ໃນຕອນແລງຂອງວັນທີ 20 ສິງຫາ 2025, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະ ໄປອວຍພອນ ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດລະນຶກ ຄົບຮອບ 80 ປີ ວັນໄຊຊະນະການປະຕິວັດ ເດືອນສິງຫາ (19/8/1945 – 19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945 – 2/9/2025).ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ສມປຊ ສະແດງຄວາມຊົມເຊີຍ ແລະ ອວຍພອນທ່ານ ຫງວຽນ ມິງ ເຕີມ ພ້ອມດ້ວຍພະນັກງານສະຖານທູດ ແລະ ຜ່ານໄປຍັງຄະນະພັກ-ຄະນະນໍາ ກໍຄືການນໍາພັກ-ລັດ ຂອງຫວຽດນາມ ແລະໄດ້ສະແດງຄວາມຊົມເຊີຍທີ່ເຫັນວ່າ ຕະຫຼອດໄລຍະ 8 ທົດສະວັດຜ່ານມາ ສະຫາຍຫວຽດນາມ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີທ່ານ ໂຕ ເລິມ ເປັນຜູ້ນໍາພານັ້ນ, ຈະສືບຕໍ່ໄດ້ຮັບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.

ພ້ອມນີ້, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດການເຄື່ອນໄຫວຂອງ ເອກອັກຄະລັດຖະທູດ ຍາດມາໄດ້ຕະຫຼອດໄລຍະ 80 ປີຜ່ານມາ, ຊຶ່ງເປັນຂະແໜງການນໍາໜ້າພາທາງທີ່ເຂັ້ມແຂງ ແລະມີການວາງນະໂຍບາຍທີ່ຖືກຕ້ອງຕາມແຕ່ລະໄລຍະ ອັນເຮັດໃຫ້ບົດບາດ, ຊື່ສຽງ ແລະອິດທິພົນຂອງຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ, ປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ ໃຫ້ຂະຫຍາຍຕົວ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້, ກໍໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະມີຄຸນຄ່າ ຂອງສະຫາຍຫວຽດນາມ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນໄລຍະສ້າງສາ ແລະພັດທະນາປະເທດຊາດໃນປັດຈຸບັນ ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມື ແລະປະກອບສ່ວນສໍາຄັນ ຂອງສະຖານທູດຫວຽດນາມ ໃນການເປັນຂົວຕໍ່ປະສານງານ ແລະອຳນວຍຄວາມສະດວກດ້ານຕ່າງໆ ໃນໄລຍະຜ່ານມາ, ເຮັດໃຫ້ການເຄື່ອນໄຫວຢ້ຽມຢາມ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ ກໍຄືການຢ້ຽມຢາມ ຂອງສອງການນໍາ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ລວມທັງການປະກອບສ່ວນຊຸກຍູ້ໃຫ້ຫຼາຍໂຄງການຮ່ວມມືສອງຝ່າຍມີຄວາມຄືບໜ້າເປັນກ້າວໆ, ຫຼາຍໂຄງການກໍ່ໄດ້ເຮັດສຳເລັດ ແລະ ເປີດນຳໃຊ້ຢ່າງມີປະສິດທິຜົນ, ຊຶ່ງປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ.
ໃນໂອກາດດຽວກັນນີ້, ທ່ານ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍ ພອນອັນປະເສີດ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ທີ່ມາອວຍພອນໃນຄັ້ງນີ້, ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດແໜ້ນ ກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາວຽກງານທີ່ຂັ້ນເທິງໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
