ໃນຕອນເເລງ ວັນທີ 30 ເມສາ 2025 ຢູ່ທີ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດເຝິກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ຊຸດທີ II, ພາຍໃຕ້ການເປັນປະທານ ໂດຍ: ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີການນໍາຂັ້ນສູງທີ່ມາຈາກພາກສ່ວນຕ່າງໆ, ມີຄະນະພັກ-ຄະນະນໍາ ສປມຊ, ຜູ້ຕ່າງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ຄະນະກົມ ແລະແຂກຖືກເຊີນ, ເຂົ້າຮ່ວມທັງໝົດ 70 ກວ່າທ່ານ.
ໃນພິທີ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບປິດຊຸດເຝິກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ຊຸດທີ II ຄື: ຊຸດເຝິກອົບຮົມຄັ້ງນີ້ມີຜູ້ເຂົ້້າຮ່ວມເຝິກທັງໝົດ 47 ທ່ານ, ຍິງ 9 ທ່ານ, ເຊິ່ງມາຈາກບັນດາກະຊວງ, ອົງການຂັ້ນສູນກາງ , ບັນດາແຂວງ, ນະຄອນຫຼວງວຽງຈັນ ທັງໝົດລ້ວນແຕ່ເປັນພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ຂອງພັກ-ລັດ ເພື່ອສືບທອດປ່ຽນແທນ. ໂດຍແມ່ນຄະນະເລຂາທິການອອກມະຕິຕົກລົງຮັບຮອງເອົາລາຍຊື່ຜູ້ເຂົ້າຮຽນ ຕາມຂໍ້ຕົກລົງ 487/ຄລສພ, ລົງວັນທີ 24 ເມສາ 2025. ການເຝິກອົບຮົມແມ່ນໄດ້ດໍາເນີນເປັນເວລາ 15 ວັນ ນັບແຕ່ວັນທີ 12 ມີນາ-30 ພຶດສະພາ 2025.
ເນື້ອໃນການຝຶກອົບຮົມ ປະກອບດ້ວຍ 9 ຫົວຂໍ້ລົງເລິກທາງດ້ານທິດສະດີ. ພ້ອມກັນນັ້ນ, ກໍປະກອບມີ 4 ເອກະສານທີ່ສໍາຄັນ ເປັນຕົ້ນແມ່ນ: ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຮ່າງກົດລະບຽບ ສະໄໝທີ XII ຂອງພັກ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ແລະຮ່າງໂຄງການການເມືອງ ຂອງພັກ ເຊິ່ງລ້ວນແລ້ວແຕ່ເປັນຫົວຂໍ້ສະເພາະທີ່ມີຄວາມສໍາຄັນ, ເໝາະສົມກັບເປົ້າໝາຍພະນັກງານນໍາພາ-ຄຸ້ມຄອງ ຂັ້ນ ສູງ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່, ເໝາະສົມກັບກາລະ ທີ່ພວກເຮົາພວມກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ.
ຜ່ານການປະເມີນຜົນຄວາມຮັບຮູ້ ຂອງຜູ້ເຂົ້າຝຶກອົບຮົມ ໂດຍອີງໃສ່ 3 ເນື້ອໃນພື້ນຖານ ຄື: 1) ຄວາມສອດຄ່ອງທາງດ້ານເນື້ອໃນຫຼັກສູດ; 2) ດ້ານສະຖານທີ່, ພິທີການ ຫຼື ສິ່ງອຳນວຍຄວາມສະດວກຕ່າງໆ; 3) ການຈັດກິດຈະກຳໄປທັດສະນະສຶກສາ ເພື່ອສົມທົບ ລະຫວ່າງທິດສະດີ ກັບພຶດຕິກຳ ຄະແນນອອກມາແມ່ນດີຫຼາຍ ຄື: ເນື້ອໃນທີ 1 ໄດ້ຄະແນນສະເລ່ຍ 4,55 ຄະແນນ (ຄະແນນເຕັມ 5); ເນື້ອໃນທີ 2 ໄດ້ 4,72 ຄະນະແນນ (ຄະແນນເຕັມ 5); ເນື້ອໃນທີ 3 ໄດ້ 4,40 ຄະແນນ (ຄະແນນເຕັມ 5).
ໃນຕອນທ້າຍພິທີ ທ່ານປະທານ ໄດ້ມີຄໍາເຫັນໂອ້ລົມຕໍ່ນັກຝຶກອົບຮົມທັງໝົດ ຊຶ່ງໄດ້ເນັ້ນໜັກບາງເນື້ອໃນສໍາຄັນຄື:
1). ຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງ ເຂົ້າໃນວຽກງານຕົວຈິງ ຊຶ່ງຈະກໍ່ໃຫ້ເກີດຜົນປະໂຫຍດໃຫ້ແກ່ການສ້າງສາພັດທະນາປະເທດຊາດຂອງພວກເຮົາຢ່າງບໍ່ຢຸດຢັ້ງ ແລະຕ້ອງມີຄວາມກ້າຄິດ, ກ້າຮັບຜິດຊອບ ພ້ອມທັງປັບປຸງຈຸດອ່ອນຂອງຕົນເອງ;
2). ຈົ່ງນໍາເອົາບົດຮຽນທີໄດ້ຮຽນມາ ໄປທົດສອບໃນການປະຕິບັດເຂົ້້າໃນພາລະບົດບາດ, ໝ້າທີ່ວຽກງານໃນຂົງເຂດທີ່ຕົນເອງຮັບຜິດຊອບ, ຕ້ອງມີຄວາມເອົາໃຈໃສ່ ແລະມີຄວາມເສຍສະຫຼະ ຖືເອົາຜົນປະໂຫຍດຂອງປະ ຊາຊົນເປັນຫຼັກ;
3). ສືບຕໍ່ພັດທະນາຕົນເອງໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍບໍ່ຢຸດຢູ່ບ່ອນເກົ່າ ແລະການສຶກສາຮໍ່າຮຽນຄັ້ງນີ້ ແມ່ນການຕໍ່ຍອດຄວາມຮູ້ ເພື່ອປັບປຸງວຽກງານໃນກົມກອງໃຫ້ດີຂຶ້ນ, ກ້າປ່ຽນແປງຈາກອັນເກົ່າໄປສູ່ອັນໃໝ່ ແລະຕ້ອງມີການໄກ້ຊິດຕິດແທດກັບມະຫາຊົນ;
4). ຮຽກຮ້ອງມາຍັງນັກຝຶກອົບຮົມໃນການເຝິກອົມຮົມຄັ້ງນີ້ໃຫ້ເອົາໃຈໃສ່ລົງເລິກໃນການປະຕິບັດວຽກງານ ໃຫ້ບັນລຸຕາມເປົ້າໝາຍ, ຕ້ອງຍົກສູງຄວາມຮັບຜິດຊອບບັນດາແຜນວຽກງານຕ່າງໆ, ມີຄວາມຊື່ສັດບໍລິສຸດ ແລະນໍາເອົາແນວທາງຂອງພັກ-ລັດ, ບັນດານິຕິກໍາ, ກົດລະບຽບຕ່າງໆ ໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ