ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສຳເລັດການເຝິກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດວຽກງານຫໍສະໝຸດ

ວຽກງານຫໍສະໝຸດເປັນວຽກງານໜື່ງໃນການສະໜອງ, ບໍລິການຂໍ້ມູນຂ່າວສານໃຫ້ແກ່ພະນັກງານ, ຄູ-ອາຈານນັກສຶກສາ, ການຢືມ-ສົ່ງປື້ມ, ການຈັດລະບົບປື້ມ ແລະການເກັບມ້ຽນ, ການເຂົ້າລະຫັດ ແລະອື່ນໆ ເຊິ່ງບັນດາໜ້າວຽກເຫຼົ່ານີ້ ນັບມື້ນັບຫັນໄປສູ່ທັນສະໄໝ, ເມື່ອຫັນໄປສູ່ທັນສະໄໝແລ້ວ ຄວາມຮູ້ໃໝ່ທີ່ກ່ຽວກັບລະບົບໂປຣແກຣມ ແລະຄອມພີວເຕີ ຈຶ່ງມີບົດບາດສຳຄັນ ແລະຈຳເປັນຕໍ່ກັບການປະຕິບັດໜ້າທີ່ວຽກງານໃນການໃຫ້ບໍລິການ. ສະນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຈຶ່ງໄດ້ຈັດເຝິກອົບຮົມໃນຫົວຂໍ້: ການນໍາໃຊ້ເຄື່ອງມືເຕັກໂນໂລຊີດີຈິຕອນໃຫ້ແກ່ພະນັກງານຫໍສະໝຸດ ສມປຊ ແລະໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນຢູ່ ສມປຊ ເປັນເວລາ 03 ວັນ (27-29 ກໍລະກົດ 2022). ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ…

ຄະນະຈັດຕັ້ງສູນກາງພັກມອບອາຄານ ແລະຫໍພັກ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ພິທີມອບ-ຮັບອາຄານ ແລະຫໍພັກຂອງຄະນະຈັດຕັ້ງສູນກາງພັກໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2022 ໃຫ້ກຽດເປັນປະທານພິທີໂດຍ: ທ່ານ ນ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ເປັນກຽດເຂົ້າຮ່ວມທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຮອງຫົວໜ້າ ສມປຊ, ມີຕາງໜ້າພະນັກງານສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ພູໂຂງ ພິລາເພັດ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ກ່າວເຖິງສະພາບ ແລະຈຸດພິເສດຂອງອາຄານ…

ການນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພົບປະກັບຄູ-ອາຈານ ແລະຮ່ວມກອງປະຊຸມສໍາມະນາວິທະຍາສາດ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື

ການນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງພ້ອມດ້ວຍຄະນະ ໄປແຂວງອັດຕະປື ນໍາໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໂດຍມີ 2 ຈຸດປະສົງຄື: 1). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປືໄດ້ຈັດຕັ້ງພິທີພົບປະ ລະຫວ່າງ ການນໍາສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ນໍາໂດຍ: ທ່ານ ປອ ດາວສະຫວັນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ປະຈຳສົກຮຽນ 2021-2022

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງປະຈຳສົກ 2021-2022 ເພື່ອສະຫຼຸບຕີລາຄາຜົນການຮຽນ-ການສອນ ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມາ. ພິທີດັ່ງກ່າວ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມມີຮອງຄະນະຫົວໜ້າຫ້ອງການ, ຫົວໜ້າກົມພ້ອມດ້ວຍຄະນະ, ຫົວໜ້າຄະນະຕ່າງໆພ້ອມດ້ວຍຄະນະ, ຫົວໜ້າສູນຂໍ້ມູນຂ່າວສານການ ເມືອງ ແລະການປົກຄອງພ້ອມດ້ວຍຄະນະ,…