ເພື່ອເປັນການສືບຕໍ່ແຜນການບຳລຸງ-ກໍ່ສ້າງ ສະມາຊິກພັກ ພະນັກງານໃຫ້ມີຄວາມຮູ້ທິດສະດີ ແລະສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບ ກ່ຽວກັບທິດສະດີການເມືອງໃຫ້ແກ່ສະມາຊິພັກທີ່ເປັນພະນັກງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງ ເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ. ສະນັ້ນ, ຕອນເຊົ້າຂອງວັນທີ 14 ສິງຫາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ V ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆ ເຂົ້າຮ່ວມ 12 ທ່ານ.

ໃນພິທີ ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານແຜນການເຄື່ອນໄຫວຂອງການຮຽນ-ການສອນ ວ່າ: ຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ V ປະກອບມີ ຈຳນວນທັງໝົດ 51 ທ່ານ, ຍິງ 19 ທ່ານ ຊຶ່ງທັງໝົດນັ້ນຕຳແໜ່ງບໍລິຫານປະເພດ 4 ຫົວໜ້າພະແນກ ມີຈຳນວນ 16 ທ່ານ, ຍິງ 4 ທ່ານ, ຕຳແໜ່ງບໍລິຫານປະເພດ 5 ຮອງຫົວໜ້າພະແນກ ມີຈຳນວນ 35 ທ່ານ, ຍິງ 15 ທ່ານ. ຊຸດຮຽນດັ່ງກ່າວ, ຄະນະພັກ, ຄະນະນໍາສະຖາບັນໄດ້ຄັດເລືອກແຕ່ງຕັ້ງຄະພັກ, ຄະນະຫ້ອງຈຳນວນ 5 ທ່ານ, ຍິງ 1 ທ່ານ, ເຊິ່ງເຮັດໜ້າທີ່ບໍລິຫານນໍາພາ-ຊີ້ນໍາຫ້ອງ ໂດຍໄດ້ແບ່ງເປັນ 5 ຈຸໜ່ວຍຄົ້ນຄວ້າ ແຕ່ລະໜ່ວຍບັນຈຸ 10-11 ທ່ານ/ໜ່ວຍ. ນອກຈາກນັ້ນ, ຄະນະພັກ, ຄະນະນໍາ ສະຖາບັນກໍໄດ້ອອກຂໍ້ຕົກລົງ ສະບັບເລກທີ 1038/ສມປຊ, ວັນທີ 30 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງຄູປະຈຳຫ້ອງ ຈຳນວນ 2 ທ່ານ ເພື່ອເຮັດໜ້າທີບໍລິຫານນຳພາ-ຊີ້ນໍາ ແລະອຳນວຍຄວາມສະດວກດ້ານການປະສານງານຕ່າງໆ ຂອງລະບົບຮຽນເປັນຢ່າງດີ. ຫຼັກສູດນີ້ຈັດຂຶ້ນໃນໄລຍະເວລາ 6 ເດືອນ (ເດືອນສິງຫາ ປີ 2025 ຫາເດືອນມັງກອນ ປີ 2026) ມີເນື້ອຫາຮຽນທັງໝົດ 720 ຊົ່ວໂມງ ແບ່ງອອກເປັນ 6 ກຸ່ມວິຊາຫຼັກ ປະກອບດ້ວຍ: ປັດຊະຍາມາກ-ເລນິນ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ ແລະພົວພັນສາກົນ, ແນວຄິດໄກສອນ ພົມວິຫານ, ການຄຸ້ມຄອງບໍລິຫານລັດ ແລະ ປະຫວັດສາດພັກ. ການຮຽນການສອນປະກອບມີການບັນຍາຍ, ສຳມະນາ, ທັດສະນະສຶກສາ ແລະການຂຽນບົດ. ຊຸດຮຽນດັ່ງກ່າວ, ຊຶ່ງຄາດວ່າຫຼັກສູດຈະສໍາເລັດໃນວັນທີ 23 ມັງກອນ 2026.
ເພື່ອເປັນການຊີ້ທິດເຍືອງທາງ ໃນການຈັດຕັ້ງປະຕິບັດການຮຽນ-ການສອນ ໃຫ້ມີຜົນສຳເລັດຢ່າງຈົບງາມນັ້ນທ່ານ ຮສ ພູວົງ ອຸ່ນຄຳແສນ ກໍໄດ້ໃຫ້ທິດຊີ້ນໍາ ໂດຍກ່າວວ່າ: ພະນັກງານ, ຄູ-ອາຈານ ຈົ່ງພ້ອມກັນຍົກສູງໜ້າທີ່ຄວາມຮັບຜິດຊອບທີ່ໄດ້ຮັບການມອບໝາຍ ໂດຍສະເພາະການຄົ້ນຄວ້າຫຼັກສູດການສິດສອນ ຕ້ອງຮັບປະກັນລັກສະນະວິທະຍາສາດ, ຮັບປະກັນການສົ່ງຄວາມຮູ້ໃຫ້ນັກສຶກສາໃຫ້ມີລັກສະນະທິດສະດີ ແລະຕິດພັນກັບພຶດຕິກໍາຕົວຈິງໃຫ້ກວ້າງຂວາງ ແລະເລິກເຊິ່ງ ໄປຄຽງຄູ່ກັບຍຸກສະໄໝປັດຈຸບັນ, ເປັນເຈົ້າການຍົກສູງສະຕິ ແລະເຄົາລົບລະບຽບໃນການຂຶ້ນຫ້ອງລົງຫ້ອງ ຕ້ອງຖືກກັບໂມງເວລາຢ່າງເຂັ້ມງວດ, ຫ້າມມາຊ້າ ແລະເລີກໄວ, ທັງຮັບປະກັນການສອນດີ ຮຽນເກັ່ງທີ່ມີຄຸນນະພາບ ແລະມີຜົນສໍາເລັດ. ພ້ອມກັນນັ້ນ, ນັກສຶກສາ ກໍຕ້ອງຖືສໍາຄັນອັນດັບໜຶ່ງຕໍ່ກັບວຽກງານຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ ແລະ ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະກົດໝາຍຂອງລັດ ດ້ວຍຄວາມຈູບຈ້າວຫ້າວຫັນ, ປະຕິບັດວາລະຕາຕະລາງການຮຽນ-ການສອນໃຫ້ດີ ແລະຮຽນສໍາເລັດແລ້ວ ເປັນຜູ້ທີ່ໄດ້ຮັບການພັດທະນາທາງທິດສະດີ ມາກ-ເລນິນ ທີ່ມີຄວາມຮູ້, ຄວາມສາມາດ ແລະມີຄຸນນະພາບສູງ ເພື່ອຮອງຮັບການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍທີ່ມີປະສິດຕິພາບ ແລະປະສິດຕິຜົນສູງສຸດ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
