ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນໃນຕອນເຊົ້າຂອງວັນທີ 18 ມີນາ 2021, ທີ່ສະໂມສອນໃຫຍ່ວິທະຍາຄານສັນຕິບານປະຊາຊົນ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະເທດ”, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ມີບັນດາສະຫາຍໃນຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພະນັກງານການນຳຫຼັກແຫຼ່ງຂັ້ນສູນກາງ ແລະ ກົມກອງອ້ອມຂ້າງ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ນັກສຶກສາ ຂອງວິທະຍາຄານສັນຕິບານປະຊາຊົນ  ເຂົ້າຮ່ວມ ຈຳນວນ 300 ກວ່າຄົນ.

ການຈັດກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້ ກໍແມ່ນເພື່ອເປັນການເສີມຂະຫຍາຍແນວຄິດຊີ້ນຳ ຂອງປະທານໄກສອນ ພົມວິຫານ ຕໍ່ກັບວຽກງານປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະເທດ ໃຫ້ທົ່ວທຸກຊັ້ນຄົນໄດ້ເຂົ້າໃຈ ແລະ ຮັບຮູ້, ເລິກເຊິ່ງ ແລະ ທົ່ວເຖິງ, ທັງເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງພັກ ແລະ ຂອງຊາດ ເປັນຕົ້ນແມ່ນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະຕ້ອນຮັບກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດ IX ແລະວັນສຳຄັນອື່ນຂອງຊາດ.

ກອງປະຊຸມສຳມະນາ ໄດ້ຍົກໃຫ້ເຫັນວ່າ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະຖະໜອມສ້າງກຳລັງປະກອບອາວຸດ ເວົ້າລວມ, ກຳລັງປ້ອງກັນຄວາມສະຫງົບ ເວົ້າສະເພາະ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ເຮັດລ້ອນໜ້າທີ່ໆ ພັກ, ລັດ ແລະປະຊາຊົນມອບໝາຍໃຫ້. ຍາມໃດເພິ່ນກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ກັບວຽກງານປ້ອງກັນຄວາມສະຫງົບ, ເພີ່ນຖືວ່າ“ວຽກງານປ້ອງກັນຄວາມສະຫງົບ ແມ່ນພາກສ່ວນໜຶ່ງທີ່ສຳຄັນຍິ່ງ, ສຳຄັນແທ້ ໃນດ້ານວຽກງານປະຕິວັດຂອງພັກ ແລະວຽກງານປ້ອງກັນຄວາມສະຫງົບຕ້ອງມີ ແລະຕິດແໜ້ນກັບການປະຕິບັດໜ້າທີ່ການເມືອງຂອງພັກ”. ການກໍາເນີດແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະເທດ ແມ່ນຄວາມຈຳເປັນພາວະວິໄສ, ແມ່ນພາກສ່ວນປະກອບ ໃນລະບົບແນວຄິດ ຂອງເພີ່ນ, ກາຍເປັນພື້ນຖານທິດສະດີອັນສຳຄັນໃຫ້ແກ່ພາລະກິດປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ເປັນພື້ນຖານທິດສະດີໃຫ້ແກ່ການກຳນົດແນວທາງການຕ່າງປະເທດ ຂອງພັກໃນແຕ່ລະໄລຍະມາ.

ໂດຍໃຫ້ຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ມີສະຕິສູງ ແລະມີຄວາມສະດຸ້ງໄວຕໍ່ທຸກສະຖານະການບໍ່ວ່າພາຍໃນ ແລະຕ່າງປະເທດ ທີ່ເປັນຜົນ ແລະບໍ່ເປັນຜົນຕໍ່ສະຖຽນລະພາບ ແລະຄວາມໝັ້ນຄົງຂອງຊາດ, ຍາມໃດເພິ່ນກໍເປັນຫ່ວງ ເປັນໄຍ, ມີທິດນຳ, ແຜນການສົ່ງເສີມ ຫຼື ສະກັດກັ້ນຢ່າງທັນການ. ປະທານ ໄກສອນ ພົມວິຫານ ໄດ້ເນັ້ນໜັກຕໍ່ວຽກງານປ້ອງກັນຄວາມສະຫງົບວ່າ: “ເພື່ອປະຕິບັດໃຫ້ໄດ້ໜ້າທີ່ອັນຫຍຸ້ງຍາກ, ສັບສົນໃນໄລຍະໃໝ່, ຂະແໜງປ້ອງກັນຄວາມສະຫງົບຕ້ອງໄດ້ອອກແຮງປັບປຸງກຳລັງ ແລະແບບວິທີເຄື່ອນໄຫວໃຫ້ມີຄຸນນະພາບໃໝ່ຢ່າງແທ້ຈິງ, ຕ້ອງບືນຕົວຂຶ້ນໃຫ້ມີຄວາມສາມາດສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການ. ພະນັກງານທີ່ເຮັດວຽກງານນີ້, ກ່ອນອື່ນໝົດແມ່ນຕ້ອງມີລະດັບຄວາມຮູ້, ຄວາມສາມາດຮອບດ້ານ. ໃນນັ້ນ, ບັນຫາກົກແມ່ນຕ້ອງຮູ້ການເມືອງ, ຮູ້ເຂົ້າຫາຮາກຖານປະຊາຊົນ, ປຸກລະດົມຂົນຂວາຍມະຫານຊົນ. ພ້ອມກັນນັ້ນ, ກໍຕ້ອງມີຄວາມຮູ້ດ້ານກົດໝາຍ (ທັງກົດໝາຍ ຂອງປະເທດຕົນ, ກົດໝາຍ ແລະລະບຽບການສາກົນຕ່າງໆ) ແລະອັນໜຶ່ງອີກທີ່ສຳຄັນແມ່ນຕ້ອງຮູ້ວຽກງານກຳຂ່າວ ແລະສືບຂ່າວ. ວຽກງານສືບຂ່າວ ແລະກຳຂ່າວໃນເງື່ອນໄຂປັດຈຸບັນມີລັກສະນະຕັດສິນເພາະວ່າມັນຈະຊ່ວຍໃຫ້ພວກເຮົາກຳໄດ້ກົກ ຂອງບັນຫາ, ຮູ້ເຮືອນຮັງ, ຮູ້ຕາໜ່າງ, ສາຍໄຍ ແລະຄວາມເປັນມາ ຂອງເຫດການເພື່ອຕັດຂະນວນແຕ່ຫົວທີບໍ່ໃຫ້ມັນເກີດຂຶ້ນ”.

ກອງປະຊຸມສຳມະນາຄັ້ງນີ້ ໄດ້ລົງເລິກຄົ້ນຄວ້າເຖິງ ສະພາບແວດລ້ອມການກຳເນີດ ແນວຄິດໄກສອນ ພົມວິຫານ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ເຊິ່ງໄດ້ກຳເນີດຈາກການສະສົມບົດຮຽນ ຂອງເພິ່ນໃນຂະບວນວັດການເຄື່ອນໄຫວປະຕິວັດ, ການສືບທອດບັນດາຄຸນຄ່າທາງດ້ານວັດທະນະທຳອັນດີງາມ ແລະມູນເຊື້ອຕໍ່ສູ້ພິລາອາດຫານ ຂອງບັນພະບູລຸດລາວ; ການໝູນໃຊ້ຢ່າງປະດິດສ້າງລັດທິມາກ-ເລນິນ. ປະທານໄດ້ຍຶດຖືເອົາຫຼັກການອີງໃສ່ປະຊາຊົນ ຂອງວຽກງານປ້ອງກັນຄວາມສະຫງົບເປັນຫຼັກໃນການຊີ້ນຳ ແລະ ນຳພາ ການປົກປັກຮັກສາ ແລະ ຕໍ່ສູ້ກູ້ຊາດ; ປະທານ ໄດ້ຊີ້ບອກວ່າ: ຕ້ອງອີງໃສ່ປະຊາຊົນ, ຕ້ອງຍຶດໝັ້ນທັດສະນະມະຫາຊົນ ເພາະວ່າພາລະກິດຂອງການປະຕິວັດແມ່ນພາລະກິດຂອງມະຫາຊົນ, ຕໍ່ກັບສັດຕູຕ້ອງເດັດດ່ຽວ, ສະຫຼາດຄ່ອງແຄ້ວ; ປະຕິບັດຫຼັກການເພີ່ມມິດ-ຫຼຸດຜ່ອນສັດຕູ ແລະຕ້ອງເປັນເຈົ້າການກັນ-ສະກັດກັ້ນ ແລະບຸກຕີຢ່າງຕັ້ງໜ້າ.

ສຳລັບວຽກງານການຕ່າງປະເທດ, ປະທານໄກສອນ ພົມວິຫານ ໄດ້ປູພື້ນຖານອັນໜັກແໜ້ນກ່ຽວກັບວຽກງານການຕ່າງປະເທດໃນໄລຍະໃໝ່, ເພີ່ນຖືວ່າໄດ້ນຳພາປະຕິບັດນະໂຍບາຍການຕ່າງປະເທດ ສັນຕິ ພາບ, ເອກະລາດ, ມິດຕະພາບ ແລະບໍ່ຮ່ວມກຸ່ມຢ່າງສະເໝີຕົ້ນສະເໝີປາຍ, ສ້າງການພົວພັນ ແລະການຮ່ວມມືແບບສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດກັບທຸກໆປະເທດ ໂດຍບໍ່ຈຳແນກລະບອບການເມືອງ-ສັງຄົມ ທີ່ແຕກຕ່າງກັນບົນພື້ນຖານ 5 ຫຼັກການ ຢູ່ຮ່ວມກັນໂດຍສັນຕິ”. ປະທານ ໄກສອນ ພົມວິຫານ ຍາມໃນກໍຖືສຳຄັນວຽກງານ ການຕ່າງປະເທດ, ເພີ່ນຖືວ່າ ວຽກງານການຕ່າງປະເທດ ເປັນສະໜາມຮົບອັນສໍາຄັນທີ່ສຸດ, ຂ້ຽວຂາດ ແລະສັບສົນທີ່ສຸດ, ມີຈຸດພິເສດໃໝ່, ມີສີສັນໃໝ່ ແລະມີລັກສະນະຮອບດ້ານຄື ມັນຕິດພັນກັນຢ່າງສະໜິດແໜ້ນກັບເສດຖະກິດ, ວັດທະນະທໍາສັງຄົມ ແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງໃນນັ້ນຈະຖືເບົາດ້ານໃດດ້ານໜຶ່ງ ແມ່ນບໍ່ໄດ້ເດັດຂາດ. ເພື່ອປະຕິບັດວຽກງານການຕ່າງປະເທດຢ່າງມີຜົນສຳເລັດນັ້ນ, ເພິ່ນໄດ້ຊີ້ນຳວ່າ: ຢາກເຮັດວຽກງານການຕ່າງປະເທດຢ່າງມີປະສິດທິຜົນ, ຕາມທັດສະນະຂອງປະທານໄກສອນ ພົມວິຫານ ແລ້ວ ຕ້ອງໄດ້ປັບປຸງລະບົບການຈັດຕັ້ງ ແລະແບບວິທີເຮັດວຽກຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດ ຂອງສູນກາງພັກ ແລະພາກສ່ວນເຮັດວຽກງານການຕ່າງປະເທດ ແຕ່ສູນກາງລົງຮອດທ້ອງຖິ່ນ. ເອົາໃຈໃສ່ປັບປຸງວຽກງານ ແລະເຄື່ອນໄຫວຂອງສະຖານທູດທີ່ປະຈຳຢູ່ປະເທດຕ່າງໆ ໃຫ້ສາມາດຕິດຕາມ, ເກັບກຳຂ່າວ ແລະສະພາບການ ຂອງປະເທດນັ້ນໆ ຢ່າງຮອບດ້ານ, ລາຍງານຢ່າງເປັນປົກກະຕິ ແລະທັນການ; ຕໍ່ກັບພະນັກງານທີ່ເຮັດວຽກງານການຕ່າງປະເທດ ເພິ່ນຊີ້ນຳວ່າ: ຕ້ອງກໍ່ສ້າງ ແລະບຳລຸງຍົກລະດັບຖັນແຖວພະນັກງານການຕ່າງປະເທດໃຫ້ມີຄວາມຮູ້, ຄວາມສາມາດ, ຈົ່ງຮັກພັກດີ, ໜັກແໜ້ນ ແລະນິ້ມນວນໃນການປະຕິບັດແນວທາງການຕ່າງປະເທດຂອງພັກ ແລະລັດເຮົາ.

 ກອງປະຊຸມສຳມະນາໄດ້ຍັງໄດ້ຍົກໃຫ້ເຫັນວ່າ: ພາຍໃຕ້ການນຳພາ-ຊີ້ນຳອັນສະຫຼາດສ່ອງໃສ ຂອງພັກ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຍກງານແນວປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະທດ ໄດ້ຮັບການເສີມຂະຫຍາຍ ອອກເປັນລະບອບ, ລະບຽບ ແລະຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ໝັ້ນຄົງ ກຳລັງປ້ອງກັນຄວາມສະຫງົບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະເທດເຮົານັບມື້ນັບໄດ້ຮັບການເປີດກວ້າງການພົວພັນຮ່ວມມືຢ່າງກວ້າງຂວາງເຊິ່ງໄດ້ປະ ກອບສ່ວນອັນສຳຄັນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາ ເຜົ່າ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກປະທານກອງປະຊຸມ ເຊີ່ງທ່ານໄດ້ກ່າວສະເເດງຄໍາຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດຂອງການຄົ້ນຄວ້າຫົວຂໍ້ດັ່ງກ່າວນີ້. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຫົວໜ້າພະແນກ, ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ນຳພາ-ຊີ້ນຳ ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ໃຫ້ມີວິທະຍາສາດທີ່ທັນສະໄໝໄປເທື່ອລະກ້າວ ແລະ ເພື່ອສືບຕໍ່ເສີມຂະຫຍາຍວຽກງານຂົງເຂດດັ່ງກ່າວໃຫ້ຫຼາຍໆພາກສ່ວນໄດ້ຮັບຮູ້ກວ້າງ ຂວາງຂຶ້ນນັ້ນ ທາງຄະນະຮັບຜິດຊອບການຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ ກໍ່ຈະໄດ້ມີການປັບປຸງບົດວິທະຍາສາດໃຫ້ສົມບູນຂຶ້ນ ແລະຈະລາຍງານຂໍຄໍາເຫັນຈາກກົມການເມືອງ, ຄະນະເລຂາທິການ ພິຈາລະນາອະນຸມັດໃຫ້ຈັດພິມຢ່າງເປັນທາງການ ເພື່ອເປັນການເຜີຍແຜ່ໃຫ້ແກ່ທຸກພາກສ່ວນໃນສັງຄົມ ໄດ້ນຳໃຊ້ເປັນຂໍ້ມູນໃນການສຶກສາ ແລະ ຄົ້ນຄວ້າກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະເທດແລະ ສາມາດນຳໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນໃຫ້ສຳເລັດດີຂຶ້ນກວ່າເກົ່າ.

ຂ່າວ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ