ໃນຕອນແລງ ຂອງວັນທີ 1 ກັນຍາ 2022 ຜ່ານມານີ້ຢູ່ທີ່ຫໍປະຊຸມໃຫຍ່ ຂອງແຂວງໄຊຍະບູລີ ໄດ້ເປີດກອງປະຊຸມແລກປ່ຽນ ແລະຖອດຖອນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມມີ ທ່ານ ອາເມຊົງ ເຢ້ຽເລັ່ງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ພ້ອມດ້ວຍຄະນະໂຮງຮຽນ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາລະບົບຊັ້ນກາງຮຸ່ນທີ XVIII, ທ່ານ ຄໍາຟອງ ພັດທະມາວົງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ ພ້ອມຄະນະນໍາໂຮງຮຽນ, ພະນັກງານ, ຄູ-ອາຈານ, ນັກສຶກສາອະນຸປະລິນຍາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ອາເມຊົງ ເຢ້ຽເລັ່ງ ຄະນະປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ກ່າວຕ້ອນຮັບພ້ອມທັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊຍະບູລີ ຈາກນັ້ນທ່ານ ປອ. ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດ ວຽກງານການຮຽນ-ການສອນເຊິ່ງໄດ້ໃຫ້ຮູ້ວ່າ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ມີກົງຈັກຊ່ວຍວຽກບໍລິຫານ ແລະວິຊາການປະກອບມີ 4ຂະແໜງການຄື: ຂະແໜງຄຸ້ມຄອງການຮຽນ-ການສອນ, ຂະແໜງບໍລິຫານ, ຂະແໜງວິຊາການ ແລະຂະແໜງຂໍ້ມູນຂ່າວສານ, ມີຄະນະໂຮງຮຽນ ແລະພະນັກງານ, ຄູ-ອາຈານທັງໝົດ 23 ທ່ານ, ຍິງ10 ທ່ານ, ມີຄະນະ 3 ທ່ານ, ຫົວໜ້າໂຮງຮຽນ 1 ທ່ານ, ຮອງ 2 ທ່ານ, ອາຈານສອນທັງໝົດ 15 ທ່ານ, ຍິງ 4ທ່ານ. ການຈັດຕັ້ງປະຕິບັດການຮຽນ-ການສອນເລີ່ມແຕ່ປີ 2004 ມາເຖິງປັດຈຸບັນໄດ້ດໍາເນີນຊຸດຮຽນ 4 ລະບົບໄປພ້ອມໆ ກັນເຊັ່ນ: ລະບົບຊັ້ນກາງເລີ່ມແຕ່ຈັດຕັ້ງປະຕິບັດມາແຕ່ປີ 2004 ມາເຖິງປັດຈຸບັນໄດ້ຄຸ້ມຄອງຊຸດຮຽນ 18 ຊຸດ, ມີຜູ້ຮຽນທັງໝົດ 905 ທ່ານ,ຍິງ159 ທ່ານ; ໃນນັ້ນຮຽນຈົບແລ້ວ 17 ຊຸດຈໍານວນ 857 ທ່ານ, ຍິງ149ທ່ານ,ປັດຈຸບັນພວມສືບຕໍ່ການຮຽນ-ການສອນ 1 ຊຸດ ມີຜູ້ເຂົ້າຮຽນ 48 ທ່ານ, ຍິງ10 ທ່ານ. ລະບົບຊັ້ນຕົ້ນເລີ່ມປະຕິບັດມາແຕ່ປີ 2016 ມາເຖິງປັດຈຸບັນໄດ້ຄຸ້ມຄອງຊຸດຮຽນ 29 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.376 ທ່ານ, ຍິງ 300 ທ່ານ; ໃນນັ້ນຮຽນຈົບໄປແລ້ວ 27 ຊຸດ, ມີຜູ້ເຂົ້າຮຽນ 1.277 ທ່ານ, ຍິງ 285 ທ່ານ, ປັດຈຸບັນພວມສືບຕໍ່ການຮຽນ-ການສອນ 2 ຊຸດ ມີຜູ້ເຂົ້າຮຽນ 99 ທ່ານ, ຍິງ 15 ທ່ານ (ຢູ່ໃນ 2 ເມືອງຄືເມືອງຄອບ ແລະເມືອງຊຽງຮ່ອນ), ລະບົບ 45 ວັນເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ມາເຖິງປັດຈຸບັນໄດ້ຄຸ້ມຄອງຊຸດຮຽນ 10 ຊຸດມີຜູ້ເຂົ້າຮຽນທັງໝົດ 464 ທ່ານ, ຍິງ 167 ທ່ານ. ຫຼັກສູດບໍາລຸງ 10 ວັນນາຍບ້ານເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2019 ມາເຖິງປັດຈຸບັນໄດ້ຄຸ້ມຄອງຊຸດຮຽນ 13 ຊຸດມີຜູ້ເຂົ້າຮຽນທັງໝົດ 468 ທ່ານ, ຍິງ 60 ທ່ານ. ພ້ອມດຽວກັນນີ້ບັນດາຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ຂອງແຂວງອຸດົມໄຊ, ນອກຈາກນີ້, ຄະນະນໍາໂຮງຮຽນ, ຄູ-ອາຈານ ແລະນັກສຶກສາທັງສອງໂຮງຮຽນໄດ້ແລກປ່ຽນ ແລະຖອດຖອນບົດຮຽນຊຶ່ງກັນ ແລະກັນຢ່າງກົງໄປກົງມາຊຶ່ງບັນຫາທີ່ນໍາແລກປ່ຽນກັນມີຄື: ການຄັດເລືອກເປົ້າໝາຍເຂົ້າຮຽນໃນລະບົບກໍ່ສ້າງຊັ້ນກາງເຮັດແນວໃດ, ການຄຸ້ມຄອງງົບປະມານ ແລະແຫຼ່ງທຶນທີ່ນໍາໃຊ້ເຂົ້າໃນຊຸດຮຽນ, ການປະເມີນນັກຮຽນດີມີວິໄນເຮັດແນວໃດ, ມີມາດຖານເງື່ອນໄຂຫຍັງແດ່, ການຈັດຕັ້ງປະຕິບັດການຮຽນ-ການສອນ ລະບົບຊັ້ນຕົ້ນ ຢູ່ບັນດາເມືອງມີວິທີການ ແລະຂັ້ນຕອນຄືແນວໃດ ລະຫວ່າງ ບັນດາເມືອງກັບໂຮງຮຽນ, ການຈັດຕັ້ງປະຕິບັດຫຼັກສູດ 10 ວັນເລຂາພັກບ້ານ, ນາຍບ້ານມີຄືແນວໃດ, ການຄຸ້ມຄອງຫໍສະໝຸດພາຍໃນໂຮງຮຽນມີວິທີການຄືແນວໃດ ແລະອື່ນໆ.

ໃນຕອນທ້າຍພິທີ ທ່ານ ປອ. ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ຂຶ້ນມີຄໍາເຫັນຕໍ່ຄໍາຖາມເຈາະຈີ້ມຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ທີ່ຍົກຂຶ້ນມາແລກປ່ຽນບົດຮຽນໃນຄັ້ງນີ້; ພ້ອມກັນນັ້ນທ່ານຍັງໄດ້ເໜັ້ນໜັກບາງບັນຫາສໍາຄັນ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນການຮຽນ-ການສອນ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ພົວພັນເຖິງການຮຽນ-ການສອນ ທິດສະດີການເມືອງ ແລະຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງໄຊຍະບູລີ ດ້ວຍການຫັນເປັນແຜນວຽກລະອຽດຕາມທິດສ້າງບາດກ້າວຫັນປ່ຽນຢ່າງເລິກເຊິ່ງ, ຮອບດ້ານເຂົ້າໃນວຽກງານການກໍ່ສ້າງບຳລຸງພະນັກງານ; ຊຸກຍູ້ຄວາມສາມາດບົ່ມຊ້ອນຂອງພະນັກງານ, ຄູ-ອາຈານໃນການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະພຶດຕິກຳຕົວຈິງຂອງແຂວງ; ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຫຼັກສູດທິດສະດີຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ກໍານົດອອກໃຫ້ບັນລຸຕາມຈຸດ ປະສົງ ແລະລະດັບຄາດໝາຍໃຫ້ມີຄວາມເປັນເອກະພາບກັນ.

ຂ່າວ: ອຸທິດ ເກດດົມລິ
ພາບ: ວັດທະນາ ພັນລັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ