ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສຳເລັດການຈັດຕັ້ງປະຕິບັດແຜນການລົງເຄື່ອນໄຫວປະເມີນຜົນນັກສຶກສາ ແລະ ກວດກາຄຸນນະພາບການຮຽນ-ການສອນ ຢູ່ບັນດາໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດຢ່າງເປັນຂະບວນຟົດຟື້ນ ເຊິ່ງໄດ້ເລີ່ມດຳເນີນການມາຕັ້ງແຕ່ວັນທີ 1 ມີນາ 2026 ເປັນຕົ້ນມາ ແລະ ໄດ້ສຳເລັດລົງຕາມລະດັບຄາດໝາຍໃນ 4 ກຸ່ມເປົ້າໝາຍ.
ການເຄື່ອນໄຫວໃນຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງສະບັບເລກທີ 117/ສມປຊ, ລົງວັນທີ 26 ມັງກອນ 2026. ຈຸດປະສົງຫຼັກແມ່ນເພື່ອຮັບປະກັນຄວາມໜັກແໜ້ນທາງດ້ານແນວຄິດ-ການເມືອງ ແລະ ຍົກສູງຄຸນນະພາບການສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ຄະນະຮັບຜິດຊອບໄດ້ສຸມໃສ່ການເກັບກຳຂໍ້ມູນປະເມີນຜົນນັກສຶກສາທີ່ສຳເລັດການສຶກສາໃນໄລຍະປີ 2023-2025 ເພື່ອຕີລາຄາຄຸນນະພາບ “ສົ້ນອອກ” ຫຼື ຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານພາຍຫຼັງການສຶກສາ.




ການປະເມີນຄັ້ງນີ້ ບໍ່ພຽງແຕ່ເປັນການກວດກາທາງວິຊາການຕາມມາດຖານໂຮງຮຽນ “ສອນດີ-ສອນເກັ່ງ” ເທົ່ານັ້ນ , ແຕ່ຍັງເນັ້ນໃສ່ການເບິ່ງການຫັນປ່ຽນທາງດ້ານທັດສະນະການເມືອງ, ການເຕີບໃຫຍ່ໃນໜ້າທີ່ຕຳແໜ່ງ ແລະ ລະດັບຄວາມໄວ້ວາງໃຈທີ່ໄດ້ຮັບຈາກການຈັດຕັ້ງ. ນອກຈາກນີ້, ຍັງເປັນການກວດກາ, ຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາການ ແລະ ຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ/ນະຄອນ ຫຼວງ ເພື່ອຮັບປະກັນໃຫ້ມີຄວາມເປັນເອກະພາບ ແລະ ມີຄຸນນະພາບສູງ.
ການລົງພື້ນທີ່ໄດ້ແບ່ງອອກເປັນ 4 ກຸ່ມ ເພື່ອໃຫ້ກວມເອົາທົ່ວປະເທດ:
- ກຸ່ມທີ 1: ນຳໂດຍ ທ່ານ ປທ ນ. ພອນໄຊ ລາດຊະວົງ, ຫົວໜ້າກົມຈັດຕັ້ງ ສມປຊ, ໄດ້ສຳເລັດການເຄື່ອນ ໄຫວຢູ່ 5 ແຂວງ (ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບູນ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 1 ຫາ 13 ມີນາ 2026.
- ກຸ່ມທີ 2: ນຳໂດຍ ທ່ານ ປອ ສາຍຄຳ ມູນມະນີວົງ, ຫົວໜ້າຄະນະປັດຊະຍາ ໄດ້ສໍາເລັດການເຄື່ອນໄຫວຢູ່ 4 ແຂວງ (ຜົ້ງສາລີ, ອຸດົມໄຊ, ຫຼວງນ້ຳທາ ແລະ ບໍ່ແກ້ວ) ເຊິ່ງໄດ້ເລີ່ມເດີນທາງໃນວັນທີ 9-13 ມີນາ 2026. ຄະນະໄດ້ເຮັດວຽກໂດຍກົງກັບຄະນະຈັດຕັ້ງແຂວງ ແລະ ໂຮງຮຽນການເມືອງແຂວງ ໂດຍຜ່ານການສຳພາດ ແລະ ຊຸດຄຳຖາມເຈາະຈີ້ມ.
- ກຸ່ມທີ 3: ນຳໂດຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ສຳເລັດການເຄື່ອນໄຫວຢູ່ 4 ແຂວງ (ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ ແລະ ແຂວງຫົວພັນ)ໃນລະຫວ່າງວັນທີ 16 ຫາ 20 ມີນາ 2026.
- ກຸ່ມທີ 4: ນຳໂດຍ ທ່ານ ປອ ຄຳຫຼ້າ ລໍວານໄຊ, ຫົວໜ້າຄະນະບໍລິຫານສາດ, ໄດ້ລົງເຄື່ອນໄຫວຢູ່ 5 ແຂວງ (ສາລະວັນ, ເຊກອງ, ອັດຕະປື, ຈຳປາສັກ ແລະ ສະຫວັນນະເຂດ) ເຊິ່ງໄດ້ເລີ່ມເດີນທາງໃນວັນທີ 16-22 ມີນາ 2026.
ຜ່ານການລົງເຄື່ອນໄຫວ, ສມປຊ ເຫັນໄດ້ວ່າ ນັກສຶກສາທີ່ຮຽນຈົບ ດ້ານການຈັດຕັ້ງປະຕິບັດໜ້າທີ່ສອດຄ່ອງກັບພຶດຕິກຳຕົວຈິງ ແລະ ຖືກຕ້ອງຕາມແນວທາງຂອງພັກ, ນະໂຍບາຍຂອງລັດ. ຜົນການປະເມີນນີ້ຈະເປັນບ່ອນອີງສຳຄັນໃນການປັບປຸງກົງຈັກການຈັດຕັ້ງພັກ-ລັດ ຂັ້ນຮາກຖານໃຫ້ມີປະສິດທິຜົນສູງກວ່າເກົ່າ.




ພ້ອມດຽວກັນນີ້, ການເຄື່ອນໄຫວດັ່ງກ່າວຍັງຊ່ວຍໃຫ້ທຸກພາກສ່ວນເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນ ຂອງການສຶກສາທິດສະດີການເມືອງ-ການປົກຄອງ ເພື່ອສ້າງພະນັກງານສືບທອດທີ່ເຂັ້ມແຂງຮອບດ້ານໃຫ້ແກ່ປະເທດຊາດໃນອະນາຄົດ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ຄະນະລົງເກັບກຳຂໍ້ມູນ ສມປຊ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
