ໃນຕອນແລງຂອງ ວັນທີ 12 ມັງກອນ 2023 ເວລາ 14:00 ນາທີ ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໂດຍເປັນກຽດເຂົ້າຮ່ວມໂດຍ: ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ແຂວງຊຽງຂວາງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີ ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ ອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ມີບັນດາຄະນະພັກ, ພະນັກງານ, ຄູ-ອາຈານ ແລະແຂກຖືກເຊີນ ແລະບັນດາພະແນກການອ້ອມຂ້າງແຂວງ ເຊິ່ງມີແຂກເຂົ້າຮ່ວມຈໍານວນ 40 ກວ່າທ່ານ.

ໃນພິທີ ທ່ານ ຄຳໄຊ ບຸນເພັດ ຮອງຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຄະນະປະຈຳພັກແຂວງ ວ່າດ້ວຍການຍົກຍ້າຍ, ແຕ່ງຕັ້ງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ສະບັບເລກທີ 314/ຄປພຂ/ຊຂ ລົງວັນທີ່ 6 ທັນວາ 2022 ເຈົ້າແຂວງໆຊຽງຂວາງ ຕົກລົງຍົກຍ້າຍ ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄປຮັບໜ້າທີ່ໃໝ່ ແລະຜ່ານ

ຂໍ້ຕົກລົງ ເລກທີ 312/ຄປພຂ/ຊຂ ລົງວັນທີ 06 ທັນວາ 2022 ເຈົ້າແຂວງໆຊຽງຂວາງ ຕົກລົງແຕ່ງຕັ້ງທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ ເປັນຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຄົນໃໝ່ ທັງນີ້ກໍ່ເພື່ອເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ໃນການນຳພາ-ຊີ້ນຳ ແລະຄຸ້ມຄອງພະນັກງານໃຫ້ມີຄວາມກ້າວໜ້າ ໂດຍສະເພາະການຄຸ້ມຄອງໜ້າທີ່ວຽກງານໃນຂົງເຂດວຽກງານການເມືອງ-ການປົກຄອງແຂວງຊຽງຂວາງໃຫ້ເຕີບໃຫຍ່ ແລະເຂັ້ມແຂງຂຶ້ນໄປເລື້ອຍໆ.

ສະນັ້ນ, ໃນພິທີດັ່ງກ່າວກໍໄດ້ເຊັນບົດບັນທຶກ ແລະມອບຂໍ້ຕົກລົງໃຫ້ຜູ້ທີ່ຖືກຍົກຍ້າຍ ແລະແຕ່ງຕັ້ງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຄົນໃໝ່ ແລະໃນຕອນທ້າຍຂອງພິທີ ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ກໍໄດ້ໃຫ້ຄຳໂອ້ລົມ ແລະໃຫ້ທິດຊີ້ນຳ  ແລະທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດໃນຂົງເຂດໂຮງຮຽນການເມືອງ ແລະການປົກຄອງແຂວງ ໃນໄລຍະຜ່ານມາພ້ອມນັ້ນ ທ່ານຍັງໄດ້ເໜັ້ນໜັກໃຫ້ຄະນະພັກແຕ່ລະສະຫາຍໃຫ້ເອົາໃຈໃສ່ສຸມທູກສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານ, ຄວາມຮັບຜິດຊອບໃຫ້ໜັກແໜ້ນເຂັ້ມແຂງເພື່ອເປັນກໍາລັງແຮງອັນແຂງກ້າ, ປຸ້ມລຸມຄວາມສາມັກຄີ ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ ແລະສຶບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ສະມະຊິກພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດຢ່າງແທດເໝາະ ແລະທົ່ວເຖິງ ພ້ອມທັງປັບປຸງແບບແຜນ, ພ້ອມທັງພັດທະນາສ້າງຫຼັກສູດ ການຮຽນ-ການສອນໃຫ້ມີຄຸນນະພາບສູງ ເອົາໃຈໃສ່ຄົ້ນຄ້ວາບັນດານິຕິກຳ, ຂໍ້ກຳນົດ,​ ກົດໝາຍຕ່າງໆຢ່າງຕັ້ງໜ້າເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນການນຳພາ-ຊີ້ນຳ ໂຮງຮຽນການເມືອງ ແລະ ການປົກຄອງ ໃຫ້ບັນລຸຕາມທິດທາງແຜນການທີ່ໄດ້ວາງໄວ້.

ຂ່າວ-ພາບ: ຄອນສະຫວັນ ສຸວັນດີ ໂຮງຮຽນການມືອງ ແລະການປົກຄອງ ແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ