ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບການຍົກລະດັບດ້ານເຕັກນິກການນຳໃຊ້ຄອມພີວເຕີ

ໃນລະຫວ່າງວັນທີ 10-18 ມີນາ 2021 ຢູ່ທີ່ຕຶກສູນຂໍ້ມູນຂ່າວສານ, ກົມຈັດຕັ້ງ-ພະນັກງານ ໄດ້ຈັດພິທີຝຶກອົບຮົມພາຍໃຕ້ຫົວຂໍ້: ທັກສະພື້ນຖານການນຳໃຊ້ຄອມພີວເຕີ ໃຫ້ກຽດເປັນປະທານຂອງ ທ່ານ ປທ ນ. ໃບຊ່ຽນ ມູນຕີວົງ ຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ. ມີຕາງໜ້າກົມ, ຫ້ອງການ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ.           ທ່ານ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກແລະປ້ອງກັນພັກ, ຄະນະຮັບຜິດຊອບເຝິກອົບຮົມ ໄດ້ຂຶ້ນຜ່ານບົດສະຫຼຸບຕະຫຼອດໄລຍະຂອງການເຝິກອົບຮົມ…

ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ ສມປຊ, ເດີນທາງມອບນິພົນໂຮ່ຈິມິິນຄົບຊຸດ ໃຫ້ 2 ແຂວງ ພາກກາງຕອນເທິງ ແລະ 2 ແຂວງພາກເໜືອທາງຕະເວັນອອກ

ໃນລະຫວ່າງ ວັນທີ 09-16 ມີນາ 2021 ນີ້ ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງໄປມອບປຶ້ມນິພົນ ໂຮ່ຈິມິນ ຄົບຊຸດ ແລະປຶ້ມນິພົນເລືອກເຟັ້ນມາກ-ອັງແກນ,​ ວ. ອ ເລນິນໃຫ້ 2 ແຂວງພາກກາງຕອນເທິງ ແລະ 2 ແຂວງພາກເໜືອທາງທິດຕາເວັນອອກ, ເຊິ່ງນໍາພາໂດຍ ທ່ານ ສຈ.ປອ ບຸນທີ ເຄືອມີໄຊ ອະດີດຄະນະພັກ…

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ”

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນໃນຕອນເຊົ້າຂອງວັນທີ 18 ມີນາ 2021, ທີ່ສະໂມສອນໃຫຍ່ວິທະຍາຄານສັນຕິບານປະຊາຊົນ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະເທດ”, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ມີບັນດາສະຫາຍໃນຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພະນັກງານການນຳຫຼັກແຫຼ່ງຂັ້ນສູນກາງ ແລະ ກົມກອງອ້ອມຂ້າງ, ພ້ອມດ້ວຍພະນັກງານ, ຄູ-ອາຈານ…

ກອງປະຊຸມສະຫຼຸບວຽກງານກວດກາສູນໂມງ ປະຈຳປີ 2020

ວັນທີ 15 ມີນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ກົມກວດກາ ສມປຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາສູນໂມງ ປະຈຳປີ 2020 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX. ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ,…

ຂ່າວອື່ນໆ