ໂດຍປະຕິບັດຕາມຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 882/ສມປຊ, ລົງວັນທີ 08 ມິຖຸນາ 2022 ວ່າດ້ວຍການອະນຸມັດເປີດກອງປະຊຸມສະຫຼຸບຖອດ ຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ປະຈຳສົກປີ 2021-2022. ກອງປະຊຸມ ໄດ້ໄຂຂຶ້ນຢ່າງເປັນທາງການ ນັບແຕ່ວັນທີ 22-26 ສິງຫາ 2022, ທີ່ສະໂມສອນໃຫຍ່ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເຂົ້າຮ່ວມ ຂອງທ່ານ ໜໍ່ບີຫາ ຕົງປາວ ຮອງເລຂາພັກແຂວງຊຽງຂວາງ ຜູ້ຊີ້ນຳວຽກງານຈັດຕັ້ງພັກ-ພະນັກງານ, ມີບັນດາສະຫາຍ ຄະນະພັກ, ຄະນະນຳ, ຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າຄະນະ, ຫົວໜ້າສູນ ແລະຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງ ທົ່ວປະເທດ ເຂົ້າຮ່ວມ ລວມທັງໝົດ 66 ທ່ານ, ຍິງ 7 ທ່ານ.

ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານມະຕິກອງປະຊຸມ ເຫັນດີເອກະພາບຕໍ່ການຈັດຕັ້ງປະຕິບັດແຜນການຮຽນ-ການສອນ ປະຈຳສົກປີ 2022-2023 ຕ້ອງຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ບັນດາມະຕິຕ່າງໆ ຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ທີ່ພົວພັນເຖິງການຮຽນ-ການສອນ ທິດສະດີການເມືອງ ແລະຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ນະຄອນຫຼວງ ດ້ວຍການຫັນເປັນແຜນວຽກລະອຽດ ຕາມທິດສ້າງບາດກ້າວ ຫັນປ່ຽນຢ່າງເລິກເຊິ່ງ, ຮອບດ້ານເຂົ້າໃນວຽກງານການກໍ່ສ້າງ-ບຳລຸງພະນັກງານ; ຊຸກຍູ້ຄວາມສາມາດບົ່ມຊ້ອນ ຂອງພະນັກງານ, ຄູ-ອາຈານໃນການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະພຶດຕິກຳຕົວຈິງ ຂອງທ້ອງຖິ່ນ.

ສຳລັບການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກປີ 2022-2023, ກອງປະຊຸມແມ່ນເຫັນດີ ໃຫ້ສືບຕໍ່ຈັດຕັ້ງຄຸ້ມຄອງລະບົບຮຽນຊັ້ນກາງ, ອະນຸປະລິນຍາ ທີ່ກຳລັງດຳເນີນຢູ່ ໃຫ້ມີຄຸນນະພາບ ແລະສໍາເລັດຕາມແຜນການ ແລະສືບຕໍ່ຈັດຕັ້ງປະຕິບັດຫຼັກສູດບຳລຸງໄລຍະສັ້ນ 45 ວັນ ຢູ່ ບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຕົວຈິງຂອງແຕ່ລະທ້ອງຖິ່ນ. ຕໍ່ກັບການຈັດຕັ້ງປະຕິບັດຫຼັກສູດທິດສະດີຂັ້ນຕົ້ນ, ຂັ້ນກາງ ກອງປະຊຸມໄດ້ຮັບ ຟັງການສະເໜີບົດວິພາກຂອງຫຼັກສູດໃໝ່ ແລະເປັນເອກະພາບກັນ ກະກຽມທຸກເງື່ອນໄຂເພື່ອຈັດຕັ້ງປະຕິບັດຫຼັກສູດໃໝ່. ໃນນັ້ນ ສູ້ຊົນຈັດຕັ້ງປະຕິບັດຫຼັກສູດ ຂັ້ນຕົ້ນ ໃຫ້ໄດ້ 180-200 ຄົນ, ຫຼັກສູດຂັ້ນກາງ ໃຫ້ໄດ້ 60-120 ຄົນ. ສຳລັບຫຼັກສູດ 10 ວັນ ເລຂາພັກບ້ານ, ນາຍບ້ານ ກອງປະຊຸມເຫັນດີ ຮັກສາກອບເວລາ ຂອງຫຼັກສູດ 10 ວັນ, ແຕ່ໃຫ້ມີການປັບປຸງດ້ານເນື້ອໃນຫຼັກສູດ, ໃຫ້ຮັດກຸມແທດເໝາະກັບເປົ້າໝາຍ, ລະດັບຂອງຜູ້ຮຽນ ແລະສະພາບຕົວຈິງ ຂອງທ້ອງຖິ່ນ ແລະສູ້ຊົນຈັດຕັ້ງປະຕິບັດໃຫ້ໄດ້ 200-250 ຄົນ.

ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ, ກອງປະຊຸມເຫັນດີຮັບຮອງເອົາໂດຍພື້ນຖານ ຕໍ່ກັບຜົນການຄົ້ນຄວ້າວິທະຍາສາດພາຍໃຕ້ຫົວຂໍ້: “ທິດສະດີ ແລະພຶດຕິກໍາໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ຢູ່ຂັ້ນທ້ອງຖິ່ນ” ແລະເຫັນດີສືບຕໍ່ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ ໃນການຄົ້ນຄວ້າວິທະຍາສາດ ແລະສະຫຼຸບພຶດຕິກຳຢ່າງເລິກເຊິ່ງ ຄົ້ນຄວ້າລັດທິ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ມູນເຊື້ອ ແລະປະຫວັດສາດ ຕິດພັນກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະແຂວງ.

ນອກນັ້ນ, ການປັບປຸງກົງຈັກການຈັດຕັ້ງຕິດພັນກັບຂໍ້ການົດ 1131/ສມປຊ, ກອງປະຊຸມເຫັນດີ ຮັກສາກົງຈັກການຈັດຕັ້ງທີ່ປະກອບດ້ວຍ 4 ຂະແໜງການ, ໂດຍມີໂຄງປະກອບບຸກຄະລາກອນ ຄະນະອຳນວຍການໂຮງຮຽນມີ 3 ທ່ານ (ຫົວໜ້າ 1 ທ່ານ ແລະຮອງ 1-2 ທ່ານ), ສຳລັບຂະແໜງ ແມ່ນມີຫົວໜ້າຂະແໜງ 1 ທ່ານ, ຮອງຫົວໜ້າຂະແໜງ 1-2 ທ່ານ. ກອງປະຊຸມໄດ້ມອບໃຫ້ກົມຈັດຕັ້ງ-ພະນັກງານ ສົມທົບກັບກົມຄຸ້ມຄອງການຮຽນ-ການສອນ ສມປຊ ຄົ້ນຄວ້າ ປັບປຸງພາລະບົດບາດ, ໜ້າທີ່ ໃຫ້ສອດຄ່ອງ ແລະປະຕິບັດໄດ້ງ່າຍ ແລະກອງປະຊຸມເຫັນດີ ສົ່ງເສີມໃຫ້ບັນດາໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງ ຮ່ວມມືກັບຕ່າງປະເທດ ໂດຍສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືຢ່າງແໜ້ນແຟ້ນກັບບັນດາ ສສ ຫວຽດນາມ, ກັບ ສປ ຈີນ ໃນການກໍ່ສ້າງພະນັກງານ, ແລກປ່ຽນຂໍ້ມູນຂ່າວສານ, ການຄົ້ນຄວ້າວິທະຍາສາດ ແລະການຍາດແຍ່ງການຊ່ວຍເຫຼືອດ້ານທຶນຮອນ ແລະອື່ນໆ ໂດຍຕິດພັນກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງແຂວງ, ນະຄອນຫຼວງ.

ໃນຕອນທ້າຍປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ກັບມະຕິກອງປະຊຸມທີ່ໄດ້ເຫັນດີເປັນເອກະພາບໃນການນຳໄປຜັນຂະຫຍາຍຈັດຕັ້ງໃຫ້ໄດ້ຕາມແຜນການວາງໄວ້ ສະນັ້ນເພື່ອເປັນທິດທາງຈັດຕັ້ງປະຕິບັດໃນຄວາມຮັບຜິດຊອບ ຂອງຄະນະພັກ, ຄະນະນຳ ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ ມີບາງຄໍາເຫັນ ດັ່ງນີ້:

ໜຶ່ງ: ເພີ່ມທະວີຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະນຳໂຮງຮຽນທຸກຂັ້ນ ຢ່າງໃກ້ຊິດຕິດແທດ ໃນການຈັດຕັ້ງຄຸ້ມຄອງ-ບໍລິຫານ ການຮຽນ-ການສອນ, ປະຕິບັດຕາມຫຼັກສູດຢ່າງເຄັ່ງຄັດ, ຖືກຕ້ອງຕາມລະບຽບ ຫຼັກການ, ມີການນຳພາ-ຊີ້ນຳຢ່າງເປັນລະບົບ, ມີການແບ່ງງານ, ສ້າງຄວາມຮັບຮູ້ ເປັນເອກະພາບ.

ສອງ: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ໃນການຄົ້ນຄວ້າວິທະຍາສາດ ແນໃສ່ສະໜອງຂໍ້ມູນໃຫ້ແກ່ສູນກາງ ແລະທ້ອງຖິ່ນ ມີຄວາມຮັບປະກັນດ້ານເນື້ອໃນ ແລະການປະຕິບັດໜ້າທີ່ການເມືອງ ໃນແຕ່ລະໄລຍະ.

ສາມ: ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານ, ຄູ-ອາຈານ ຢ່າງເປັນປົກກະຕິ, ຖືເອົາການຄົ້ນຄວ້າເຊື່ອມຊຶມບັນດາ ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ແລະ ກົດໝາຍຂອງລັດ ເພື່ອຮັບຮູ້ເຂົ້າໃຈໃຫ້ເລິກເຊິ່ງ ປະກອບສ້າງເປັນສາງຄວາມຮູ້ໃຫ້ຄູ-ອາຈານ, ພະນັກງານ ຕ້ອງເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ.

ສີ່: ສືບຕໍ່ຈັດຕັ້ງການຮຽນ-ການສອນ ໃນໂຮງຮຽນການເມືອງ-ການປົກຄອງ ແຕ່ລະແຂວງ ແລະ ນະຄອນຫຼວງ ຕາມຫຼັກສູດທີ່ໄດ້ຮັບຮອງນຳກັນ ໃຫ້ມີຜົນສໍາເລັດ ແລະໃຫ້ມີຄຸນນະພາບສູງຂຶ້ນ, ຢູ່ນີ້ທຸກຂອດລ້ວນແຕ່ມີຄວາມສຳຄັນ ເປັນຕົ້ນ ຂອດການເລືອກເປົ້າໝາຍ, ກຳໄດ້ເປົ້າໝາຍ, ຈັດຕັ້ງຫ້ອງຮຽນ, ຈັດຕັ້ງການສອນ, ການປະເມີນຜົນ ແລະສິ່ງແວດລ້ອມ ໃຫ້ແກ່ການຮຽນ-ການສອນ ທຸກຢ່າງມີສາຍພົວພັນ ເຊິ່ງກັນ ແລະກັນ ຢ່າງເລິກເຊິ່ງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄອນສະວັນ ສຸວັນດີ.
ພະນັກງານ, ຄູ-ອາຈານ ຮຮ ການເມືອງ-ການປົກຄອງແຂວງຊຽງຂວາງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ