ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈໍາປີ 2022 ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 17ມັງກອນ 2023 ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ອາເມຊົງ ເຍ້ຽເລັ່ງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນໂຮງຮຽນການເມືອງ ແລະການປົກຄອງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ. ສີສອນພັນ ບຸນສີ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2022 ເຊິ່ງໃຫ້ຮັບຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານການປະເມີນຜົນປະຕິບັດວຽກງານຂອງລັດຖະກອນປະຈໍາປີ 2022 ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 10 ພະຈິກ 2022 ບົນພື້ນຖານການຈັດຕັ້ງປະຕິບັດຕາມບົດບາດກ້າວ ແລະ ຂັ້ນຕອນຂອງການປະເມີນຕາມ 4 ບາດກ້າວຢ່າງຄົບຖ້ວນ. ໂຮງຮຽນການເມືອງ ແລະການປົກຄອງແຂວງ ມີພະນັກງານ-ລັດຖະກອນ ທັງໝົດ 24 ທ່ານ, ຍິງ 9 ທ່ານ, ໃນນັ້ນມີພະນັກງານ-ລັດຖະກອນ ເຂົ້າຮ່ວມການປະເມີນຜົນທັງໝົດ 21 ທ່ານ, ຍິງ 9 ທ່ານ, ບໍ່ໄດ້ເຂົ້າຮ່ວມປະເມີນມີເຫດຜົນ 3 ທ່ານ, ຮຽນຕໍ່ພາຍໃນປະເທດ 2 ທ່ານ, ລັດຖະກອນເຝິກງານ 1 ທ່ານ, ບໍ່ມີຜູ້ຖືກປະຕິບັດວິໄນ;ປະກອບມີ 4 ຂະແໜງການ, ຈາກຜົນການປະເມີນດັ່ງກ່າວສາມາດເລືອກເຟັ້ນ ແລະຈັດແບ່ງປະເພດພະນັກງານທີ່ຖືກການປະເມີນຢູ່ໃນລະດັບດີຫຼາຍມີຈໍານວນ 6 ທ່ານ, ຍິງ 1 ທ່ານ, ກວມເອົາ 28,57% ເພີ່ມຂຶ້ນຈາກປີ 2021 ແມ່ນ 23,81%, ລະດັບດີມີຈຳນວນ 15 ທ່ານ, ຍິງ 8 ທ່ານ ກວມເອົາ 71,42% ຫຼຸດລົງຈາກປີ 2021 23,81%ຂອງຈຳນວນລັດຖະກອນທີ່ເຂົ້າຮ່ວມທັງໝົດ. ຈາກນັ້ນ ທ່ານ ອາເມຊົງ ເຍ້ຽເລັ່ງ ກໍໄດ້ໃຫ້ກຽດໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ ແລະທ່ານຍັງໄດ້ເນັ້ນໃຫ້ຄະນະພັກ ແລະຄະນະໂຮງຮຽນຈົ່ງໄດ້ເອົາໃຈໃສ່ຍົກສູງການນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃຫ້ມີຜົນສໍາເລັດ, ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ໃຫ້ມີແນວຄິດໜັກແໜ້ນທາງດ້ານການຈັດຕັ້ງພ້ອມທັງເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ, ຊີ້ນໍາການຄົ້ນຄວ້າ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຕິດພັນກັບການຫັນເປັນແຜນການທັງຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.

ພ້ອມດຽວກັນນີ້ ໃນພິທີໄດ້ມີປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະມອບໃບຍ້ອງຍໍລັດຖະບານ ໃຫ້ພະນັກງານ-ລັດຖະກອນຜູ້ທີ່ມີຜົນງານປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກຕິດພັນວຽກງານ 3 ສ້າງ ແລະຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຈໍານວນ 19 ທ່ານ ແລະ 1 ກົມກອງ; ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳນວນ 1 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 6ທ່ານແລະ1ກົມກອງ, ຫຼຽນກາແຮງງານຈຳນວນ 4 ທ່ານ ແລະໃບຍ້ອງຍໍລັດຖະບານຈຳນວນ 8 ທ່ານ.

ຂ່າວ: ອຸທິດ ເກດດົມລິ
ພາບ: ວັດທະນາ ພັນລັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ