ່ານມາ ໄດ້ຢັ້ງຢືນເຖິງຄວາມຖືກຕ້ອງໃນແນວທາງການສ້າງຊັບພະຍາກອນມະນຸດຂອງພັກ. ນັກສຶກຮຸ່ນດັ່ງກ່າວ ຈະກາຍເປັນຊັບພະຍາກອນບຸກຄົນອັນລໍ້າຄ່າ, ເປັນແກ່ນສານໃນການນຳພາ-ຄຸ້ມຄອງ ແລະ ເປັນກຳລັງຊຸກຍູ້ອັນສຳຄັນ ໃນການພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນຢ່າງໜັກແໜ້ນ ແລະ ໝັ້ນຄົງ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
