ໃນຕອນເຊົ້າວັນ​ທີ​ 25​ ສິງຫາ​ 2022 ຢູ່ທີ່ໂຮງຮຽນການເມືອງ ແລະ ​ການປົກຄອງແຂວງ ແຂວງຫຼວງນ້ຳທາໄດ້ປິດຊຸດຮຽນຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ​ລະບົບ​ 10 ວັນ ຊຸດທີ ​III ໃຫ້ແກ່ເລຂາຄະນະພັກບ້ານ, ນາຍບ້ານ​ ຢູ່ເມືອງຫຼວງນຳ້ທາ ແຂວງຫຼວງນ້ຳທາ ໃຫ້ກຽດເປັນປະທານໂດຍ ທ່ານ​ ປທ​ ຄຳຟອງ​ ລາດຊະພົນ​ ຮອງ​ຫົວໜ້າ​ໂຮງຮຽນ​ການເມືອງ​ ແລະ ການປົກຄອງແຂວງ,​ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ​ ຄຳພຸດ ໂພທິລາດ ກຳມະການພັກເມືອງ,​ ປະທານແນວລາວສ້າງຊາດ ເມືອງຫຼວງນຳ້ທາພ້ອມດ້ວຍຄະນະ,​ ມີພະນັກງານ, ຄູ-ອາຈານ ​ຕະຫຼອດຮອດສຳມະນາກອນທີ່ເປັນເລຂາພັກບ້ານ,​ ນາຍບ້ານພາຍໃນເມືອງຫຼວງນຳ້ທາເຂົ້າຮ່ວມຈຳນວນ 47 ທ່ານ, ຍິງ 16 ທ່ານ.

ທ່ານ​ ແອທອງ​ ບຸນຖາວອນ​ ຮອງຫົວໜ້າຂະແໜງວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ ແລະ ການປົກຄອງ ຫຼັກສູດ 10 ວັນ ໃນຊຸດນີ້ວ່າ: ເພື່ອເປັນການສ້າງໃຫ້ຄະນະພັກບ້ານ,​ ອົງການຈັດຕັ້ງມະຫາຊົນຢູ່ໃນຂັ້ນຮາກຖານບ້ານ ໃຫ້ມີລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະການປົກຄອງ ຕາມແນວທາງນະໂຍບາຍຂອງພັກ ແລະການຄຸ້ມຄອງຂອງລັດ​ ກໍ່ຄືອຸດົມການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ,​ ມີຄວາມຈົງຮັກພັກດີຕໍ່ປະເທດຊາດ,​ ມີຄວາມຫ້າວຫັນ, ເປັນແບບຢ່າງໃນທຸກຂົງເຂດວຽກງານ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີບາດກ້າວຂະຫຍາຍຕົວນັບມື້ນັບມີຄຸນນະພາບສູງຂຶ້ນ, ການຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນມາແຕ່ວັນທີ່ 16-24 ສິງຫາ ປີ 2022, ມີສຳມະນາກອນທັງໝົດ 30 ທ່ານ, ຍິງ​ 8 ທ່ານ, ໃນນັ້ນ ມີອາຍຸສູງສຸດ 58 ປີ, ອາຍຸຕ່ຳສຸດ 26 ປີ.​ ລວມມີ​ 3 ພາກວິຊາຮຽນ, ມີ 19 ບົດ, ລວມ 87 ຊົ່ວໂມງເທົ່າກັບ 486 ໜ່ວຍກິດ,​ ມີວິຊາທິດທາງລວມ 4 ບົດ ເທົ່າກັບ 18 ຊົ່ວໂມງ,​ ວິຊາວຽກງານພັກ 7 ບົດ ເທົ່າ 25 ຊົ່ວໂມງ ແລະວິຊາບໍລິຫານການປົກຄອງ 8 ບົດ ເທົ່າ​ 32 ຊົ່ວໂມງ. ການຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ​ໄລຍະ​ 10 ວັນສາມາດແບ່ງປະເພດດີເລີດກວມ 85.20%, ດີຫຼາຍ​ກວມ 14.80% ລື່ນຄາດໝາຍຂອງແຜນການທີ່ວາງໄວ້.​

ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງໂຮງຮຽນການເມືອງ ແລະ​ ການປົກຄອງແຂວງ​ ວ່າດ້ວຍການມອບໃບຢັ້ງຢືນທິດສະດີການເມືອງ ແລະການປົກຄອງ​ໄລຍະ​ 10 ວັນຊຸດທີ III ໃຫ້ແກ່ເລຂາພັກບ້ານ, ນາຍບ້ານ​ຢູ່ເມືອງຫຼວງນ້ຳທາ​ ແຂວງຫຼວງນຳ້ທາ​ ຈຳນວນ​ 30 ທ່ານ;​ ຍິງ 8 ທ່ານ ໃຫ້ກຽດມອບໃບຢັ້ງຢືນຄັ້ງນີ້ໂດຍ: ທ່ານ ປທ​ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ​ການປົກຄອງ​ແຂວງ.

ຂ່າວພາບ: ປອ ວັນນາໄຊ ບຸນຖາວອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ