ໃນຕອນເຊົ້າຂອງວັນທີ 27 ມີນາ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສາຍຄຳ ມູນມະນີວົງ, ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ເຊິ່ງມີບັນດາສະຫາຍ ຄະນະບໍລິຫານງານຊາວໜຸ່ມ ສມປຊ, ພ້ອມດ້ວຍຕາງໜ້າຄະນະຮາກຖານຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງ.

         ກອງປະຊຸມຄັ້ງນີ້ ທ່ານ ປອ ນ. ດາວອນ ບຸດທະນຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ສະຫຼຸບຕີລາຄາຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະໄຕມາດ I ທີ່ຜ່ານມາ ແລະ ເປັນບາດກ້າວສຳຄັນທາງດ້ານການເມືອງ ໃນການປະເມີນຄວາມໜັກແໜ້ນທາງດ້ານແນວຄິດ ຂອງກຳລັງແຮງຊາວໜຸ່ມ ເຊິ່ງປຽບເໝືອນແຂນຂວາຂອງພັກ ແລະ ເປັນກຳລັງສຳຮອງທີ່ໄວ້ວາງໃຈຂອງພັກ. ພາຍໃຕ້ການຊີ້ນຳ ຂອງຄະນະພັກສະຖາບັນ, ວຽກງານຊາວໜຸ່ມໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານກົກ, ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະ ເພື່ອຮັບ ປະກັນໃຫ້ສະມາຊິກຊາວໜຸ່ມທຸກສະຫາຍ ມີຫຼັກໝັ້ນການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຈົງຮັກພັກດີຕໍ່ອຸດົມການ ຂອງພັກປະຊາຊົນປະຕິວັດລາວ. ຈຸດສຸມທີ່ໄດ້ຮັບການຕີລາຄາສູງໃນກອງປະຊຸມ ແມ່ນຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ ແລະ ເກັບກຳຜົນງານ ຂອງຊາວໜຸ່ມ-ໄວໜຸ່ມ ເພື່ອຊຸກຍູ້ມະຫາຊົນກ້າວ ໜ້າ ເຂົ້າເປັນເປົ້າໝາຍຂະຫຍາຍພັກ. ຂະບວນການດັ່ງກ່າວ ແມ່ນຍຸດທະສາດໄລຍະຍາວ ຂອງຄະນະພັກ ສມປຊ ໃນການຮັບປະກັນການສືບທອດພາລະກິດການປະຕິວັດ ໂດຍຜ່ານການຢັ້ງຢືນ, ກໍ່ສ້າງ ແລະ ນຳສະເໜີມະຫາຊົນທີ່ພົ້ນເດັ່ນ ໃຫ້ໄດ້ຮັບການພິຈາລະນາເຂົ້າຮຽນກົດລະບຽບພັກ ແລະ ກາຍເປັນສະມາຊິກພັກສຳຮອງ ແລະ ສົມບູນ ຕາມຂັ້ນຕອນຢ່າງຮັດກຸມ.

         ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ປອ ສາຍຄຳ ມູນມະນີວົງ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຢ່າງເລິກເຊິ່ງ ໃນມູມມອງທາງດ້ານການເມືອງ ແລະ ການຈັດຕັ້ງ. ທ່ານໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມທຸກຂັ້ນ ຕ້ອງສືບຕໍ່ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ, ໂດຍສະເພາະແມ່ນການນຳເອົາມະຕິກອງປະຊຸມໃຫຍ່ຂອງພັກ ມາຜັນຂະຫຍາຍເຂົ້າສູ່ການເຄື່ອນໄຫວຕົວຈິງໃນໄຕມາດ II. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຍົກສູງສະຕິລະວັງຕົວທາງດ້ານການເມືອງ ໃນວຽກງານປ້ອງກັນຄວາມສະຫງົບພາຍໃນ. ຊາວໜຸ່ມຕ້ອງເປັນເຈົ້າການໃນການສ້າງສະຕິເຄົາລົບກົດໝາຍ, ປົກປັກຮັກສາຄວາມສະຫງົບ-ປອດໄພ ຂອງສະຖາບັນ, ສະກັດກັ້ນທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ແລະ ເພີ່ມທະວີຄວາມຮັບຜິດຊອບໃນການສົມທົບກັບກຳລັງປ້ອງກັນພາຍໃນ ເພື່ອເວນຍາມສະຖານທີ່ສຳນັກງານ ໃນວັນສຳຄັນຕ່າງໆຂອງພັກ-ຂອງຊາດ.

         ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ສະແດງຄວາມເປັນເອກະພາບສູງ ຕໍ່ກັບທິດທາງແຜນການໃນຕໍ່ໜ້າ. ຜົນຂອງກອງປະຊຸມຄັ້ງນີ້ ຈະເປັນເຂັມຊີ້ທິດເຍືອງທາງອັນສຳຄັນ ໃຫ້ແກ່ການຈັດຕັ້ງຊາວໜຸ່ມ ສມປຊ ໃນການສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ, ຍົກສູງບົດບາດການເປັນນຳໜ້າ ແລະ ເປັນກຳລັງແຮງຂັບເຄື່ອນທີ່ສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

                                                               ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

                                                               ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ