ພິທີມອບປຶ້ມໃຫ້ພະແນກຫໍສະໝຸດ ສມປຊ
ໃນຕອນແລງ ຂອງວັນທີ 26 ສິງຫາ 2025 ມີພິທີມອບ-ຮັບປື້ມຈາກຫໍສະໝຸດແຫ່ງຊາດ ເຊຶ່ງມອບໂດຍ: ທ່ານ ນາງ ບົວພາ ພຸດສະດີ ຕາງໜ້າໃຫ້ຫໍສະໝຸດແຫ່ງຊາດ ແລະຮັບໂດຍ: ທ່ານ ປທ ນາງ ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດພ້ອມດ້ວຍພະນັກງານ, ຄູ-ອາຈານ ພາຍໃນພະແນກ ເຊຶ່ງປື້ມດັ່ງກ່າວປະກອບມີປຶ້ມກ່ຽວກັບການເຕົ້າ ໂຮມການປະຕິວັດລາວ ຢູ່ທີ່ແຂວງຫົວພັນ ແລະແຂວງຜົ້ງສາລີຈໍານວນ 20ຫົວ, ປຶ້ມມູນເຊື້ອຄະຕິຄຳສອນບູຮານລາວສະໄໝລ້ານຊ້າງຈໍານວນ 20ຫົວ ແລະປຶ້ມມູນເຊື້ອສືບທອດການແຕ່ງດອງ ຂອງຊົນເຜົ່າໃນລາວຈໍານວນ…
