ທ່ານ ຫວຽນມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ຢູ່ ສປປ ລາວ ເຂົ້້າຢ້ຽມຂໍ່ານັບ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນເຊົ້າວັນທີ 5 ພຶດສະພາ 2025 ທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກ 5 ຊັ້ນ, ທ່ານ ຫວຽນມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາຢູ່ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງໃຫ້ກຽດຕ້ອນຮັບໂດຍທ່ານ…
ພິທີປິດຊຸດເຝິກອົບຮົມພະນັກງານນໍາພາ-ຄຸ້ມຄອງຂັ້ນສູງ ຊຸດທີ 2
ໃນຕອນເເລງ ວັນທີ 30 ເມສາ 2025 ຢູ່ທີ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດເຝິກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ຊຸດທີ II, ພາຍໃຕ້ການເປັນປະທານ ໂດຍ: ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງຂະບວນການປູກຕົ້ນໄມ້ແລະມອບຂອງຂວັນໃຫ້ນ້ອງນ້ອຍນັກຮຽນ
ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ ໄດ້ວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2025 ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ ແລະມອບຂອງຂວັນໃຫ້ນ້ອງນ້ອຍນັກຮຽນ ໃຫ້ກຽດເຂົ້າຮ່ວມຂະບວນການ ແລະເປັນປະທານໃນພິທີໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີການນໍາຂັ້ນສູງ ຂອງພັກ-ລັດ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ເຂົ້າຮ່ວມ…
ຂະບວນທັດສະນະສຶກສາ ຂອງຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II
ໃນຕອນບ່າຍຂອງວັນທີ 29 ພຶດສະພາ 2025 ນັກຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II ໄດ້ໄປທັດສະນະສຶກສາທີ່ບໍລິສັດສະຕາໂທລະຄົມຈໍາກັດ Unitel ແລະຫ້ອງວ່າການນະຄອນຫຼວງວຽງ ຈັນ, ເຊິ່ງໃຫ້ກຽດນໍາພາຂະບວນການດັ່ງກ່າວໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ, ຄະນະປະຈໍາພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ…
