ໃນລະຫວ່າງວັນທີ 10-18 ມີນາ 2021 ຢູ່ທີ່ຕຶກສູນຂໍ້ມູນຂ່າວສານ, ກົມຈັດຕັ້ງ-ພະນັກງານ ໄດ້ຈັດພິທີຝຶກອົບຮົມພາຍໃຕ້ຫົວຂໍ້: ທັກສະພື້ນຖານການນຳໃຊ້ຄອມພີວເຕີ ໃຫ້ກຽດເປັນປະທານຂອງ ທ່ານ ປທ ນ. ໃບຊ່ຽນ ມູນຕີວົງ ຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ. ມີຕາງໜ້າກົມ, ຫ້ອງການ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ.

          ທ່ານ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກແລະປ້ອງກັນພັກ, ຄະນະຮັບຜິດຊອບເຝິກອົບຮົມ ໄດ້ຂຶ້ນຜ່ານບົດສະຫຼຸບຕະຫຼອດໄລຍະຂອງການເຝິກອົບຮົມ 6 ວັນ, ຊຶ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນຫຼັກສູດການຮຽນ-ການສອນ ​ແມ່ນໄດ້ນຳໃຊ້ຫຼັກສູດທີ່ສິດສອນນັກສຶກສາລະບົບປະລິນຍາຕີໂດຍເລືອກເຟັ້ນເອົາຫົວຂໍ້ທີ່ພົວພັນກັບການນຳໃຊ້ເຂົ້າໃນວຽກງານຕົວຈິງໃນປັດຈຸບັນ ແລະເປັນລະດັບຂັ້ນພື້ນຖານການນຳໃຊ້ຄອມພີວເຕີ, ໂດຍມີຈຸດປະສົງ​ເພື່ອສ້າງທັກສະພື້ນຖານໃນການນຳໃຊ້ຄອມພີວເຕີໃຫ້ພະນັກງານ, ຄູ-ອາຈານ ກໍຄືນັກສຳມະນາກອນໃຫ້ສາມາດນຳໃຊ້ Microsoft word,Excel ແລະPowerPoint ເຂົ້າໃນວຽກງານການຮຽນ-ການສອນ ເວົ້າລວມ, ເວົ້າສະເພາະແມ່ນສາມາດນຳໃຊ້ເຂົ້າໃນວຽກງານວິຊາສະເພາະທີ່ຕົນຮັບຜິດຊອບ, ເຮັດໃຫ້ວຽກງານມີຄວາມສະດວກ, ວ່ອງໄວ້ທັນກັບເວລາ, ມີປະສິດທິພາບ ແລະໄດ້ຮັບໝາກຜົນສູງສຸດ, ທັງນີ້ຍັງເປັນການພັດທະນາຄວາມຮູ້, ຄວາມສາມາດຂອງພະນັກງານ, ຄູ-ອາຈານ ເວົ້າລວມ, ເວົ້າສະເພາະກໍ່ຄືສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມສາມາດນຳໃຊ້ຄອມພີເຕີເຂົ້າໃນການຊອກຫາແຫຼ່ງຂໍ້ມູນໃໝ່ໆ ແລະນຳມາໜູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບປະຈຸບັນກໍ່ຄືໃນອະນາຄົດ.

ນອກນັ້ນ, ຜົນສຳເລັດຈາກການຮຽນຮູ້-ໄດ້ລົງມືປະຕິບັດຕົວຈິງໃນໄລຍະຂອງການເຝິກອົບຮົມເຫັນໄດ້ວ່າສຳມະນາກອນກໍມີຄວາມກະຕືລືລົ້ນ ແລະເອົາໃຈໃສ່ຕັ້ງໜ້າແລກປ່ຽນບົດຮຽນໃນແຕ່ລະຫົວຂໍ້ທີ່ ຄູ-ອາຈານ ແຕ່ລະທ່ານໄດ້ນຳສະເໜີ, ເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ມີຜົນສຳເລັດຕາມຈຸດປະສົ່ງທີ່ວາງໄວ້ ແລະສາມາດຢັ້ງຢືນໄດ້ວ່າ​ຜູ້​ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນຮັບປະກັນທາງດ້ານຄຸນນະພາບ,​ ເຊິ່ງ​ໄດ້ສະແດງອອກໃນເວລາທີ່ ຄູ-ອາຈານສອນໄດ້ໃຫ້ບົດຝຶກຫັດເຫັນວ່ານັກສຳມະນາກອນທັງໝົດແມ່ນສາມາດເຮັດໄດ້ດີ, ມີຄວາມເຂົ້າໃຈໃນບົດຮຽນ ແລະສາມາດນຳໃຊ້ຄອມພີວເຕີໄດ້ດີພໍສົມຄວນ. ຫຼັງຈາກນັ້ນ, ໃນພິທີໄດ້ດຳເນີນມອບໃບຢັ້ງຢືນເພື່ອເປັນການສະແດງເຖິງຜົນສຳເລັດຂອງການເຝິກອົບຮົມຈຳນວນ 24 ທ່ານ, ຍິງ 16 ທ່ານ ໂດຍເປັນກຽດກ່າວມອບຂອງ ທ່ານ ປທ ນ. ໃບຊ່ຽນ ມູນຕີວົງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ