ໜ່ວຍພັກ ໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້້າເປັນສະມາຊິກພັກສຳຮອງ.
ໂດຍປະຕິບັດຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ມາໃນວັນທີ 22 ມັງກອນ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ໃຫ້ກຽດເຂົ້້າຮ່ວມເປັນປະທານພິທີຂອງສະຫາຍ ປທ ນ. ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ, ເລຂາໜ່ວຍພັກ ໂຮງຮຽນການ ເມືອງ ແລະການປົກຄອງ, ມີສະມາຊິກພັກສົມບູນທີ່ເປັນພະນັກງາຄູ-ອາຈານ ແລະນັກສຶກ ຮຸ່ນ ທີ 17 ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີຄັ້ງນີ້ຄະນະຈັດຕັ້ງພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ…
ໜ່ວຍຊາວໜຸ່ມຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ- ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຝຶກອົບຮົມ ການພັດທະນາສິ່ງແວດລ້ອມຕາມທິດສີຂຽວ ແລະຢືນຍົງ
ວັນທີ 20 ມັງກອນ 2021 ໜ່ວຍຊາວໜຸ່ມຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຝຶກອົບຮົມວຽກງານສິ່ງແວດລ້ອມພາຍໃຕ້ຫົວຂໍ້: ການພັດທະນາສິ່ງແວດລ້ອມຕາມທິດສີຂຽວ ແລະຢືນຍົງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ປທ ສະນຸກສິນ ໂກສີພັນ ເລຂາຊາວໜຸ່ມຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ສຂມປ-ສນຫ ແລະຕາງໜ້າຮາກຖານອື່ນລວມທັງໝົດ 42 ສະຫາຍ. ໃນພິທີໄດ້ຮຽນເຊີນວິທະຍາກອນພາຍໃນ ສມປຊ ຊຶ່ງເປັນຄູອາຈານສິ່ງແວດລ້ອມ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກອງປະຊຸມທາງໄກຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ
ໃນຕອນເຊົ້າຂອງວັນທີ 22 ທັນວາ 2020 ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ທີ່ຈັດຂຶ້ນຢູ່ ກະຊວງແຜນການ ແລະການລົງທຶນ ເພື່ອສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະວາງທິດທາງແຜນການປະຈໍາປີ 2021 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ,…
ພິທີປິດການແຂ່ງຂັນກີລາ 3 ອົງການຈັດຕັ້ງມະຫາຊົນ ສມປຊ, ຄັ້ງທີ II ປະຈຳປີ 2020
ເພື່ອເປັນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກຂອງຊາດ ແລະຮັດແໜ້ນຄວາມສາມັກຄີ ຂອງພະນັກ ງານ-ສະມາຊີກພາຍໃນສາມອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມໜັກແໜ້ນຂຶ້ນກວ່າເກົ່າ. ໃນຕອນບ່າຍ ຂອງວັນທີ 17 ທັນວາ 2020 ຢູທີ່ເດີ່ນກີລາ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດພິທີປິດການແຂ່ງຂັນກິລາປະເພດຕ່າງໆຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ຮອງຫົວໜ້າ ຄະນະປັດຊະຍາ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ປທ ນາງ ບຸມມີ ຈຸນລະຈັກ…

