ວຽກງານຫໍສະໝຸດເປັນວຽກງານໜື່ງໃນການສະໜອງ, ບໍລິການຂໍ້ມູນຂ່າວສານໃຫ້ແກ່ພະນັກງານ, ຄູ-ອາຈານນັກສຶກສາ, ການຢືມ-ສົ່ງປື້ມ, ການຈັດລະບົບປື້ມ ແລະການເກັບມ້ຽນ, ການເຂົ້າລະຫັດ ແລະອື່ນໆ ເຊິ່ງບັນດາໜ້າວຽກເຫຼົ່ານີ້ ນັບມື້ນັບຫັນໄປສູ່ທັນສະໄໝ, ເມື່ອຫັນໄປສູ່ທັນສະໄໝແລ້ວ ຄວາມຮູ້ໃໝ່ທີ່ກ່ຽວກັບລະບົບໂປຣແກຣມ ແລະຄອມພີວເຕີ ຈຶ່ງມີບົດບາດສຳຄັນ ແລະຈຳເປັນຕໍ່ກັບການປະຕິບັດໜ້າທີ່ວຽກງານໃນການໃຫ້ບໍລິການ.

ສະນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຈຶ່ງໄດ້ຈັດເຝິກອົບຮົມໃນຫົວຂໍ້: ການນໍາໃຊ້ເຄື່ອງມືເຕັກໂນໂລຊີດີຈິຕອນໃຫ້ແກ່ພະນັກງານຫໍສະໝຸດ ສມປຊ ແລະໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນຢູ່ ສມປຊ ເປັນເວລາ 03 ວັນ (27-29 ກໍລະກົດ 2022). ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ມີຕາງໜ້າເຂົ້າຮ່ວມເຊັ່ນ: ຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ.

ສຳມະນາກອນເຝິກອົບຮົມເຂົ້າຮ່ວມ 19 ທ່ານ, ຍິງ 11 ທ່ານ (ພາຍໃນ ສມປຊ 3 ທ່ານ ແລະຕາງໜ້າໂຮງ ຮຽນການເມືອງ ແລະການປົກຄອງທ້ອງຖິ່ນລວມມີ 16 ແຂວງ, ແຂວງລະ 1 ທ່ານ) ຊຶ່ງເນື້ອໃນຂອງການເຝິກອົບຮົມ ລວມມີ 3 ເນື້ອໃນຄື:

 1). ການ​ແນະນຳ​ເຄື່ອງມື​ຕ່າງໆ​ສໍາລັບ​ການ​ສື່ສານ​ໃນ​ຂົງ​ເຂດ​ວຽກ​ງານ ​ແລະ​ການ​ນຳ​ໃຊ້ແອັບສໍາລັບວຽກງານ (Google Workspace), Gmail, Google Calendar, Google Meet, Google Form, Google Doc, Google Sheet, Google Slides, Google Drive;

2). ການບໍລິຫານແຟ້ມເອກະສານ ແລະການແບ່ງປັນຜູ້ໃຊ້ເທິງອອນໄລ (Share, Get Link, QR Code) ແລະການ​ເຮັດ​ບັດ​ສະມາຊິກ​ແບບ QR Code;

3). ການບັນທຶກ​ຂໍ້​ມູນ​ປື້​ມ, ຂໍ້​ມູນ​ສະມາຊິກລົງ​ໂປຣ​ແກຣມ PMB, ການ​ນຳ​ໃຊ້ໂປຣ​ແກຣມ PMB (​ໃນ​ການ​ບໍລິການ​ຢືມ-ສົ່ງ​ປື້​ມ), ການ​ນຳ​ໃຊ້ໂປຣ​ແກຣມ PMB (ກວດກາ​ລາຍການ​ປື້​ມ, ກວດກາ​ການ​ສົ່ງ​ປື້​ມຊ້າ), ການ​ນຳ​ໃຊ້ ​ໂປຣ​ແກຣມ PMB (ການ​ຈັດການ​ຜູ້​ໃຊ້​ງານ​ໂປຣ​ແກຣມ)

ທ່ານ ນ. ວາດສະໜາ ກິນອາພອນ ຮອງຫົວໜ້າພະແນກຫໍສະໝຸດ ໄດ້ໃຫ້ຮູ້ວ່າ: ການດໍາເນີນການເຝິກອົບຮົມໃນຄັ້ງນີ້ປະກອບດ້ວຍຄວາມຮູ້ທາງດ້ານທິດສະດີ ແລະພາກປະຕິບັດຕົວຈິງເປັນຕົ້ນແມ່ນ: ຄວາມໝາຍ ແລະຄວາມສຳຄັນຂອງການບໍລິຫານວຽກງານຫໍສະໝຸດ; ພ້ອມນັ້ນ ກໍ່ຍັງເປັນການເຝິກບັນດາການນໍາໃຊ້ໂປຣແກຣມ PMB ແລະສື່ຕ່າງໆທີ່ກ່ຽວຂ້ອງກັບວຽກງານຫໍສະໝຸດ ແລະຄະນະຮັບຜິດຊອບໄດ້ມີຄວາມເອົາໃຈໃສ່ສູງໃນການກະກຽມຄວາມພ້ອມໃນການຈັດເຝິກອົບຮົມ ແລະເຮັດໃຫ້ການເຝິກໃນຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ;

ເພື່ອເປັນການຢັ້ງຢືນຜົນສຳເລັດຂອງການຝຶກອົງຮົມຄັ້ງນີ້ທ່ານ ປທ ນ. ວະໄລລັກ ອະໄພ ໄດ້ເປັນກຽດມອບໃບຢັ້ງຢືນຈຳນວນ 19 ທ່ານ, ຍິງ 11 ທ່ານ, ພ້ອມທັງໃຫ້ທິດຊີ້ນຳ ແລະໂອ້ລົມຕໍ່ກັບສຳມະນາກອນທີ່ສຳເລັດການເຝິກອົບຮົມຄັ້ງນີ້ວ່າ: ຈົ່ງນຳເອົາຄວາມຮູ້, ປະສົບການ ທີ່ໄດ້ຈາກການເຝິກອົບຮົມນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຂອງຕົນໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ