ຂ່າວຫຼ້າສຸດ

ກອງປະຊຸມປະເມີນ ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກຮາກຖານນັກສຶກສາ ທີ່ ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ໝູນໃຊ້ນິພົນ ໂຮ່ຈີມິນ ຄົບຊຸດ ແນໃສ່ຍົກສູງວຽກງານທິດສະດີການເມືອງໃນໄລຍະໃໝ່ ພິທີປິດການຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ປະຈຳປີ 2026 ໃຫ້ແກ່ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບ G-Chat, G-Share ແລະ ເອໄອ (AI) ເຂົ້າໃນການບໍລິຫານວຽກງານ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເພື່ອລົງເລິກຊຸກຍູ້ ຜົນສຳເລັດການນຳຂັ້ນສູງສອງພັກ-ສອງລັດ

ພິທີ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ ຂອງທີມງານກໍ່ສ້າງຮາກຖານການເມືອງ ນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ (ໃນຄັ້ງວັນທີ 01 ມີຖຸນາ 2022) ທີ່ບ້ານແຈ້ງ, ເມືອງທຸລະຄົມ, ແຂວງ ວຽງຈັນ.

ໃນຕອນເຊົ້າວັນພຸດ ວັນທີ 01 ມີຖຸນາ 2022 ທິມງານນັກສຶກສາ ຮ່ວມກັບອົງການປົກຄອງບ້ານ ພ້ອມດ້ວຍຄູ-ອາຈານ ແລະນ້ອງນ້ອຍນັກຮຽນຈຳນວນໜຶ່ງໄດ້ຈັດຕັ້ງກິດຈະກຳຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະຈັດກິດຈະກຳປ່ອຍປາ. ເຊິ່ງພິທີດັ່ງກ່າວໄດ້ໄຂຂຶ້ນໃນເວລາ 8 ໂມງ 15 ນາທີ ພາຍໃຕ້ການເປັນປະທານຂອງ ທ່ານ ບົວລຽນ ວົງວິໄລ ເລຂາພັກບ້ານ, ນາຍບ້ານ ບ້ານແຈ້ງ ແລະ ທ່ານ ອໍາໄພ ອັກຄະລາດ ຮອງຫົວໜ້າກົມກວດກາ ສມປຊ, ອາຈານຊີ້ນຳ…

ການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ທີ່ເມືອງທຸລະຄົມ, ແຂວງວຽງຈັນ

ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 1 ເດືອນ ພຶດສະພາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້: 1. ແຕ່ລະໜ່ວຍແມ່ນ ແນະນໍາຕົນເອງຕໍ່ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ນອກນີ້ໄດ້ຮັບຟັງການລາຍງານສະພາບລວມ, ຈຸດພິເສດ ແລະການເຄື່ອນໄຫວແຕ່ລະວຽກຂອງບ້ານໃນໄລຍະຜ່ານມາ. 2. ຄູ-ອາຈານ ແລະນັກສຶກສາສົມທົບກັບອົງການປົກຄອງບ້ານ ສ້າງແຜນການເຄື່ອນ ໄຫວແຕ່ລະວຽກ ແລະ ຍັງໄດ້ແບ່ງຄະນະຮັບຜິດຊອບແຕ່ລະໜ້າວຽກພາຍໃນໜ່ວຍຕາມຄວາມເໝາະສົມ, ເພື່ອຄວາມສະດວກໃນການເຄື່ອນໄຫວວຽກງານຕົວຈິງ 3. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 1. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງ ການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 1 ເດືອນ…

ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄປທັດສະນະສຶກສາ ຢູ່ 2 ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ

ວັນທີ 26/05/2022 ສະຫະພັນກຳມະບານ ສມປຊ ໄດ້ໄປທັດສະນະສຶກສາ ຢູ່ 2 ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ພາຍໃຕ້ການນຳພາ ຂອງທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ກໍາມະການສູນກາງ ສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າ ຄະນະບໍລິຫານສາດ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ຄຳໃບ ມາລາສິງ ຄະນະພັກ ສມປຊ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ,…

ຊົມເຊີຍຜົນສຳເລັດການເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳສົ່ງພະນັກງານ, ຄູ-ອາຈານ ຈຳນວນ 6 ທ່ານ, ຍິງ 2. ທ່ານເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”ຊຶ່ງໄດ້ຈັດຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ, ເປັນຊຸດຝຶກອົບຮົມທີ່ຈັດຂຶ້ນໂດຍ ສະຖາບັນລາວ-ອົດສຕາລີ ເພື່ອໄປແລກປ່ຽນບົດຮຽນດ້ານທິດສະດີ ແລະພຶດຕິກໍາ ເພື່ອນໍາມາເປັນບົດຮຽນເຂົ້າໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ສມປຊ. ຊຸດຝຶກອົບຮົມດັ່ງກ່າວ, ໄດ້ແບ່ງເປັນ 2 ຊຸດໃນການຝຶກອົບຮົມຄື: ຊຸດທີ 1 ເລີ່ມວັນທີ 23-24 ພຶດສະພາ ມີສຳມະນາກອນ ຈາກຄະນະພົວພັນຕ່າງປະເທດສູນກາງພັກ,…

ຂ່າວອື່ນໆ