ໃນຕອນບ່າຍຂອງວັນທີ 29 ພຶດສະພາ 2025 ນັກຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II ໄດ້ໄປທັດສະນະສຶກສາທີ່ບໍລິສັດສະຕາໂທລະຄົມຈໍາກັດ Unitel ແລະຫ້ອງວ່າການນະຄອນຫຼວງວຽງ ຈັນ, ເຊິ່ງໃຫ້ກຽດນໍາພາຂະບວນການດັ່ງກ່າວໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ, ຄະນະປະຈໍາພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II, ພະນັກງານ, ຄູ-ອາຈານ ຕິດຕາມ ລວມທັງໝົດ 64 ທ່ານ, ຍິງ 14 ທ່ານ.
ຈຸດປະສົງໃນການລົງໄປທັດສະນະຄັ້ງນີ້ແມ່ນ:
- ເບິ່ງຕົວຈິງກ່ຽວກັບການເຄື່ອນໄຫວດໍາເນີນທຸລະກິດຂອງບໍລິສັດສະຕາໂທລະຄົມຈໍາກັດ Unitel ເພື່ອເຮັດໃຫ້ການປະກອບຄວາມຮູ້ທາງດ້ານພຶດຕິກໍາ, ຊອກຮູ້ວິທີການບໍລິຫານທາງດ້ານທຸລະກິດຂອງບໍລິສັດສະຕາໂທລະຄົມ ຈໍາກັດ Unitel;
- ຮຽນຮູ້ກ່ຽວກັບບົດຮຽນການຊີ້ນໍາ-ນໍາພາ ຂອງນະຄອນຫຼວງຢ່າງຮອບດ້ານທາງດ້ານວຽກພັກ, ພະນັກງານ ແລະວຽກຂົງເຂດເສດຖະກິດອື່ນໆ ແລະແລກປຽນບົດຮຽນ ລະຫວ່າງແຂວງກັບນະຄອນຫຼວງ.
ໃນເວລາ 13 ໂມງ ນັກຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II ພ້ອມດ້ວຍພະນັກ ງານ, ຄູ-ອາຈານ ໄດ້ເຂົ້າຮ່ວມທັດສະນະສຶກສາທີ່ບໍລິສັດສະຕາໂທລະຄົມຈໍາກັດ Unitel ທີ່ ຫ້ອງປະຊຸມໃຫຍ່ຂອງບໍລິສັດດັ່ງກ່າວ, ເຊິ່ງໃຫ້ກຽດຕ້ອນຮັບຂະບວນທັດສະນະໂດຍ: ທ່ານ ຈັນທະວີໄຊ ທໍາມະວົງ ຮອງຜູ້ອໍານວຍການໃຫຍ່ບໍລິສັດສະຕາໂທລະຄົມຈໍາກັດ Unitel ພ້ອມດ້ວຍຄະນະ; ພ້ອມກັນນັ້ນ, ຍັງໄດ້ຮັບຊົມວິດີໂອການເຄື່ອນໄຫວດໍາເນີນທຸລະກິດ ຂອງບໍລິສັດສະຕາໂທລະຄົມຈໍາກັດ Unitel ໃນຕະຫຼອດໄລຍະ 15 ປີ ຜ່ານມາ, ຮັບຟັງການລາຍງານປະຫວັດຄວາມເປັນມາ, ການຄຸ້ມຄອງບໍລິຫານ ແລະແຜນພັດທະນາບໍລິສັດສະຕາໂທລະຄົມ ຈໍາກັດ Unitel.
ຕໍ່ມາໃນເວລາ 15 ໂມງ ນັກຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II ພ້ອມດ້ວຍພະນັກງານ, ຄູອາຈານ ໄດ້ສືບຕໍ່ເດີນທາງໄປທັດສະນະທີ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ໃຫ້ກຽດຕ້ອນຮັບຂະບວນທັດສະນະໂດຍ ທ່ານ ພູວົງ ວົງຄໍາຊາວ, ຄະນະປະຈໍາພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະໄດ້ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມນະຄອນຫຼວງວຽງຈັນ.
ໃນການລົງໄປທັດສະນະແຕ່ລະບ່ອນ ກໍຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ, ແລກປ່ຽນພົວພັນເຊິ່ງກັນ ແລະກັນ, ພ້ອມກັນນັ້ນ ໃນການລົງໄປທັດສະນະໃນຄັ້ງນີ້ ຍັງໄດ້ຮຽນຮູ້ບົດຮຽນກ່ຽວກັບການດໍາເນິນທຸລະກິດ ແລະການຊີ້ນໍາ-ນໍາພາທາງດ້ານວຽກສໍາຄັນຕ່າງໆທີ່ກ່ຽວຂ້ອງກັບວຽກພັກ, ພະນັກງານ, ການສ້າງຂັ້ນຕາແສງທີ່ນະຄອນຫຼວງວຽງຈັນ ແລະທີ່ມາທີ່ໄປຂອງແຫຼ່ງລາຍຮັບ ຂອງບໍລິສັດສະຕາໂທລະຄົມ ຈໍາກັດ Unitel ແລະນະຄອນຫຼວງວຽງຈັນ.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ