ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງປະຈຳສົກ 2021-2022 ເພື່ອສະຫຼຸບຕີລາຄາຜົນການຮຽນ-ການສອນ ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມາ. ພິທີດັ່ງກ່າວ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມມີຮອງຄະນະຫົວໜ້າຫ້ອງການ, ຫົວໜ້າກົມພ້ອມດ້ວຍຄະນະ, ຫົວໜ້າຄະນະຕ່າງໆພ້ອມດ້ວຍຄະນະ, ຫົວໜ້າສູນຂໍ້ມູນຂ່າວສານການ ເມືອງ ແລະການປົກຄອງພ້ອມດ້ວຍຄະນະ, ຕາງໜ້າຄະນະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ພະນັກງານ, ຄູ-ອາຈານ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ມະຫາວິທະຍາໄລແຫ່ງຊາດກໍ່ໃຫ້ກຽດເຂົ້່າຮ່ວມ.

          ໃນພິທີ ທ່ານ ປອ ນ. ໄກສອນ ຈັນສີນາ ກໍາມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ໃນໜຶ່ງສົກຮຽນຜ່ານມາວ່າ: ການຈັດຕັ້ງການຮຽນ-ການສອນໃນສົກຮຽນ 2021-2022 ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເລີ່ມຕົ້ນຂຶ້ນໃນໄລຍະກາງເດືອນສິງຫາ 2021, ເຊິ່ງຢູ່ໃນຊ່ວງໄລຍະເວລາທີ່ພົບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍປະການ, ແຕ່ເຖິງແນວໃດກໍ່ຕາມ, ການຈັດຕັ້ງການຮຽນ-ການສອນ ຂອງສະຖາບັນພວກເຮົາກໍໄດ້ດໍາເນີນໄປໃນທ່າມບັນຍາກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX; ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກສະຖາບັນຄັ້ງທີ V ແລະແຜນພັດທະນາສະຖາບັນໄລຍະ 5 ປີ (2021-2025) ໃຫ້ກາຍເປັນແຜນການ, ໂຄງການ ແລະແຜນງານຢ່າງລະອຽດຊຶ່ງໃນສົກຮຽນດັ່ງກ່າວ, ການປະເມີນການຮຽນຂອງນັກສຶກສາປີສຸດທ້າຍເຫັນໄດ້ວ່າ ຄະແນນສະສົມສະເລ່ຍຕະຫຼອດໄລຍະການສຶກສາ ທີ່ຮຽນຈົບຫຼັກສູດຂອງແຕ່ລະຊັ້ນຮຽນຄື: ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນຮຸ່ນທີ XXIX ຄະແນນເກຼດ A ມີ 17 ທ່ານ, ເທົ່າ ກັບ 31,48%; ຄະແນນເກຼດ B+ ມີ 37 ທ່ານ, ເທົ່າກັບ 68,51% ແລະຮຸ່ນທີ XXX ຄະແນນເກຼດ A ມີ 25 ທ່ານ, ເທົ່າກັບ 45%, ຄະແນນເກຼດ B+ມີ 30 ທ່ານ, ເທົ່າກັບ 55%; ນັກສຶກສາອະນຸປະລິນຍາຮຸ່ນທີ XIX ຄະແນນເກຼດ A ມີ 32 ທ່ານ, ເທົ່າກັບ 53,33%; ຄະແນນເກຼດ B+ມີ 28 ທ່ານ ເທົ່າກັບ 56,67%; ນັກສຶກສາປະລິນຍາຕີຮຸ່ນທີ XXIV (ຫ້ອງກ-ຂ) ຄະແນນເກຼດ A ມີ 8 ທ່ານ, ເທົ່າກັບ 6,84%; ຄະແນນເກຼດ B+ ມີ 109 ທ່ານ, ເທົ່າກັບ 93,16%.

ສັງລວມແລ້ວ, ຜູ້ສຳເລັດການສຶກສາທັງໝົດປະຈຳສົກຮຽນນີ້ມີຈຳນວນ: 288 ທ່ານ, ຍິງ: 76 ທ່ານ. ໃນນັັ້ນມີລະບົບຊັັ້ນສູງເລັັ່ງລັດ 5 ເດືອນຮຸ່ນທີ XXIX ແລະຮຸ່ນທີ XXX ຈຳນວນ 110 ທ່ານ, ຍິງ 24 ທ່ານ, ມີນັກສຶກສາອະນຸປະລິນຍາຮຸ່ນທີ XIX ມີຈໍານວນ 60 ທ່ານ, ຍິງ14 ທ່ານ ແລະນັກສຶກສາປະລິນຍາຕີຮຸ່ນທີ XXIV (ຫ້ອງ ກ ແລະຫ້ອງ ຂ) ມີຈຳນວນ118 ທ່ານ, ຍິງ 38 ທ່ານ.

         ທ່ານ ປອ. ນ. ເກດມະນີ ອິນທະວົງ ຫົວໜ້າພະແນກພະນັກງານ, ກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍຍ້ອງຍໍບຸກຄົນດີເດັ່ນ, ຄະນະພັກ-ຄະນະຫ້ອງດີເດັ່ນ ແລະຫ້ອງຮຽນດີເດັ່ນ ແຕ່ລະປະເພດ ດັ່ງນີ້:

         – ລະບົບອະນຸປະລິນຍາ ຮຸ່ນທີ XIX ໄດ້ຮັບການຍ້ອງຍໍ ຫ້ອງຮຽນດີເດັ່ນ ປະເພດ I; ຄະນະພັກ-ຄະນະຫ້ອງດີເດັ່ນໃນການຊີ້ນໍາ-ນໍາພາ ປະເພດ I ມີ 5 ທ່ານ, ຍິງ1ທ່ານ; ນັກສຶກສາຮຽນເກັ່ງ-ມີວິໄນປະເພດ I ມີ 32 ທ່ານ, ຍິງ 14 ທ່ານ, ປະເພດ II ມີ 18 ທ່ານ, ຍິງ 0 ທ່ານ, ປະເພດ III ມີ 10 ທ່ານ, ຍິງ 0 ທ່ານ.

         – ລະບົບປະລິນຍາຕີ ຮຸ່ນທີ XXIV (ກ) ໄດ້ຮັບການຍ້ອງຍໍ ຫ້ອງຮຽນດີເດັ່ນ ປະເພດ I, ຄະນະພັກ-ຄະນະຫ້ອງດີເດັ່ນໃນການຊີ້ນໍາ-ນໍາພາ ປະເພດ I ມີ 5 ທ່ານ, ຍິງ 2 ທ່ານ, ນັກສຶກສາຮຽນເກັ່ງ-ມີວິໄນ ປະເພດ I ມີ 9 ທ່ານ, ຍິງ 2 ທ່ານ, ປະເພດ II ມີ 24 ທ່ານ, ຍິງ 11 ທ່ານ, ປະເພດ III ມີ 14 ທ່ານ, ຍິງ 3 ທ່ານ.

         – ລະບົບປະລິນຍາຕີຮຸ່ນທີ XXIV (ຂ)ໄດ້ຮັບການຍ້ອງຍໍຫ້ອງຮຽນດີເດັ່ນປະເພດ I, ຄະນະພັກ-ຄະນະຫ້ອງດີເດັ່ນໃນການຊີ້ນໍາ-ນໍາພາປະເພດ I ມີ 5 ທ່ານ, ຍິງ 1 ທ່ານ, ນັກສຶກສາຮຽນເກັ່ງ-ມີວິໄນ ປະເພດ I ມີ 9 ທ່ານ, ຍິງ 3 ທ່ານ, ປະເພດ II ມີ 23 ທ່ານ, ຍິງ 10 ທ່ານ, ປະເພດ III ມີ 21 ທ່ານ, ຍິງ 4 ທ່ານ.

ໃນວາລະທ້າຍກອງປະຊຸມ ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄູ-ອາຈານ ແລະນັກສຶກສາທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຮັດໃຫ້ການຮຽນ-ການສອນ ຄັ້ງນີ້ໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງແນະນຳໃຫ້ນັກສຶກສາບາງຈຸດຄືດັ່ງລຸ່ມນີ້:

  1. ສິ່ງທີ່ສໍາຄັນແມ່ນເນັ້ນໃຫ້ນັກສຶກສາຕ້ອງຮູ້ໝູນໃຊ້ສິີ່ງທີີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງເຂົ້າໃນວຽກງານຕົວຈິງຈຶີ່ງຈະກໍໍ່ໃຫ້ເກີດຜົນປະໂຫຍດໃຫ້ແກ່ການສ້າງສາ ພັດທະນາປະເທດຊາດຂອງພວກເຮົາຢ່າງບໍໍ່ຢຸດຢັັ້ງ, ຕ້ອງກ້າຄິດ, ກ້າຮັບຜິດຊອບ, ຕ້ອງກໍາແໜ້ນວິທີວິທະຍາປະຕິວັດ ແລະວິທະຍາສາດຂອງລັດທິມາກ-ເລນິນ ທີີ່ໄດ້ຮຽນມາແລ້ວ; ແນວຄິດປະທານ ໄກສອນ ພົມວິຫານ, ກໍາແໜ້ນສະພາບຄວາມເປັນຈິງ, ປຶກສາຫາລືກັບໝູ່ຄະນະກ່ຽວກັບວິທີການ ແລະຮູບການນໍາໃຊ້ບົດຮຽນທີີ່ຕົນໄດ້ຮຽນມາເຂົ້າໃສ່ວຽກງານຕົວຈິງ.
  2. ຈົ່ງນໍາເອົາບົດຮຽນທີ່ໄດ້ຮຽນມາໄປທົດສອບ ຢູ່ໃນພຶດຕິກໍາແຫ່ງການສ້າງສາ ພັດທະນາປະເທດຊາດຕາມພາລະບົດບາດ ແລະໜ້າທີີ່ຂອງຕົນອັນນີ້ຈະຊ່ວຍໃຫ້ພວກເຮົາເຫັນແຈ້ງວ່າອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງບົນພື້ນຖານເດັດດ່ຽວປົກປ້ອງສິີ່ງທີີ່ຖືກຕ້ອງພ້ອມກັນນັັ້ນກໍໍ່ຕັດສິນໃຈດັດແປງແກ້ໄຂອັນທີີ່ບໍ່ຖືກຕ້ອງຢ່າງທັນການ.
  3. ນອກຈາກການຮຽນຮູ້ຈາກພຶດຕິກໍາຕົວຈິງແລ້ວນັກສຶກສາຍັງມີໜ້າທີີ່ຄົ້ນຄວ້າວິໄຈ ແລະສະຫຼຼຸບສັງລວມຢ່າງມີວິທະຍາສາດ ແລ້ວສະເໜີຄໍາຄິດຄໍາເຫັນ, ສະເໜີທິດທາງ, ວິທີການທີີ່ເປັນໄປໄດ້ ແລະມີປະສິດທິພາບສູງເພື່ອປັບປຸງວຽກງານໃນກົມກອງຂອງຕົນໃຫ້ດີຂຶ້ນ.
  4. ຈົ່ງສືບຕໍ່ກໍ່ສ້າງ, ພັດທະນາຕົນເອງໃນຂະບວນການວຽກງານຕົວຈິງ ໃຫ້ຫຼາຍຂຶ້ນຄວາມຮູ້ທີີ່ຄູ-ອາຈານຖ່າຍທອດໃຫ້ແມ່ນສ່ວນປະກອບອັນໜຶີ່ງທີີ່ເປັນພຶ້ນຖານໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີີ່ຂອງພວກເຮົາ, ແຕ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາແມ່ນຮູ້ນໍາເອົາຄວາມຮູ້ໄປໝູນໃຊ້ໃນພຶດຕິກໍາໃຫ້ເກີດດອກອອກຜົນ ແລະປະດິດສ້າງ.

ຂ່າວ/ພາບ ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ