ການນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງພ້ອມດ້ວຍຄະນະ ໄປແຂວງອັດຕະປື ນໍາໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໂດຍມີ 2 ຈຸດປະສົງຄື:

1). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປືໄດ້ຈັດຕັ້ງພິທີພົບປະ ລະຫວ່າງ ການນໍາສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ນໍາໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບພະນັກງານ, ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ໂດຍມີພະນັກງານ, ຄູ-ອາຈານເຂົ້າຮ່ວມທັງໝົດ 23 ທ່ານ ແລະ ຍິງ 10 ທ່ານ.

ໃນພິທີດັ່ງກ່າວໄດ້ຮັບຟັງການລາຍງານສະພາບລວມ, ຜົນສໍາເລັດ, ຂໍ້ຄົງຄ້າງ ແລະບາງຂໍ້ສະເໜີໂດຍຫຍໍ້ຈາກ ທ່ານ ປທ ບຸນປອນ ອ່ອນໄຊວຽງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ເຊິ່ງໄດ້ຍົກໃຫ້ເຫັນບາງເນື້ອໃນຄື: ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1997 ມີພາລະບົດບາດດໍາເນີນການຮຽນ-ການສອນທິດສະດີລະບົບ 45 ວັນ ແລະຊັ້ນຕົ້ນ. ມາຮອດປີ 2005 ໄດ້ດໍາເນີນການຮຽນ-ການສອນທິດສະດີຫຼັກສູດຊັ້ນກາງລະບົບ 15 ເດືອນເປັນຕົ້ນມາ; ປັດຈຸບັນໂຮງຮຽນແມ່ນໄດ້ຈັດຕັ້ງການຮຽນ-ການສອນທິດສະດີລະບົບ 10 ວັນ, 45 ວັນ, 3 ເດືອນ ແລະ 15 ເດືອນ ໃຫ້ແກ່ພະນັກງານນໍາພາຄຸ້ມຄອງຂອງ 5 ຕົວເມືອງພາຍໃນແຂວງ ແລະອ້ອມຂ້າງແຂວງ. ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປືມີພະນັກງານ, ຄູ-ອາຈານທັງໝົດ 26 ທ່ານ, ຍິງ 13 ທ່ານ,​ ລະດັບວິຊາສະເພາະຈົບປະລິນຍາໂທ 4 ທ່ານ, ປະລິນຍາຕີ 18 ທ່ານ, ຊັ້ນສູງ 4 ທ່ານ, ຊັ້ນກາງ 1 ທ່ານ ແລະບໍ່ມີຊັ້ນ 2 ທ່ານ. ສໍາລັບລະດັບທິດສະດີຂອງຄູ-ອາຈານມີດັ່ງນີ້: ທິດສະດີຂັ້ນສູງມີ 6 ທ່ານ, ຂັ້ນກາງມີ 4 ທ່ານ, ຂັ້ນຕົ້ນມີ 1 ທ່ານ ແລະ 45 ວັນມີ 1 ທ່ານ (ຈໍານວນໜຶ່ງແມ່ນບໍ່ທັນໄດ້ຜ່ານ); ມີຄະນະໜ່ວຍພັກ 3 ສະຫາຍ ສະມາຊິກ 20 ສະຫາຍ, ຍິງ 9 ສະຫາຍ; ນອກນີ້ຍັງມີຄະນະອໍານວຍການ 4 ສະຫາຍ, ຍິງ 1 ສະຫາຍ. ການເຄື່ອນໄຫວຽກງານແມ່ນປະຕິບັດຕາມແຜນການ 1 ເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ. ການຈັດຕັ້ງວຽກງານວິຊາການ ປີ 2021-2022 ມີນັກສຶກສາຈົບຊັ້ນກາງຈໍານວນ 52 ທ່ານ, ຊັ້ນຕົ້ນ 3 ເດືອນຈໍານວນ 51 ທ່ານ. ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ ແຕ່ຍັງມີຂໍ້ຄົງຄ້າງຈໍານວນໜຶ່ງເປັນຕົ້ນແມ່ນ: ຄວາມຮັບຮູ້ດ້ານທິດສະດີຂອງຄູ-ອາຈານຈໍານວນໜຶ່ງແມ່ນບໍ່ທັນເລິກເຊິ່ງ, ພຶດຕິກໍາຍັງບໍ່ທັນຫຼາກຫຼາຍ, ງົບປະມານຮັບໃຊ້ວຽກງານລວມຂອງໂຮງຮຽນຍັງມີຈໍາກັດ, ການດຶງດູດເອົາການຊ່ວຍເຫຼືອຈາກຕ່າງປະເທດ (ແຂວງແຮກສ່ຽວ ຈາກ ສສ ຫວຽດນາມ) ຍັງເຮັດບໍ່ທັນໄດ້ດີ, ອຸປະກອນຮັບໃຊ້ມີຄວາມເກົ່າແກ່ຫຼາຍ. ສໍາລັບທິດທາງໃນຕໍ່ໜ້າຈະສືບຕໍ່ການບໍາລຸງ-ກໍ່ສ້າງພະນັກ ງານທັງໄລຍະສັ້ນ ແລະໄລຍະຍາວໃຫ້ແກ່ນໍາພາຄຸ້ມຄອງພາຍໃນແຂວງ ກໍຄືແຂວງອ້ອມຂ້າງ, ສຶກສາອົບຮົມການເມືອງ-ແນວຄິດພະນັກງານ, ຄູ-ອາຈານໃຫ້ເປັນປົກກະຕິ, ສືບຕໍ່ເຝິກອົບຮົມທິດສະດີລັດທິມາກ-ເລນິນໃຫ້ພະນັກງານ, ຄູ-ອາຈານໃຫ້ເຂົ້າໃຈເລິກເຊິ່ງເຖິງຖອງນໍາພາອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວໃຫ້ຖຶກຕ້ອງຕາມແນວທາງຂອງພັກ-ລັດວາງອອກໃຫ້ປະກົດຜົນເປັນຈິງ.

ໃນພິທີຍັງໄດ້ຮັບຟັງຄໍາຄິດ, ຄໍາເຫັນຂອງພະນັກງານ, ຄູ-ອາຈານພາຍໃນໂຮງຮຽນ ກ່ຽວກັບບາງຂໍ້ຫຍຸ້ງຍາກໃນການຮຽນ-ການສອນ ເຊັ່ນ: ຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດການເປີດຊຸດຮຽນຍັງບໍ່ທັນມີຄວາມຕໍ່ເນື່ອງ, ການປະເມີນຄູ-ອາຈານສອນ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຍັງບໍ່ທັນມີນິຕິກໍາອ້າງອີງ, ການຂຽນວາລະສານ ແລະສະເໜີຂໍເຂົ້າຮ່ວມການຝຶກອົບຮົມຕ່າງໆທີ່ ສມປຊ ຈັດຂຶ້ນ…

ໃນຕອນທ້າຍຂອງພິທີ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ປອ ດາວສະຫວັນ ເຄືອມີໄຊ ເຊິ່ງໄດ້ເນັ້ນໜັກໃຫ້ຄູ-ອາຈານໃນໂຮງຮຽນເອົາໃຈໃສ່ສຶກສາຄົ້ນຄວ້າເອກະສານຂອງພັກ, ກໍາໃຫ້ໄດ້ສະ ພາບການຂອງໂລກ ກໍຄືສະພາບລວມພາຍໃນປະເທດເປັນຕົ້ນແມ່ນບັນຫາການຂາດແຄນພະລັງ ງານ, ວິກິດການດ້ານອາຫານ, ໄພເງິນເຟີ້ ໃຫ້ສາມາດອະທິບາຍຊີ້ແຈງເຫດຜົນຂອງບັນຫາເພື່ອນໍາມາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ຄູ-ອາຈານ ແລະນັກສຶກສາ ໃຫ້ເຊື່ອໝັ້ນ; ທ່ານຍັງໄດ້ໃຫ້ທິດຊີ້ນໍາຕື່ມວ່າຢາກເຮັດໄດ້ຄືແນວນັ້ນຕ້ອງພ້ອມກັນປະຕິບັດດັ່ງນີ້:  

ໜຶ່ງ, ຄວນມີການຫັນປ່ຽນຢ່າງຕັ້ງໜ້າດ້ານເນື້ອໃນຫຼັກສູດ ອັນທີ່ບໍ່ສອດຄ່ອງໂດຍສັງລວມແລ້ວສະເໜີຫາສະຖາບັນພິຈາລະນາ, ການສິດສອນຄວນຄວບຄູ່ກັບພຶດຕິກໍາ, ໃນການຂຶ້ນຫ້ອງຕ້ອງເປັນຊ່ຽວຊານໃນບົດນັ້ນຢາກເຮັດໄດ້ຕ້ອງອ່ານຫຼາຍຄົ້ນຄວ້າໃຫ້ຫຼາຍ, ການສຶກສາອົບຮົມຄວນເຮັດຢ່າງໜັກແໜ້ນ ໄປລວງດຽວກັນຕາມແນວທາງ ແລະເປັນປົກກະຕິຕໍ່ເນື່ອງ.

ສອງ, ວຽກງານການຄົ້ນຄວ້າວິທະຍາສາດ ສມປຊ ໄດ້ສະໜອງບັນດານິພົນຕ່າງໆແລ້ວສໍາລັບການຂຽນບົດວິທະຍາສາດ, ວາລະສານ ແຕ່ລະປີເພື່ອໃຫ້ມີຄຸນນະພາບອາດສ້າງເປັນຫົວຂໍ້ສະເພາະແລ້ວເຊີນອາຈານ ສມປຊ ມາຝຶກອົບຮົມໃຫ້; ນອກນີ້ຍັງໄດ້ແນະນໍາໃຫ້ຄູ-ອາຈານເອົາໃຈໃສ່ເຄື່ອນໄຫວວຽກງານຮອບດ້ານໃຫ້ເປັນແບບຢ່າງແກ່ພາກ ສ່ວນອື່ນໆ.

2). ໃນຕອນເຊົ້າຂອງວັນທີ 22 ກໍລະກົດ ຢູ່ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປື ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດຫົວຂໍ້: ກໍ່ສ້າງໂຮງຮຽນການ ເມືອງ ແລະການປົກຄອງແຂວງ ໃຫ້ກາຍເປັນໂຮງຮຽນພັດທະນາທີ່ມີຄຸນນະພາບ ໂດຍການເປັນປະທານຮ່ວມ ຂອງ ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈໍາພັກ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນແຂວງອັດຕະປື, ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປທ ບຸນປອນ ອ່ອນໄຊວຽງ ຫົວໜ້າໂຮງຮຽໜການເມືອງ ແລະການປົກຄອງແຂວງອັດຕະປື.

ໃນກອງປະຊຸມມີແຂກຮັບເຊີນຈາກຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການປົກຄອງແຂວງ, ບັນດາຄະນະອໍານວຍການຂອງໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປື, ແຂວງຈໍາປາສັກ, ແຊວງສາລະວັນ, ແຂວງເຊກອ ງ, ແຂວງສະຫວັນນະເຂດ ແລະແຂວງຄໍາມ່ວນ; ພ້ອມດ້ວຍພະນັກງານ, ຄູ-ອາຈານຈາກ ສມປຊ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປື ໂດຍມີພະນັກງານ, ຄູ-ອາຈານເຂົ້າຮ່ວມທັງມົດ 39 ທ່ານ, ຍິງ 13 ທ່ານ.

         ໃນພິທີແມ່ນໄດ້ກ່າວເປີດກອງປະຊຸມໂດຍ: ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈໍາພັກ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນແຂວງ. ທ່ານ ປທ ບຸນປອນ ອ່ອນໄຊວຽງ ໄດ້ກ່າວຕ້ອນຮັບແຂກພ້ອມທັງຍົກໃຫ້ເຫັນຄວາມຈໍາເປັນ ແລະຄວາມສໍາຄັນຂອງການຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້; ພ້ອມກັນນັ້ນ ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກໍໄດ້ນໍາພາບັນຊາກອງປະຊຸມໃນການຜ່ານບົດວິທະຍາສາດ, ການຕັ້ງບັນຫາເຈາະຈິ້ມ ກ່ຽວກັບເນື້ອໃນບົດ ແລະການປະກອບຄໍາເຫັນຂອງບັນດາຜູ້ເຂົ້າຮ່ວມ.

ພາຍໃນກອງປະຊຸມ ແມ່ນໄດ້ຮັບຟັງການລາຍງານບົດວິທະຍາສາດໂດຍສັງເຂບ ຈາກບັນດາຄະນະອໍານວຍການຂອງໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປື, ແຂວງເຊກອງ, ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງສະຫວັນນະເຂດ ແລະແຂວງຄໍາມ່ວນ ຫົວຂໍ້: ສຶກສາອົບຮົມແນວຄິດທິດສະດີຂອງພັກ ໃຫ້ແກ່ພະນັກງານ, ຄູ-ອາຈານຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປື, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງພະນັກ ງານ, ຄູ-ອາຈານຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງເຊກອງ, ພັດທະນາພື້ນຖານໂຄງລ່າງຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຈໍາປາສັກໃຫ້ບັນລຸມາດຖານໂຮງຮຽນພັດທະນາທີ່ມີຄຸນນະພາບ, ພັດທະນາສິ່ງ ແວດລ້ອມຕາມທິດຍືນຍົງ ຢູ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງສາລະວັນ, ສ້າງການຫັນປ່ຽນຢ່າງແຂງ ແຮງໃນການກໍ່ສ້າງ, ບໍາລຸງສ້າງຄູ-ອາຈານ ໂຮງຮຽນການເມືອງ ແລະການປົກຄອງແຂວງສະຫວັນນະເຂດຕາມມາດ ຕະຖານ ຂອງການສຶກສາຊັ້ນສູງ, ເພີ່ມທະວີການນໍາພາ ຂອງອົງຄະນະພັກແຂວງຄໍາມ່ວນ ສ້າງໂຮງຮຽນພັດທະນາ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄໍາມ່ວນ.

ໃນພິທີຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ ຕາມຄໍາເຫັນເຈາະຈິ້ມຂອງທ່ານ ປອ ດາວສະຫວັນ ເຄືອມີໄຊ ໃນ 4 ບັນຫາໃຫຍ່ຄື: ຄວາມຮັບປະກັນໃນໂຄງສ້າງຂອງບົດ, ເນື້ອໃນບົດສາມາດຕອບສະໜອງໄດ້ຕາມມາດຖານຂອງຫົວຂໍ້ບໍ, ບ່ອນອີງດ້ານວິທະຍາສາດມີບໍ, ບົດຮຽນຂອງແຕ່ລະແຂວງມີບໍ. ບັນດາຄໍາເຫັນແລກປ່ຽນລ້ວນແຕ່ມີຄວາມຮັດກຸມ ແນໃສ່ສ້າງຄວາມກະຈ່າງແຈ້ງໃນແຕ່ລະບັນຫາ.

ເພື່ອເປັນທິດໃນການປັບປຸງບົດ ທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ຄໍາເຫັນວ່າ: ບັນດາບົດວິທະຍາ ສາດຄວນໄດ້ເບິ່ງຄືນບາງດ້ານຄື: ໂຄງສ້າງຂອງບົດຄວນຍົກຄວາມຈໍາເປັນໃນການຄົ້ນຄວ້າບັນຫາດັ່ງກ່າວ, ຮູບແບບ ແລະເນື້ອໃນການຈັດຕັ້ງປະຕິບັດ; ບາງບົດເນື້ອໃນອຸດົມສົມບູນ ແຕ່ຄວນຈັດໃຫ້ເປັນລະບົບຕື່ມ ສິ່ງສໍາຄັນຄວນຍົກໃຫ້ເຫັນສະພາບຄວາມເປັນຈິງຂອງໂຮງຮຽນກ່ຽບກັບບົດຮຽນທີ່ສາມາດເຮັດໄດ້ ແລະຂໍ້ຄົງຄ້າງທີ່ເປັນສາເຫດຕົ້ນຕໍເຮັດໃຫ້ບໍສາມາດປະຕິບັດວຽກງນສໍາເລັດຜົນໄດ້; ສໍາລັບທິດທາງຄວນຍົກເປັນຂໍ້ສະເໜີໃນການຈັດຕັ້ງປະຕິບັດວຽກງານ ນັ້ນໆ ຕິດພັນກັບການແກ້ໄຂຂໍ້ຄົງຄ້າງຕ່າງໆທີ່ສະເໜີມາ ແລະມີຄວາມສາມາດໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງ ກາຍເປັນໂຮງຮຽນພັດທະນາທີ່ມີຄຸນນະພາບດີຂຶ້ນເລື້ອຍໆ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ໄດ້ມອບປຶ້ມຜົນງານການຄົ້ນຄວ້າວິທະຍາສາດທີ່ແຂວງສະຫວັນນະເຂດເປັນເຈົ້າພາບກອງປະຊຸມຊຸດກ່ອນໃຫ້ແຂວງອັດຕະປື, ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະແຂວງຄໍາມ່ວນ. ນອກນີ້, ຍັງມີພິທີການຈັບມືມອບຄວາມເປັນເຈົ້າພາບຈັດກອງປະຊຸມໃນປີ 2023 ໃຫ້ແກ່ໂຮງຮຽນການ ເມືອງ ແລະການປົກຄອງແຂວງຄໍາມ່ວນ.

ຂ່າວ/ພາບ: ປທ ນ. ຍຸຍທອງ ສົມແພງພັນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ