ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ແລກປ່ຽນບົດຮຽນ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ

ໃນຕອນແລງ ຂອງວັນທີ 1 ກັນຍາ 2022 ຜ່ານມານີ້ຢູ່ທີ່ຫໍປະຊຸມໃຫຍ່ ຂອງແຂວງໄຊຍະບູລີ ໄດ້ເປີດກອງປະຊຸມແລກປ່ຽນ ແລະຖອດຖອນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມມີ ທ່ານ ອາເມຊົງ ເຢ້ຽເລັ່ງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ພ້ອມດ້ວຍຄະນະໂຮງຮຽນ…

ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 882/ສມປຊ, ລົງວັນທີ 08 ມິຖຸນາ 2022 ວ່າດ້ວຍການອະນຸມັດເປີດກອງປະຊຸມສະຫຼຸບຖອດ ຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ປະຈຳສົກປີ 2021-2022. ກອງປະຊຸມ ໄດ້ໄຂຂຶ້ນຢ່າງເປັນທາງການ ນັບແຕ່ວັນທີ 22-26 ສິງຫາ 2022, ທີ່ສະໂມສອນໃຫຍ່ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ພາຍໃຕ້ການເປັນປະທານ ຂອງ…

ໂຮງຮຽນການເມືອງ ແລະ ​ການປົກຄອງແຂວງ ແຂວງຫຼວງນ້ຳທາ ປິດຊຸດເຝິກອົບຮົມ 10 ວັນ ສໍາລັບນາຍບ້ານ

ໃນຕອນເຊົ້າວັນ​ທີ​ 25​ ສິງຫາ​ 2022 ຢູ່ທີ່ໂຮງຮຽນການເມືອງ ແລະ ​ການປົກຄອງແຂວງ ແຂວງຫຼວງນ້ຳທາໄດ້ປິດຊຸດຮຽນຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ​ລະບົບ​ 10 ວັນ ຊຸດທີ ​III ໃຫ້ແກ່ເລຂາຄະນະພັກບ້ານ, ນາຍບ້ານ​ ຢູ່ເມືອງຫຼວງນຳ້ທາ ແຂວງຫຼວງນ້ຳທາ ໃຫ້ກຽດເປັນປະທານໂດຍ ທ່ານ​ ປທ​ ຄຳຟອງ​ ລາດຊະພົນ​ ຮອງ​ຫົວໜ້າ​ໂຮງຮຽນ​ການເມືອງ​ ແລະ ການປົກຄອງແຂວງ,​ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ​ ຄຳພຸດ ໂພທິລາດ ກຳມະການພັກເມືອງ,​…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ ທີ່ແຂວງຊຽງຂວາງ

ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ແມ່ນໄດ້ໝູນວຽນຄົບຮອບ ປະຈຳສົກ 2021-2022 ຊຶ່ງທີ່ຜ່ານມາແມ່ນໄດ້ດຳເນີນໄປໃນສະພາບການຫຍຸ້ງຍາກຫຼາຍດ້ານ ແຕ່ຍ້ອນການນຳພາ-ຊີ້ນຳ ຢ່າງໃກ້ຊິດ ຈາກຄະນະປະຈຳພັກແຂວງ,​ ຄະນະພັກ, ຄະນະນໍາສະຖາບັນ ກໍຄືຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະອຳນວຍການໂຮງຮຽນ ຈຶ່ງເຮັດໃຫ້ລະບົບຮຽນຕ່າງໆ ສາມາດດຳເນີນໄປໄດ້ ໃນຖັນ​ແຖວສະມາຊິກພັກ, ​ພະນັກງານ-ລັດຖະກອນ, ນັກ​ສຶກສາ ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ມີຄວາມ​ເຊື່ອ​ໝັ້ນຕໍ່​ການ​ນຳພາ​ຂອງ​ພັກ. ສະນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ເປີດກອງປະຊຸມດັ່ງກ່າວຂຶ້ນ ທີ່ ໂຮງຮຽນການເມືອງ…