ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ແມ່ນໄດ້ໝູນວຽນຄົບຮອບ ປະຈຳສົກ 2021-2022 ຊຶ່ງທີ່ຜ່ານມາແມ່ນໄດ້ດຳເນີນໄປໃນສະພາບການຫຍຸ້ງຍາກຫຼາຍດ້ານ ແຕ່ຍ້ອນການນຳພາ-ຊີ້ນຳ ຢ່າງໃກ້ຊິດ ຈາກຄະນະປະຈຳພັກແຂວງ,​ ຄະນະພັກ, ຄະນະນໍາສະຖາບັນ ກໍຄືຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະອຳນວຍການໂຮງຮຽນ ຈຶ່ງເຮັດໃຫ້ລະບົບຮຽນຕ່າງໆ ສາມາດດຳເນີນໄປໄດ້ ໃນຖັນ​ແຖວສະມາຊິກພັກ, ​ພະນັກງານ-ລັດຖະກອນ, ນັກ​ສຶກສາ ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ມີຄວາມ​ເຊື່ອ​ໝັ້ນຕໍ່​ການ​ນຳພາ​ຂອງ​ພັກ.

ສະນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ເປີດກອງປະຊຸມດັ່ງກ່າວຂຶ້ນ ທີ່ ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ເພື່ອສະຫຼຸບຕີລາຄາການຈັດຕັ້ງການເຄື່ອນໄຫວປະຕິບັດຫຼັກສູດການຮຽນ-ການສອນ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງ ໃນໄລຍະ 1 ປີຜ່ານມາ, ຕີລາຄາຢ່າງພາວະວິໄສຜົນສຳເລັດໃນແຕ່ລະດ້ານ, ຖອດໄດ້ບັນຫາທີ່ຍັງຄົງຄ້າງ, ສາເຫດ ແລະບົດຮຽນໃນການນຳພາ-ຊີ້ນຳ ໃນປີຕໍ່ໜ້າ, ກອງປະຊຸມຈະໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ  ແລະຈະໄດ້ພ້ອມກັນດຳເນີນກອງປະຊຸມວິທະຍາສາດພາຍໃຕ້ຫົວຂໍ້: “ຄຸນຄ່າທິດສະດີ ແລະພຶດຕິກຳໃໝ່ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ທ້ອງຖິ່ນ” ເຊິ່ງມີບົດປະກອບຄໍາເຫັນທັງໝົດ 18 ບົດ ຈາກ 18 ໂຮງຮຽນໃນຂອບເຂດທົ່ວປະເທດ.

ໃນພິທີທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນຂອງຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ ປະຈຳສົກ 2021-2022 ແລະທິດທາງແຜນການຕໍ່ໜ້າ ຊຶ່ງບົດສະຫຼຸບລາຍງານໄດ້ສ່ອງແສງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໂດຍລວມແມ່ນມີພື້ນຖານໂຄງລ່າງທີ່ຄົບຖ້ວນ, ປັດຈຸບັນມີອາຄານຫ້ອງການທັງໝົດ 42 ຫຼັງ ມີ 279 ຫ້ອງ, ອາຄານຫ້ອງຮຽນ 20 ຫຼັງ, ມີ 72 ຫ້ອງ ແຕ່ລະຫ້ອງສາມາດບັນຈຸໄດ້ຫຼາຍກວ່າ 60 ຄົນ, ຫ້ອງສໍາມະນາ 05 ຫຼັງ ມີ 70 ຫ້ອງ, ມີຫ້ອງສະໝຸດ 10 ຫຼັງ ມີ 23 ຫ້ອງ, ຫ້ອງອ່ານປື້ມໃນລະດັບພື້ນຖານ 18 ຫ້ອງ, ຫໍພັກນັກສຶກສາສາມາດບັນຈຸໄດ້ທັງໝົດ 1.604 ຄົນ. ມີຫ້ອງ IT, ມີສະໜາມກີລາ, ແລະມີຫຼາຍໂຮງຮຽນມີສະໂມສອນສາມາດຮອງຮັບໄດ້ຫຼາຍກວ່າ 200 ຄົນ. ດ້ານກົງຈັກການຈັດຕັ້ງຂອງໂຮງຮຽນ ມີກົງຈັກຊ່ວຍວຽກ 04 ຂະແໜງ, ປັດຈຸ​ບັນ ມີຄະນະໂຮງຮຽນທັງໝົດ 57 ຄົນ, ຍິງ 11 ຄົນ (​ເພີ່ມ 2 ຄົນ, ຍິງ 1 ຄົນ), ຫົວໜ້າໂຮງຮຽນມີ 17 ຄົນ, ຍິງ 03 ຄົນ ຮັກສາການຫົວໜ້າໂຮງຮຽນ 1 ຄົນ, ຮອງຫົວໜ້າໂຮງຮຽນ 37 ຄົນ, ຍິງ 07 ຄົນ (​ເພີ່ມ 03 ຄົນ ຍິງ 01 ຄົນ), ພະນັກງານຄູ-ອາຈານ ທັງໝົດມີ 475 ຄົນ, ຍິງ 215 ຄົນ, ຄູ​ສອນ​ປະຈຳ 327 ຄົນ, ຍິງ 118 ຄົນ (​ເພີ່ມ 24 ຄົນ, ຍິງ​ 14 ຄົນ).

ສຳລັບການ​ເຄື່ອນ​ໄຫວ​ນໍາພາ-ຊີ້​ນໍາ ​ການ​ສຶກສາ​ອົບຮົມ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ, ກົດໝາຍ​ຂອງ​ລັດ ສາມາດ​ຈັດຕັ້ງການເຊື່ອມຊຶມໄດ້ຈຳນວນ 266 ຄັ້ງ, ມີຜູ້ເຂົ້າຮ່ວມຈໍານວນທັງໝົດ 10.235 ເທື່ອຄົນ, ຍິງ 3.092 ເທື່ອຄົນ. ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ຄູ-ອາຈານ ໄດ້ຕິດພັນກັບແຜນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ສົກປີ 2021-2022 ມີຫຼາຍໜ່ວຍພັກຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ສາມາດໄດ້ນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີທັງໝົດ 11 ໂຮງຮຽນ.

ດ້ານຫຼັກສູດການຮຽນ-ການສອນໃນສົກປີ 2021-2022 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນລະບົບອະນຸປະລິນຍາ, ລະບົບຊັ້ນກາງ, ລະບົບຊັ້ນຕົ້ນ, ລະບົບ 45 ວັນ ແລະ ລະບົບ 10 ວັນໃຫ້ເລຂາພັກບ້ານ ແລະ ຄະນະພັກບ້ານ,  ມີ​ທັງ​ໝົດ 218 ຊຸດ​ຮຽນ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 11.113 ຄົນ, ຍິງ 1736 ຄົນ ແລະໃນສົກປີດຽວກັນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານຄູ-ອາຈານຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ ຕໍ່ກັບວຽກງານຄົ້ນຄວ້າວິທະຍາສາດ ລວມທັງໝົດ 6 ຫົວຂໍ້ໃຫຍ່ 59 ຫົວຂໍ້ຍ່ອຍ.

ນອກນີ້, ສິ່ງທີ່ພົ້ນເດັ່ນກວ່າປີຜ່ານມາ ແມ່ນໄດ້ຈັດກອງປະຊຸມເຜີຍແຜ່ວິທີວິທະຍາການຄົ້ນຄວ້າວິທະຍາສາດ ໃຫ້ບັນດາໂຮງຮຽນການເມືອງ-ການປົກຄອງ 3 ຄັ້ງຄຽງຄູ່ກັບການຂຽນບົດລົງວາລະສານ ສາມາດຂຽນໄດ້ທັງໝົດ 24 ບົດ.

ຕໍ່ກັບບົດສະຫຼຸບທີ່ລາຍງານ ຍັງມີບາງດ້ານ, ບາງເນືື້ອໃນທີ່ຜູ້ເຂົ້າຮ່ວມປະຊຸມໄດ້ສະແດງຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນສອດຄ່ອງກັບຜົນງານທີ່ຍາດມາໄດ້.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນເປັນເວລາ 5 ວັນໃນລະຫວ່າງວັນທີ 22-26 ສິງຫາ 2022 ໃຫ້ກຽດເຂົ້າຮ່ວມທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານຈັດຕັ້ງພັກ-ພະນັກງານ, ທ່ານ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ເຂົ້າຮ່ວມມີ ຄະນະພັກ, ຄະນະນຳ ສມປຊ, ຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າຄະນະຕ່າງໆ, ຫົວໜ້າສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ອຳນວຍການໂຮງຮຽນ ການເມືອງ ແລະ ການປົກຄອງແຂວງ-ນະຄອນຫຼວງວຽງຈັນ.

ຕິດຕາມບົດຂ່າວໃນມື້ປິດກອງປະຊຸມຂອງວັນທີ 26 ສິງຫາ 2022
ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄອນສະວັນ ສຸວັນດີ.
ພະນັກງານ, ຄູ-ອາຈານ ຮຮ ການເມືອງ-ການປົກຄອງແຂວງຊຽງຂວາງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ