ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສະພາວິທະຍາສາດ ວິສາມັນ ຄັ້ງທີ 2 ປະຈຳປີ 2025 ສະຖາບັນການເມືອ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ

ຄະນະພັກ-ຄະນະນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດອວຍພອນ ເນື່ອງໃນໂອກາດລະນຶກ ຄົບຮອບ 80 ປີ ວັນໄຊຊະນະການປະຕິວັດ ເດືອນສິງຫາ (19/8/1945 – 19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945 – 2/9/2025).

ໃນຕອນແລງຂອງວັນທີ 20 ສິງຫາ 2025, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະ ໄປອວຍພອນ ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ  ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດລະນຶກ ຄົບຮອບ 80 ປີ…

ກອງປະຊຸມສໍາມະນາວິຊາການສາກົນກ່ຽວກັບ “ບົດຮຽນການກໍາອໍານາດ ຂອງພັກການເມືອງມາກຊິດ-ເລນິນນິດ” ຄັ້ງທີ VI

         ກອງປະຊຸມສຳມະນາສາກົນ ຮ່ວມລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ນຳໂດຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ເລຂາພັກ ແລະ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ ແລະສະຖາບັນການເມືອງ ແລະ…

ພິທີ​ເປີດ​ຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ

ໃນຕອນເຊົ້າ ຂອງວັນ​ທີ 12 ສິງຫາ 2025 ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ເປີດ​ຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ. ໂດຍ​ເປັນ​ປະທານ ຂອງ​ທ່ານ ປທ ຄຳສີ ດັງສະໄຫວ​ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຂວງ. ​ເປັນ​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ວຽງສະຫວັດ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

         ເພື່ອເປັນການສືບຕໍ່ແຜນການບຳລຸງ-ກໍ່ສ້າງ ສະມາຊິກພັກ ພະນັກງານໃຫ້ມີຄວາມຮູ້ທິດສະດີ ແລະສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບ ກ່ຽວກັບທິດສະດີການເມືອງໃຫ້ແກ່ສະມາຊິພັກທີ່ເປັນພະນັກງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງ ເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ. ສະນັ້ນ, ຕອນເຊົ້າຂອງວັນທີ 14 ສິງຫາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ V ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ…

ຂ່າວອື່ນໆ