ໃນຕອນເຊົ້າ ຂອງວັນທີ 12 ສິງຫາ 2025 ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ. ໂດຍເປັນປະທານ ຂອງທ່ານ ປທ ຄຳສີ ດັງສະໄຫວ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ. ເປັນກຽດເຂົ້າຮ່ວມ ຂອງທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງຫຼວງນໍ້າທາ; ທ່ານ ນ. ຈັນສະໄໝ ແກ້ວມະນີວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດພັກ-ພະນັກງານ, ພ້ອມດ້ວຍບັນດາທ່ານທີ່ເປັນຄະນະຮັບຜິດຊອບການຝຶກອົບຮົມໃນຄັ້ງນີ້, ມີຕົວແທນມາຈາກຫ້ອງວ່າການແຂວງ, ໂຄສະນາອົບຮົມແຂວງ, ຄະນະຈັດຕັ້ງແຂວງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງພາຍໃນແຂວງ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະນັກຝຶກອົບຮົມ ເຂົ້າຮ່ວມ ຈໍານວນ 30 ທ່ານ, ຍິງ 14 ທ່ານ.

ໃນພິທີ, ທ່ານ ປທ ແສງ ເຊືອຍສົມບັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ໄດ້ຂຶ້ນຜ່ານແຜນການເປີດຝຶກອົບຮົມ ເຊິ່ງມີເນື້ອໃນສໍາຄັນ ຄື: ໂຮງຮຽນພວກເຮົາເລີ່ມຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ໃຫ້ນັກຝຶກອົບຮົມທິດສະດີການເມືອງ-ການປົກຄອງໂຄງການຫຼັກສູດ 10 ວັນຊຸດທີ XXIII ເມືອງຫຼວງນ້ຳທາ ແຕ່ວັນທີ 12 ເມສາ 2023 ເປັນຕົ້ນມາ ຈະໃຫ້ສຳເລັດການຮຽນ-ການສອນ ໃນວັນທີ 22 ສິງຫາ 2025. ສ່ວນເນື້ອໃນບົດຮຽນລວມມີ 03 ພາກ ຄື: ພາກທີ 1 ທິດທາງລວມ; ພາກທີ 2 ວຽກງານພັກ ແລະ ພາກທີ 3 ວຽກງານບໍລິຫານ ແລະການປົກຄອງ, ລວມມີ 19 ບົດ, ມີ 75 ຊົ່ວໂມງ.

ໂອກາດທີມີຄວາມໝາຍຄວາມຄັນນີ້ ທ່ານ ປທ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການ ເມືອງ ແລະ ການປົກຄອງແຂວງ ໄດ້ໃຫ້ທິດຊີ້ນຳ ແລະເນັ້ນໜັກຫຼາຍບັນຫາ ໂດຍສະເພາະໃຫ້ເອົາໃຈໃສ່ສຶກສາຮໍ່າຮຽນເອົາດ້ານທິດສະດີການເມືອງ, ທິດສະດີມາກ-ເລນິນ, ດ້ານຄຸນສົມບັດສິນທໍາປະຕິບັດ, ແບບແຜນວິທີເຮັດວຽກ, ຄວາມສາມັກຄີ, ຄວາມເປັນແບບຢ່າງ ແລະນໍາເອົາຄວາມຮູ້ຄວາມສາມາດ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ ເພີ່ມທະວີການຈັດຕັ້ງປະຕິບັດໃຫ້ເປັນຂະບວນຟົດຟື້ນໃຫ້ຊອກໄດ້ບຸກຄົນທີ່ດີເດັ່ນໃນຂະບວນການຕົວຈິງ.
ໃນຕອນທ້າຍພິທີ, ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງຫຼວງນໍ້າທາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີເປີດຊຸດຮຽນ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍທາງຄະນະພັກ ຂອງໂຮງຮຽນ ແລະຄະນະພັກ-ຄະນະນຳ ຂອງເມືອງຫຼວງນໍ້າທາ ຕະຫຼອດຮອດການຈັດຕັ້ງພັກ-ລັດ ທຸກພາກສ່ວນທີ່ໄດ້ໃຫ້ຄວາມສຳຄັນ ຊຶ່ງໄດ້ສ່ອງແສງເຖິງຄວາມຕື່ນຕົວ ຂອງທຸກພາກສ່ວນ ແລະທ່ານໄດ້ເນັ້ນໜັກວ່າ: ການຮ່ຳຮຽນ ເຖິງວ່າຈະຮຽນໜ້ອຍ ຫຼື ຮຽນຫຼາຍ ກໍລ້ວນແຕ່ມີຄຸນຄ່າທັງນັ້ນ; ສະນັ້ນ, ການຄົ້ນຄວ້າຮ່ຳຮຽນທິດສະດີການເມືອງ-ການປົກຄອງໃນຄັ້ງນີ້ ບັນດານັກຝຶກອົບຮົມຕ້ອງຖືເປັນສຳຄັນ ແລະໝູນໃສ່ເຂົ້າໃນການນໍາພາ-ຊີ້ນໍາວຽກງານຕົວຈິງ ພາຍໃນບ້ານ ຂອງຕົນໃຫ້ມີຜົນສໍາເລັດຢ່າງຈົບງາມ.
ຂ່າວ/ພາບ ໂດຍ: ປທ ໄຊຍະເດດ ບຸນພະມາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
