ໃນຕອນເຊົ້າ ວັນທີ 17 ມັງກອນ 2023 ຫ້ອງຮຽນຂົງຈື ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະອາຈານສອນພາສາຈີນຂອງສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກຳຕາມຮີດຄອງປະເພນີ ແລະວັດທະນະທຳຈີນ ໂດຍການນຳພາໂດຍ: ອາຈານ ຟູນ່ານ່າ (ຊ່ຽວຊານຈີນ), ອາຈານ ຊູຊີວນ່າ (ຊ່ຽວຊານຈີນ) ຮ່ວມກັບພະແນກພົວພັນຕ່າງປະເທດ ສມປຊ ພ້ອມດ້ວຍນັກສຶກສາ 30 ກວ່າທ່ານ.

         ກິດຈະກຳດັ່ງກ່າວ ທັງສອງ ອາຈານໄດ້ນຳສະເໜີປະຫວັດຄວາມເປັນມາ, ອຸປະກອນທີ່ໃຊ້ເຂົ້າໃນການສະຫຼອງວັນປີໃໝ່ຈີນ, ຮຽນຮູ້ການເຮັດອາຫານປະເພດກ້ຽວເຊິ່ງເປັນອາຫານ ມົງຄຸນເປັນທີ່ນິຍົມໃນການສະຫຼອງໃນວັນປີໃໝ່ຈີນ, ກິດຈະກຳດັ່ງກ່າວເປັນການເປີດໂອກາດໃຫ້ນັກສຶກສາ ແລະອາຈານ ຈີນໄດ້ພົບປະ, ສົນທະນາ ແລະເຮັດກິດຈະກຳຮ່ວມກັນ ເພື່ອຮັດແໜ້ນສາຍພົວພັນອັນດີງາມ ລະຫວ່າງ ນັກສຶກສາ ແລະບຸກຄະລາກອນ ຂອງທັງສອງສະຖາບັນໃຫ້ ແໜ້ນແຟັ້ນຂຶ້ນກວ່າເກົ່າ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ພະແນກພົວພັນຕ່າງປະເທດ ສມປຊ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ