ໃນຕອນເຊົ້າຂອງວັນທີ 30 ມີນາ 2026, ຢູ່ທີ່ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີມອບ-ຮັບປຶ້ມປະຫວັດສາດການທູດ ທີ່ມີຊື່ວ່າ: “ການທູດລາວ ຄົບຮອບ 80 ປີ” ຈຳນວນ 5 ຫົວ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ປອ ນ. ຄຳຮູ້ ວິລະທອນ ຕາງໜ້າຄະນະບໍລິຫານງານຊາວໜຸ່ມ ສມປຊ ແລະ ກ່າວຮັບໂດຍ ທ່ານ ປທ ນ. ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດ, ໂດຍມີພະນັກງານ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.
ການມອບ-ຮັບປຶ້ມໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄັງຄວາມຮູ້ທາງດ້ານວິຊາການໃຫ້ແກ່ຫໍສະໝຸດ ສມປຊ ແລະມີຄວາມໝາຍຄວາມສຳຄັນທາງດ້ານການເມືອງ ແລະ ແນວຄິດຢ່າງເລິກເຊິ່ງ. ປຶ້ມ “ການທູດລາວ ຄົບຮອບ 80 ປີ” ເປັນເອກະສານອັນລ້ຳຄ່າທາງປະຫວັດສາດ ທີ່ສັງລວມເອົາວິວັດທະນາການ, ຜົນງານ, ໄຊຊະນະ ແລະ ບົດຮຽນອັນປະເສີດ ຂອງວຽກງານການຕ່າງປະເທດ ພາຍໃຕ້ການນຳພາ-ຊີ້ນຳອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະປະຫວັດສາດ; ນັບຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດທີ່ລະອິດລະອ້ຽວ ຈົນເຖິງໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຍຸກເຊື່ອມໂຍງສາກົນ.
ໃນພິທີ, ທ່ານ ປອ ນ. ຄຳຮູ້ ວິລະທອນ ໄດ້ກ່າວເຖິງຈຸດປະສົງຕົ້ນຕໍໃນການມອບປຶ້ມຄັ້ງນີ້ວ່າ: ໃນນາມຄະນະບໍລິຫານງານຊາວໜຸ່ມ ສມປຊ, ພວກເຮົາມີຄວາມມຸ່ງຫວັງຢ່າງຍິ່ງ ທີ່ຢາກໃຫ້ສະມາຊິກຊາວໜຸ່ມ, ນັກສຶກສາ, ຕະຫຼອດຮອດຄູ-ອາຈານ ໄດ້ສຶກສາຮ່ຳຮຽນເອົາມູນເຊື້ອອັນສະຫງ່າງາມ ຂອງນັກການທູດຮຸ່ນກ່ອນ. ວຽກງານການທູດ ແມ່ນໜຶ່ງໃນສາມແນວລົບທີ່ສຳຄັນ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນໄຊຊະນະ ຂອງການປະຕິວັດລາວ. ດັ່ງນັ້ນ, ການນຳເອົາເອກະສານເຫຼົ່ານີ້ມາຮັບໃຊ້ເຂົ້າໃນວຽກງານການຮຽນ-ການສອນ ຈຶ່ງເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງພັກ-ລັດ ໃຫ້ກຳແໜ້ນແນວທາງນະໂຍບາຍການຕ່າງປະເທດຂອງພັກ ທີ່ຍຶດໝັ້ນຫຼັກການ: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”.
ໃນໂອກາດດຽວກັນ, ທ່ານ ປທ ນ. ພາວັນ ວິລະວົງ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນ ຂອງຄະນະບໍລິຫານງານຊາວໜຸ່ມ ສມປຊ ຊຶ່ງທ່ານໄດ້ເນັ້ນໜັກວ່າ: ພະແນກຫໍສະໝຸດ ຈະນຳເອົາປຶ້ມທັງ 5 ຫົວນີ້ ຂຶ້ນທະບຽນ, ປົກປັກຮັກສາ ແລະ ຈັດສັນເຂົ້າໃນໝວດປຶ້ມຄົ້ນຄວ້າທາງດ້ານການເມືອງ ແລະ ຄວາມສຳພັນສາກົນ ເປົ້າໝາຍກໍເພື່ອອຳນວຍຄວາມສະດວກໃຫ້ແກ່ຄູ-ອາຈານ ສມປຊ ແລະ ນັກສຶກສາທຸກຮຸ່ນທຸກລະບົບ ທີ່ສຶກສາຢູ່ ສມປຊ ໄດ້ຊົມໃຊ້ເຂົ້າໃນການຄົ້ນຄວ້າວິທະຍາສາດ, ກະກຽມບົດສອນ-ບົດບັນຍາຍ ແລະ ປະກອບເຂົ້າໃນການຂຽນບົດປ້ອງກັນຈົບຊັ້ນ ໃຫ້ມີເນື້ອໃນອຸດົມສົມບູນ, ມີການອ້າງອີງທີ່ໜ້າເຊື່ອຖື ແລະ ສອດຄ່ອງກັບແນວທາງການເມືອງຂອງພັກ ຢ່າງໜັກແໜ້ນ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
