ພິທີມອບ-ຮັບອາຄານ ແລະຫໍພັກຂອງຄະນະຈັດຕັ້ງສູນກາງພັກໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2022 ໃຫ້ກຽດເປັນປະທານພິທີໂດຍ: ທ່ານ ນ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ເປັນກຽດເຂົ້າຮ່ວມທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຮອງຫົວໜ້າ ສມປຊ, ມີຕາງໜ້າພະນັກງານສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພູໂຂງ ພິລາເພັດ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ກ່າວເຖິງສະພາບ ແລະຈຸດພິເສດຂອງອາຄານ ແລະ ຫໍພັກວ່າ: ໃນເມື່ອກ່ອນແມ່ນຄະນະຈັດຕັ້ງສູນກາງພັກນຳໃຊ້ເຂົ້າໃນວຽກງານຝຶກອົບຮົມຈັດຕັ້ງຫຼາຍໆຊຸດ ແລະວຽກງານອື່ນໆ ຢ່າງຕໍ່ເນື່ອງແຕ່ມາຮອດປັດຈຸບັນອີງຕາມສະພາບ ແລະເງື່ອນໄຂວຽກງານແມ່ນມີການປັບປຸງ ແລະປ່ຽນແປງ, ການເຝິກອົບຮົມແມ່ນບໍ່ທັນເປັນລະບົບ ແລະຕໍ່ເນື່ອງ. ສະນັ້ນ, ເພື່ອຄວາມສະດວກໃນການຄຸ້ມຄອງ-ນໍາໃຊ້ ແລະປົກປັກຮັກສາອາຄານສະຖານທີ່ໃຫ້ມີຄວາມຕໍ່ເນື່ອງ ແລະເໝາະສົມກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ໃນປັດຈຸບັນຈຶ່ງໄດ້ມອບອາຄານ ແລະຫໍພັກໃຫ້ ສມປຊ ເປັນຜູ້ນຳໃຊ້ເຂົ້າໃນວຽກງານການຮຽນ-ການສອນ ແລະວຽກງານອື່ນໆທີ່ປີ່ນອ້ອມ.
ອາຄານ 1 ຫຼັງ ມີ 04 ຊັ້ນ, ມີ 45 ຫ້ອງ, ຫໍພັກ 1 ຫຼັງ ມີ 04 ຊັ້ນ, ມີຫ້ອງນອນ 96 ຫ້ອງ ແລະມີຫ້ອງນໍ້າ 96 ຫ້ອງ.

ໃນພິທີເພື່ອເປັນການຢັ້ງຢືນຕໍ່ກັບການມອບ-ຮັບ ທ່ານ ປທ ຄົມວິກິດ ສິມມະລິວົງ ຮອງຫົວໜ້າຫ້ອງການ ສມປຊ ແລະທ່ານ ພູໂຂງ ພິລາເພັດ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກ ທັງສອງຝ່າຍໄດ້ເຊັນການມອບ-ຮັບດັ່ງກ່າວເພື່ອເປັນເອກະສານຢັ້ງຢືນຕໍ່ຂັ້ນເທິງ ແລະພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງຢ້ຽມຊົມສະຖານທີ່ອາຄານ ແລະຫໍພັກດັ່ງກ່າວ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ