ວັນທີ 15 ມີນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ກົມກວດກາ ສມປຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາສູນໂມງ ປະຈຳປີ 2020 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX. ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ, ເພື່ອສະຫຼຸບ ແລະຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດວຽກງານໃນປີ 2020 ທີ່ຜ່ານມາ.

          ໃນພິີທີ ທ່ານ ປອ ຄຳຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການກວດກາ ສູນໂມງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານປີ 2020 ວ່າ: ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບແຈ້ງຕົວເລກງົບປະມານ ປີ 2020 ທັງໝົດ ຈຳນວນ 27.295.950.000 ກີບ, ແຕ່ເນື່ອງຈາກສະພາບງົບປະມານລວມພົບຄວາມຫຍຸ້ງຍາກ ຈຶ່ງຖືກຕັດຕົວເລກແຜນງົບປະມານ 06 ເດືອນທ້າຍປີ ພາກ 62 ລາຍຈ່າຍບໍລິຫານພາກປົກກະຕິ ແລະພາກ 63 ລາຍຈ່າຍດັດສົມ, ສົ່ງເສີມ ແລະເງິນບໍາລຸງ 30% ຈິງມີຕົວເລກຍັງເຫຼືອຕາມແຜນການປີ ຈໍານວນ 22.609.110.000 ກີບ, ຕົວເລກໄດ້ ຮັບອະນຸມັດຕົວຈິງ ຈໍານວນ 22.370.679.723 ກີບ, ປະກອບເອກະສານຖອນເງິນສົດ ແລະໂອນຈ່າຍຕົວຈິງໄດ້ທັງໝົດ ຈໍານວນ 21.062.301.648 ກີບ, ເທົ່າກັບ 93,16%; ຜົນສໍາເລັດດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການ ຂອງການນຳແຕ່ລະພາກສ່ວນໄດ້ເອົາໃຈໃສ່ນໍາພາ-ຊີ້ນຳພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານ ຮັບໃຊ້ການເຄື່ອນໄຫວວຽກງານດ້ວຍຄວາມຮັບຜິດຊອບ, ທຸກການໃຊ້ຈ່າຍແມ່ນໄດ້ປະກອບເອກະສານຖອນຖືກຕ້ອງຕາມຂໍ້ກຳນົດ, ກົດໝາຍ ແລະລະບຽບຫຼັກການຂອງກະຊວງການເງິນວາງອອກ.

          ນອກນັ້ນ, ທ່ານ ປອ ຄຳຫຼ້າ ລໍວານໄຊ ຍັງໃຫ້ຮູ້ວ່າ: ໄລຍະຜ່ານມາກົມກວດກາ ໄດ້ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃນການປະຕິບັດພາລະບົດບາດຕິດຕາມກວດກາການນໍາໃຊ້ງົບປະມານຂອງແຕ່ລະໜ່ວຍງານ ພາຍໃນ ສມປຊ ຢ່າງເຂັ້ມງວດ ເພື່ອໃຫ້ມີການນໍາໃຊ້ງົບປະມານຖືກຕ້ອງລະບຽບ ຫຼັກການທີ່ກຳນົດໃວ້.  

          ໃນຕອນທ້າຍພິທີທ່ານ ປທ ນາງ ບຸນມີ ຈຸນລະຈັກ ໄດ້ໂອ້ລົມວ່າ: ວຽກງານກວດກາ ແມ່ນວຽກງານທີ່ສຳຄັນໃນການນໍາພາຂອງພັກ, ບໍ່ມີການກວດກາກໍບໍ່ມີການນໍາພາ. ດັ່ງນັ້ນ, ຢາກຮູ້ວ່າການນໍາພານັ້ນຖືກທິດທີ່ວາງໃວ້ຫຼືບໍ່ ຕ້ອງມີການກວດກາຄືນ ເພື່ອສັງເກດຕີລາຄາຄວາມຖືກຕ້ອງ ເມື່ອເຫັນວ່າຖືກຕ້ອງ ຕ້ອງເສີມຂະຫຍາຍ, ຖ້າເຫັນຂໍ້ຜິດພາດຕ້ອງປັບປຸງແກ້ໄຂໃຫ້ຖືກຕ້ອງຕາມລະບຽບຫຼັກການທີ່ກຳນົດໃວ້, ເດັດຂາດບໍ່ໃຫ້ມີການປິດບັງເຊື່ອງອໍາຄວາມຜິດພາດ ເຊິ່ງຈະນໍາຄວາມເສື່ອມເສຍໃຫ້ບຸກຄົນ, ໝູ່ຄະນະ ແລະການຈັດຕັ້ງ. ດັ່ງນັ້ນ, ຈຶ່ງຂໍສະແດງຄວາມຊົມເຊີຍຕໍ່ກັບກົມກວດກາ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະຊຸກຍູ້ພາກສ່ວນທີ່ຮັບຜິດຊອບວຽກງານກວດກາສູນໂມງ ຂອງ ສມປຊ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຜົນສຳເລັດ ໃນຫຼາຍດ້ານດ້ວຍຄຸນນະພາບດີຂຶ້ນ. ອັນພົ້ນເດັ່ນໃນວຽກງານມີຜົນສຳເລັດຈຳນວນໜຶ່ງ ເປັນຕົ້ນຕິດຕາມກວດກາການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2020 ທີ່ນຳໃຊ້ງົບປະມານການເຄື່ອນໄຫວຂອງບັນດາກົມກອງຕ່າງໆໃນສະຖາບັນຢ່າງລະອຽດ ແລະມີຜົນສຳເລັດລົງດ້ວຍດີ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ