ໃນລະຫວ່າງ ວັນທີ 09-16 ມີນາ 2021 ນີ້ ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງໄປມອບປຶ້ມນິພົນ ໂຮ່ຈິມິນ ຄົບຊຸດ ແລະປຶ້ມນິພົນເລືອກເຟັ້ນມາກ-ອັງແກນ,​ ວ. ອ ເລນິນໃຫ້ 2 ແຂວງພາກກາງຕອນເທິງ ແລະ 2 ແຂວງພາກເໜືອທາງທິດຕາເວັນອອກ, ເຊິ່ງນໍາພາໂດຍ ທ່ານ ສຈ.ປອ ບຸນທີ ເຄືອມີໄຊ ອະດີດຄະນະພັກ ສມປຊ, ຮອງຫົວໜ້າຄະນະຄຸ້ມຄອງໂຄງການ ແປນິພົນ ໂຮ່ຈີມິນ ຄົບຊຸດ ຈາກພາສາຫວຽດນາມ ເປັນພາສາລາວ ພ້ອມດ້ວຍພະນັກງານ, ຄູ-ອາຈານ 5 ທ່ານເຂົ້າຮ່ວມນໍາ.

ມອບ-ຮັບ ປື້ມນິພົນ ຢູ່ແຂວງໄຊສົມບູນ

ສຈ.ປອ ບຸນທີ ເຄືອມີໄຊ ໄດ້ກ່າວເຖິງຄວາມເປັນມາຂອງໂຄງການວ່າ: ໂຄງການແປນິພົນ ແມ່ນທຶນຊ່ວຍເຫຼືອຂອງຫວຽດນາມ ແລະ ທຶນສົມທົບຂອງຝ່າຍລາວ ຊຶ່ງດໍາເນີນມາ ແຕ່ວັນທີ 10 ພຶດສະພາ 2016 ເປັນຕົ້ນມາ ເພື່ອເປັນເອກະສານ ສະໜອງຂໍ້ມູນວິທະຍາສາດ ຮັບໃຊ້ໃຫ້ແກ່ການກໍ່ສ້າງພະນັກງານ, ການຄົ້ນຄວ້າ ວິທະຍາສາດສັງຄົມ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະບັນດາສະຖາບັນການສຶກສາລະດັບມະຫາວິທະຍາໄລໃນທົ່ວປະເທດ ແນໃສ່ຂຸດຄົ້ນ-ນໍາໃຊ້ຂໍ້ມູນ ດ້ານແນວຄິດທິດສະດີ ທີ່ເປັນວິທະຍາສາດ ມານໍາໃຊ້ ແກ້ໄຂບັນຫາທີ່ຕັ້ງຂຶ້ນຢູ່ປະເທດລາວ, ນິພົນໂຮ່ຈິມິນ ຄົບຊຸດ ມີຈໍານວນ 15 ເຫຼັ້ມ ແລະ ວັດຈະນານຸກົມແປສັບ ມີ 1 ເຫຼັ້ມ ລວມມີ 16 ເຫຼັ້ມ, ມີຫຼາຍກວ່າ 10 ພັນໜ້າ ຈາກພາສາຫວຽດນາມ ມາເປັນພາສາລາວ. ເນື້ອໃນພື້ນຖານຂອງນິພົນ ໄດ້ສ່ອງແສງໃຫ້ເຫັນແນວຄິດ ກ່ຽວກັບແນວທາງການເລີ່ມຈາກຕົນເອງ ຕໍ່ສູ້ປົດປ່ອຍຕົນເອງ, ເອົາປະຊາຊົນເປັນກົກ ປຸກລະດົມສ້າງຂະບວນການດູດດຶງເອົາປະຊາຊົນເຂົ້າຮ່ວມຂະບວນການຊີ້ນໍາ-ນໍາພາ ຂະບວນການຕໍ່ສູ້ ປົດປ່ອຍປະເທດຊາດ ແລະສ້າງສາປະເທດຊາດ ຕາມທິດສັງຄົມນິຍົມ. ການກໍ່ສ້າງຂະຫຍາຍພັກ, ຄວາມເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ການເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອປະເທດຊາດ ເພື່ອປະຊາຊົນ ການຍາດແຍ່ງການສະໜັບສະໜູນ ຈາກຕ່າງປະເທດ, ເສີມຂະຫຍາຍນໍ້າໃຈສາກົນກໍາມາຊີບອັນຜ່ອງໃສ (ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ) ແລະ ນອກນັ້ນ ຍັງສ່ອງແສງໃຫ້ເຫັນຄຸນສົມບັດຂອງປະທານ ໂຮ່ຈິມິນ ທີ່ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມ, ການຮ່ວມສຸກ ຮ່ວມທຸກ ໃນຂະບວນການມະຫາຊົນ, ຄວາມເປັນແບບຢ່າງຮອບດ້ານ ຂອງການປະຕິວັດ, ນໍ້າໃຈສາກົນກໍາມາຊີບທີ່ຜ່ອງໃສ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ໃນຕອນທ້າຍຂອງພິທີທ່ານ ສຈ.ປອ ບຸນທີ ເຄືອມີໄຊ ໄດ້ກ່າວມອບປື້ມນິພົນດັ່ງກ່າວໃຫ້ແກ່ 4 ແຂວງ ແລະຕາງໜ້າກ່າວຮັບໃນແຕ່ລະແຂວງມີ:

  • ແຂວງບໍລິຄໍາໄຊ ກ່າວຮັບໂດຍທ່ານ ສົມນຶກ ລອງອ່ອນ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ.
  • ແຂວງໄຊສົມບູນ ກ່າວຮັບໂດຍ ທ່ານ ປທ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ.
  • ແຂວງຊຽງຂວາງ ກ່າວຮັບໂດຍ ທ່ານ ປທ ຄໍາຜຸຍ ໂນລາ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ.
  • ແຂວງຫົວພັນ ກ່າວຮັບໂດຍ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີ ແລະວຽກງານພະນັກງານ.

ໃນແຕ່ລະແຂວງມີ 8 ພາກສ່ວນ ຄື: ຫ້ອງວ່າການປົກຄອງແຂວງ,​ ໂຄສະນາອົບຮົມແຂວງ, ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ໂຮງຮຽນເມືອງ ແລະການປົກຄອງແຂວງ, ພະແນກພາຍໃນແຂວງ, ພະແນກສຶກສາທິການ ແລະກີລາແຂວງ, ແນວລາວສ້າງຊາດແຂວງ ເຊິ່ງໄດ້ຮັບພາກສ່ວນລະ 1 ຊຸດ.

ມອບ-ຮັບ ປື້ມນິພົນ ຢູ່ແຂວງຫົວພັນ
ມອບ-ຮັບ ປື້ມນິພົນ ຢູ່ແຂວງບໍລິຄຳໄຊ

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິບພະວອນ ພຸດທະລາດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ