ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ ໄດ້ວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2025 ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ ແລະມອບຂອງຂວັນໃຫ້ນ້ອງນ້ອຍນັກຮຽນ ໃຫ້ກຽດເຂົ້າຮ່ວມຂະບວນການ ແລະເປັນປະທານໃນພິທີໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີການນໍາຂັ້ນສູງ ຂອງພັກ-ລັດ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ເຂົ້າຮ່ວມ ລວມທັງໝົດ 100 ກວ່າທ່ານ.

        ຈຸດປະສົງໃນການຈັດພິທີປູກຕົ້ນໄມ້ຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນຕ່າງຂອງຊາດຂອງພັກ, ເປັນຕົ້ນກໍ່ແມ່ນ ວັນທີ 1 ມີຖຸນາວັນປູກຕົ້ນໄມ້ແຫ່ງຊາດ, ທັງເປັນວັນເດັກນ້ອຍສາກົນ ເວົ້າລວມ, ເວົ້າສະເພາະ ກໍເພື່ອເປັນການປູກຈິດສຳນຶກໃຫ້ແກ່ທຸກຄົນໃນສັງຄົມເຫັນໄດ້ເຖິງຄວາມໝາຍຄວາມສຳຄັນ ຂອງການຟື້ນຟູປ່າໄມ້ໃຫ້ເປັນປ່າສີຂຽວ; ມີສະຕິ, ຮູ້ຫວງແຫນ ແລະເປັນເຈົ້າການໃນການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ເປັນຂະບວນຟົດຟື້ນ ແລະກວ້າງຂວາງ, ແນໃສ່ການພັດທະນາປ່າໄມ້ໃຫ້ມີຄວາມອຸດົມສົມບູນ ແລະຍືນຍົງ.

ເຊິ່ງຕົ້ນໄມ້ທີ່ນໍາມາປູກແມ່ນຕົ້ນໄມ້ກິນໝາກ ພາກສ່ວນລະ 2 ຕົ້ນ ຂະໜາດລວງສູງ ແມ່ນ 1,50 cm ຂຶ້ນໄປ ແລະ ມອບໃຫ້ແຕ່ລະພາກສ່ວນ ປູກໃສ່ຂອບເຂດຄວາມຮັບຜິດຊອບ ຂອງຕົນ ເປັນຕົ້ນແມ່ນຂອບເຂດຄວາມຮັບຜິດຊອບຂອງກຳມະບານແຕ່ລະຮາກຖານ ແລະມອບຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນບົວລະບັດຮັກສາຕົ້ນໄມ້ທີ່ປູກ. ນອກຈາກນັ້ນ, ການນໍາ ແລະນັກຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II ກໍໄດ້ໃຫ້ກຽດເຂົ້າຮ່ວມປູກຕົ້ນໄມ້, ເຊິ່ງໄດ້ມອບໃຫ້ບັນດາກົມກອງ ແລະຫ້ອງຮຽນ ປູກຕົ້ນໄມ້ໃສ່ຈຸດທີ່ເຫັນວ່າຍັງມີດິນເປົ່າວ່າງ ເພື່ອໃຫ້ພື້ນທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປົກຫຸ້ມໄປດ້ວຍຕົ້ນໄມ້ໃຫ້ນັບມື້ນັບດົກໜາເພີ່ມຂຶ້ນ; ພ້ອມນັ້ນ, ໃນພິທີຍັງໄດ້ມີການມອບຂອງຂວັນໃຫ້ນ້ອງນ້ອຍນັກຮຽນອີກດ້ວຍ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

.