​​ໃນຕອນເຊົ້າຂອງວັນທີ 18ມັງກອນ 2023 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ຄະນະຮັບຜິດຊອບອອກບັດພະນັກງານ-ລັດຖະກອນ, ກະຊວງພາຍໃນ ໄດ້ຈັດຕັ້ງພິທີມອບບັດໃຫ້ພະນັກງານ-ລັດຖະກອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ 2ຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ.ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປທ ນ. ພອນໄຊ ລາດຊະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະທ່ານ ອາໂນລັກ ສິດທິເດດ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ, ກະຊວງພາຍໃນ, ມີພະນັກງານເຂົ້າຮ່ວມຈຳນວນ 67 ທ່ານ, ຍິງ 29 ທ່ານ ແລະ ພ້ອມທັງຮັບບັດລັດຖະກອນ.

ຈຸດປະສົງຂອງການອອກບັດໃຫ້ພະນັກງານ-ລັດຖະກອນ ກໍເພື່ອເປັນການຢັ້ງຢືນ ແລະກວດກາຄືນຈຳນວນພະນັກງານ-ລັດຖະກອນ ຜູ້ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ໂດຍການນຳໃຊ້ລະບົບຄຸ້ມຄອງຂໍ້ມູນລັດຖະກອນ ທີ່ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງ; ທັງເປັນການປັບປຸງຂໍ້ມູນ ຂອງພະນັກງານ-ລັດຖະກອນຈຳນວນໜຶ່ງ ທີ່ມີຂໍ້ມູນບໍທັນສອດຄ່ອງກັບລະບຽບກົດໝາຍ ໃຫ້ເປັນຄວາມເປັນເອກະພາບ, ທັນສະໄໝ, ສະດວກ ແລະວ່ອງໄວ ໃນການເຄື່ອນໄຫວວຽກງານຕົວຈິງ. ເຊິ່ງການອອກບັດດັ່ງກ່າວນີ້, ຄະນະຮັບຜິດຊອບໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະກວ້າງຂວາງ ໂດຍໄດ້ຮັບການເຫັນດີ, ສະໜັບສະໜູນ ຈາກພາກສ່ວນທີ່ກ່ຽວຂ້ອງ.

ໃນພິທີດັ່ງກ່າວ, ທ່ານ ສີທົນ ວົງທິດາ ຮອງຫົວໜ້າພະແນກສະຖິຕິ ແລະຂ່າວສານຂໍ້ມູນລັດຖະກອນ ກໍໄດ້ຂຶ້ນກ່າວໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບຄວາມຈໍາເປັນ, ຄວາມສໍາຄັນຂອງບັດພະນັກງານ-ລັດຖະກອນ ແລະການແນະນໍາການນໍາໃຊ້ບັດພະນັກງານ-ລັດຖະກອນ, ການອອກບັດພະນັກງານ-ລັດຖະກອນ ເປັນການຢັ້ງຢືນ ແລະກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນ ຜູ້ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ຂອງບັນດາກະຊວງອົງການຂັ້ນສູນກາງ ແລະອົງການປົກຄອງທ້ອງຖິ່ນທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງສອດຄ່ອງກັບລະບຽບການຫັນການຄຸ້ມຄອງພະນັກງານ-ລັດຖະກອນ ຕາມກົດໝາຍ, ລະບຽບການ ແລະທັນສະໄໝ ເພື່ອເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະເງິນນະໂຍຍາຍຕ່າງໆຖຶກຕ້ອງຕາມຕົວຈິງເພື່ອເປັນບ່ອນອີງໃຫ້ພາກສ່ວນກ່ຽວຂ້ອງເພື່ອກຳນົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການອອກບັດພະນັກງານ-ລັດຖະກອນ ເຮັດໃຫ້ການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງທ້ອງຖິ່ນ ແລະພາກສ່ວນທີ່ກ່ຽວຂ້ອງມີບ່ອນອີງໃນການດໍາເນີນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຢ່າງຖືກຕ້ອງ ແລະເປັນລະບົບ.

​ບັດພະນັກງານ-ລັດຖະກອນ ຫຼື Smart Card ເປັນບັດທີ່ສ້າງຂຶ້ນ ແລະນຳໃຊ້ ຢູ່ ສປປ ລາວ ເປັນຄັ້ງທຳອິດ ເຊິ່ງເນື້ອໃນຂອງບັດປະກອບມີຮູບຂອງພະນັກງານ-ລັດຖະກອນຜູ້ທີ່ຖືບັດ, ຊື່ ແລະນາມສະກຸນ, ເພດ, ວັນເດືອນປີເກີດ, ວັນເດືອນປີສັງກັດລັດ, ລະຫັດພະນັກງານ-ລັດຖະກອນ, ລະຫັດປະກັນສັງຄົມ ແລະ ປະກອບມີ 3ຄຸນປະໂຫຍດລວມຢູ່ໃນບັດດຽວກັນ ຄື:  1). ນຳໃຊ້ສຳລັບວຽກງານຄຸ້ມຄອງພະນັກງານ-ລັດຖະ ກອນນັບແຕ່ຂອດການບັນຈຸ ຮອດອອກຮັບອຸດໜູນບຳນານ; 2). ເປັນບັດ ATM ໃນການຝາກ-ຖອນເງິນເດືອນ ຫຼື ເຄື່ອນໄຫວທຸລະກຳດ້ານການເງິນ ແລະ 3). ເປັນບັດປະກັນສັງຄົມ ເພື່ອປິ່ນປົວສຸຂະພາບເວລາເຈັບ ເປັນຂອງພະນັກງານ-ລັດຖະກອນ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ